ຫວຽດ​ນາມ - ຍີ່​ປຸ່ນ ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

15:26 | 28/11/2023

ຍສໝ - ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ແລະ ພັນ​ລະ​ຍາ ​ແຕ່​ວັນ​ທີ 27-30 ພະຈິກ, ຫວຽດນາມ ​ແລະ ຍີ່​ປຸ່ນ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່​ປຸ່ນ ຂຶ້ນ​ເປັນ “ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່ ອາຊີ ​ແລະ ປະຊາ​ຄົມ​ໂລກ".

ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ
ວັນ​ບຸນ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ວັນ​ບຸນ​ຂອງ​ຊາວ​ໜຸ່ມ, ​ເພື່ອ​ສັນຕິພາບ ​ແລະ ອະນາຄົດ​ຂອງ​ໂລກ ວັນ​ບຸນ ຫວຽດນາມ - ຍີ່ປຸ່ນ ຈະ​ກາຍ​ເປັນ​ວັນ​ບຸນ​ຂອງ​ຊາວ​ໜຸ່ມ, ​ເພື່ອ​ສັນຕິພາບ ​ແລະ ອະນາຄົດ​ຂອງ​ໂລກ

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດ ຍີ່ປຸ່ນ, ທ່ານ​ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຫວໍວັນເຖືອງ ​ແລະ ພັນ​ລະ​ຍາ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ ຍີ່ປຸ່ນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 27 – 30/11/2023. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ພະ​ບາດ​ສົມ​ເດັດ ແລະ ພະ​ລາ​ຊີ​ນີ ຍີ່​ປຸ່ນ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ແລະ ພັນ​ລະ​ຍາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Kishida Fumio ແລະ ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ກວດ​ກາ​ກອງ​ກຽດ​ສັກ​ສີ, ການ​ເຈ​ລະ​ຈາ, ຖະ​ແຫຼງ​ຂ່າວ​ຮ່ວມ ແລະ ເປັນ​ສັກ​ຂີ​ພິ​ຍານ​ໃນ​ການ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື. ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ກໍ່​ໄດ້​ກ່າວ​ຄຳ​ປາ​ໄສ​ນະ​ໂຍ​ບາຍ​ຢູ່​ສະ​ພາ​ແຫ່ງ​ຊາດ ຍີ່​ປຸ່ນ ແລະ ຢ້ຽມ​ຢາມ​ແຂວງ Fukuoka.

ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຄັ້ງ​ນີ້​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ແລະ ພັນ​ລະ​ຍາ​ດຳ​ເນີນ​ໃນ​ສະ​ພາບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (21/9/1973 – 21/9/2023) ລະ​ຫວ່າງ ຍີ່​ປຸ່ນ ແລະ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ.

ຫວຽດ​ນາມ - ຍີ່​ປຸ່ນ ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ - ຍີ່​ປຸ່ນ ຍົກ​ລະ​ດັບ​ການ​ພົວ​ພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ແບບ​ພິ​ເສດ, ​ແຂງ​ແຮງ ​ແລະ ຮອບດ້ານ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1973, ພິ​ເສດ​ແມ່ນ​ນັບ​ແຕ່​ເມື່ອ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຍົກ​ລະດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ ​ແລະ ວັດທະນາ​ຖາວອນ. ໃນ​ອາ​ຊີ​ໃນ​ປີ 2014​.

ການ​ນຳ​ສອງ​ທ່ານ​ໄດ້​ແບ່ງປັນ​ທັດສະນະ​ວ່າ ການ​ພົວພັນ, ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ລະດັບ​ສູງ ​ແລະ ທຸກ​ຂັ້ນ​ໄດ້​ຮັບ​ການ​ຮັກສາ​ເປັນ​ປະຈຳ, ບັນດາ​ກົນ​ໄກ​ສົນທະນາ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພັດທະນາ​ສັງຄົມ, ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ, ທ່ອງ​ທ່ຽວ...

ການ​ນຳ​ສອງ​ປະ​ເທດ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ປະ​ເທດ. ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຍີ່ປຸ່ນ ​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ, ກາຍ​ເປັນ​ປະຊາ​ຄົມ​ຊາວ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 2 ຢູ່ ຍີ່ປຸ່ນ, ມີ​ເຖິງ 520.000 ກວ່າ​ຄົນ. ປະຊາ​ຄົມ​ຊາວ​ຍີ່ປຸ່ນ​ຢູ່​ຫວຽດນາມ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ 22.000 ຄົນ. ການ​ນຳ​ສອງ​ທ່ານ​ຢືນຢັນ​ວ່າ: ປະຊາ​ຄົມ​ຊາວ​ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ສອງ​ປະ​ເທດ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແມ່ນ​ຕົວ​ແທນ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ.

ທ່ານ​ນາຍົກລັດຖະມົນຕີ Kishida Fumio ຢືນຢັນ​ຄວາມ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຍີ່ປຸ່ນ ​ໃນ​ພາກ​ພື້ນ ອິນ​ໂດ​ປາຊີ​ຟິກ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ​ຂອງ ຫວຽດນາມ ​ໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ. ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື ຍີ່​ປຸ່ນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ ​ແລະ ຍາວ​ນານ, ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ນຳ​ໜ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ສາກົນ.

ການ​ນຳ 2 ທ່ານ​ຢືນຢັນ​ຈະ​ປະຕິບັດ​ຂໍ້​ລິ​ເລີ່​ມຮ່ວມ​ຫວຽດນາມ - ຍີ່ປຸ່ນ ​ໄລຍະ​ຕໍ່​ໄປ​ໃນ​ຕົ້ນ​ປີໜ້າ. ​ໃນ​ຂະ​ບວນການ​ດັ່ງກ່າວ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ທົບ​ທວນຄືນ​ຂໍ້​ລິ​ເລີ່​ມຮ່ວມ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ທີ່​ທັງ​ສອງ​ປະ​ເທດ​ພວມ​ປະ​ເຊີນ​ໜ້າ​ບົນ​ພື້ນຖານ​ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.