ຍສໝ - ວັນທີ 17 ພຶດສະພານີ້, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເລີ່ມດຳເນີນວຽກງານກົງສຸນເພື່ອຮັບ, ແກ້ໄຂເອກະສານຂອງປະຊາຊົນທີ່ຖືກເສຍຫາຍໃນໄຟໄໝ້ສູນການຄ້າ Marywilska 44. ປະຊາຊົນຫຼາຍຄົນ ໄດ້ອອກເອກະສານໃໝ່ ຫລັງຈາກໄດ້ຍື່ນເອກະສານແລ້ວປະມານ 1 ຊົ່ວໂມງ.
ຍສໝ - ຄະນະກຳມະການປະຊາຊົນນະຄອນ ດ່ານັງ ຫາກໍ່ໄດ້ອອກມະຕິສະບັບເລກທີ 959/QD-UBND ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດການຮັບບ້ວງເງິນເກືອບ 1,8 ຕື້ດົ່ງຈາກໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ເດັກນ້ອຍ ແລະ ຊາວໜຸ່ມອາຍຸຕ່ຳກວ່າ 25 ປີ ທີ່ຮັບຜົນກະທົບຈາກເຊື້ອ HIV/AIDS ຢູ່ນະຄອນ ດ່ານັງ ໂດຍອົງການ Vietnam Health Improvement Projects (VNHIP) ອຸປະຖຳ.
ຍສໝ - ຄະນະກຳມະການປະຊາຊົນແຂວງກວາງບິ່ງ ໄດ້ອອກມະຕິສະບັບເລກທີ 1116/QD-UBND ລົງວັນທີ 3 ພຶດສະພາ 2024 ກ່ຽວກັບການຮັບຮອງເອົາໂຄງການກໍ່ສ້າງຕົວແບບໂຮງຮຽນອະນຸບານ K-ing ຢູ່ຕາແສງຊາຍແດນ ຈ້ອງຮວາ (ເມືອງ ມິງຮວາ) ໂດຍອົງການ Peace Trees ຫວຽດນາມ (PTVN) ອຸປະຖຳ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ໋າ ຫາກໍ່ໄດ້ມີມະຕິເລກທີ 1037/QĐ-UBND ວ່າດ້ວຍການອະນຸມັດການຮັບເງິນອຸປະຖຳ ເພື່ອປະຕິບັດໂຄງການເຂດ ບ໋າເທຶອກ 2 ຢູ່ເມືອງ ບ໋າເທຶອກ, ແຂວງ ແທງຮວ໋າ ໂດຍອົງການ World Vision International (WVI) ອາເມລິກາ - ຫ້ອງການຜູ້ຕາງໜ້າຢູ່ ຫວຽດນາມ ອຸປະຖຳດ້ວຍຍອດຈຳນວນທຶນໂຄງການເກືອບ 48 ຕື້ດົ່ງ.
ຍສໝ - ວັນທີ 21 ມີນາ, ຢູ່ແຂວງ ເຊີນລາ, ບໍລິສັດ CARE ປະຈໍາ ຫວຽດນາມ ໄດ້ຮ່ວມມືກັບສາຂາປູກຝັງ ແລະ ປົກປັກຮັກສາພຶດ- ພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເຊີນລາ ກໍໄດ້ຈັດຕັ້ງພິທີເລີ່ມດຳເນີນໂຄງການ SURE - ການພັດທະນາການຫາລ້ຽງຊີບແບບຍືນຍົງໃຫ້ແກ່ແມ່ຍິງຊົນເຜົ່າສ່ວນໜ້ອຍທີ່ປູກກາເຟຢູ່ ເຊີນລາ
ຍສໝ - ນັ້ນແມ່ນການແບ່ງປັນຂອງທ່ານ ເຈີ່ນຈີເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັງ ທີ່ການພົບພະເຮັດວຽກກັບຄະນະປະຕິບັດງານ ໂດຍທ່ານນາງ Emmanuelle Pavillon – Grosser, ກົງສຸນໃຫຍ່ ຝະລັ່ງ ປະຈຳນະຄອນ ໂຮ່ຈີມິນ ໃນວັນທີ 15 ມີນາ.
ຍສໝ - ວັນທີ 9 ມີນານີ້, ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອາຍຸການ 2024-2029. ໃນອາຍຸການໃໝ່, ສະມາຄົມ ໄດ້ກຳນົດຊຸກຍູ້ການໜູນຊ່ວຍການຮຽນຮູ້, ກຳນົດທິດອາຊີບໃຫ້ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ.
