ເອກ​ອັກ​ຄະ​ລັດ​ຖະ​ທູດ ຕ້າ​ວັນ​ທົງ: ການ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຊ່ວຍ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ

00:00 | 10/08/2023

ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາຜູ້ແທນປະຊາຊົນ ສາທາລະນະລັດ ອິນໂດເນເຊຍ, ປະທານສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊຽນ (AIPA) Puan Maharani, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ AIPA ຄັ້ງທີ 44, ແຕ່ວັນທີ 4 ຫາວັນທີ 7 ສິງຫາ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຕ້າ​ວັນ​ທົງ: ການ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຊ່ວຍ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ
ທ່ານເອກອັກຄະລັດຖະທຸດ ຫວດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ (ພາບ: TTXVN)

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕ້າວັນທົງ ແລ້ວ, ການພົວພັນ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງແຕ່ປີ 1955, ພິເສດແມ່ນ ໃນ 10 ປີແຫ່ງການສ້າງຕັ້ງການພົວພັນຍຸດທະສາດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໄດ້ພັດທະນາຢ່າງແຮງ ໃນທຸກຂົງເຂດ ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ, ສັງຄົມ. ກ່ຽວກັບດ້ານເສດຖະກິດ, ສອງປະເທດ ພວມສູ້ຊົນບັນລຸເປົ້າໝາຍປະຕິບັດນຳວົງເງິນການຄ້າບັນລຸເຖິງ 15 ຕື້ USD ໃນປີນີ້. ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານເອກອັກຄະລັດຖະທູດ ຕ້າວັນທົງ ໃຫ້ຮູ້ວ່າ:

“ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍສຳຄັນຍິ່ງ ນັບແຕ່ພາຍຫຼັງການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ຫງວຽນຝູຈ້ອງ ເມື່ອປີ 2010, ພິເສດ ໃນສະພາບການສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ. ການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕາມຄໍາເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອິນໂດເນເຊຍ ຈະປະກອບສ່ວນສຳຄັນແກ່ການພັດທະນາການພົວພັນລະຫວ່າງສອງປະເທດຫຼາຍກວ່າອີກ, ກໍຄືຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ”.

ຕາມທ່ານເອກອັກຄະລັດຖະທູດ ຕ້າວັນທົງ ແລ້ວ, ເລື່ອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 44 ຢູ່ ຈາກາຕາ ໄດ້ສະແດງໃຫ້ເຫັນບົດບາດອັນຕັ້ງໜ້າ, ເປັນເຈົ້າການ, ການປະກອບສ່ວນຫຼາຍຢ່າງຂອງ ຫວຽດນາມ ເຂົ້າໃນການເຄື່ອນໄຫວຂອງ AIPA ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ ລັດຖະສະພາບັນດາປະເທດ ອາຊຽນ. ພິເສດ, ປີນີ້, ສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກ 3 ຮ່າງມະຕິ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມແກ້ໄຂບັນຫາຮ້ອນເຮັ່ງໃນປັດຈຸບັນຂອງບັນດາປະເທດ ອາຊຽນ: ນັ້ນແມ່ນບັນຫາເຕີບໂຕເສດຖະກິດ, ຫັນເປັນດີຈີຕອນ ແລະ ການຫັນປ່ຽນພະລັງງານ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.