ຍສໝ - ທະນາຄານໂລກ (WB) ໃຫ້ຄຳໝັ້ນສັນຍາ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງຄົມມະນາຄົມ ແລະ ຂົນສົ່ງ ເພື່ອສາມາດປະຕິບັດບັນດາໂຄງການໂດຍມີການໜູນຊ່ວຍທຶນຮອນຈາກ WB ຕາມຂອບເຂດທີ່ທ່ານນາຍົກລັດຖະມົນຕີ ປາດຖະໜາ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຄູ່ຮ່ວມມື, ສົມທົບກັບ ສປຊ ເພື່ອຊ່ວຍ ກູບາ ຜ່ານຜ່າບັນດາສິ່ງທ້າທາຍໃນປະຈຸບັນ, ບັນລຸໄດ້ຄວາມຄືບໜ້າໃນການປະຕິບັດວາລະ 2030.
ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ໃຫ້ການຕ້ອນຮັບທ່ານ Mathias Cormann ເລຂາທິການໃຫຍ່ອົງການຮ່ວມມືເສດຖະກິດ ແລະ ພັດທະນາ (OECD) ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສ OECD - ລັດຖະມົນຕີອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາການເຄື່ອນໄຫວພາຍໃນ. ຂອບເຂດການເປັນປະທານຮ່ວມຂອງໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ໃນປີ 2023 ໄດ້ຖືກຈັດຂຶ້ນເປັນຄັ້ງທີ 2 ຕິດຕໍ່ກັນຢູ່ຮ່າໂນ້ຍ.
ຍສໝ - ປະທານປະເທດ ສະແດງຄວາມດີໃຈເມື່ອເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ສືບຕໍ່ມີການພັດທະນາຢ່າງຕັ້ງໜ້າ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ພົບປະກັນລະຫວ່າງການນຳທຸກຂັ້ນ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນສອງຝ່າຍ ບັນລຸໄດ້ບັນດາບາດກ້າວພັດທະນາກະໂດດຂັ້ນ.
ຍສໝ - ກວາງຈິງ ໄດ້ ແລະ ພວມສຸມໃສ່ພັດທະນາຂະແໜງສິນໃນນ້ຳຕາມທິດທັນສະໄໝ, ຍືນຍົງ ແລະ ສຸມໃສ່ແກ້ໄຂສະພາບການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ.
ຍສໝ - ເຂົ້າຮ່ວມການເຄື່ອນໄຫວທຳການກຸສົນໜູນຊ່ວຍຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ຊີຣີ, ນັກສຶກສາຫວຽດນາມ ຢູ່ລັດເຊຍ ບໍ່ພຽງແຕ່ປະກອບສ່ວນຊ່ວຍຜູ້ປະສົບເຄາະຮ້າຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນມູນເຊື້ອ ຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດສາກົນ.
ຍສໝ - ADB ຫາກໍ່ເຊັນບ້ວງເງິນກູ້ຢຶມໃຫ້ແກ່ໂຄງການໄຟຟ້າແຮງລົມຂ້າມຊາຍແດນແຫ່ງທຳອິດຢູ່ອາຊີ, ນີ້ແມ່ນໂຮງງານແຫ່ງທຳອິດຢູ່ ລາວ ແລະກໍ່ແມ່ນໂຮງງານໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນເວລາ 3 ເດືອນຂ້າງໜ້ານີ້.
ຍສໝ - ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ອາເມລິກາ ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍໄວ
ຍສໝ - ວັນທີ 31 ມັງກອນ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳດ່ານັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ມອບຮັບວັດຖຸອຸປະກອນການແພດ ທີ່ຈຳເປັນໃຫ້ແກ່ແຂວງກ໋ວາງຈິ ເພື່ອແນໃສ່ໜູນຊ່ວຍບັນດາພະນັກງານແນວໜ້າເຂດຊາຍແດນ, ຮັບປະກັນວິວັດການເປີດປະຕູຊາຍແດນສາກົນຂອງຫວຽດນາມ ໃຫ້ມີການດຳເນີນຢ່າງປອດໄພ.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 28 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ.
ຕາມນັ້ນແລ້ວ, ໂຄງການມີຍອດຈຳນວນເງິນລົງທຶນເກືອບ 8,5 ລ້ານ USD, ໃນນັ້ນ 7,7 ລ້ານ USD ໄດ້ຄັດຈາກແຫຼ່ງທຶນຊ່ວຍເຫຼືອລ້າ ODA ຂອງລັດຖະບານ ສ.ເກົາຫຼີ ຜ່ານ KOICA.
ດ້ວຍຫາດຊາຍທະເລທີ່ຍາວກ່ວາ 3.200 ກີໂລແມັດ, ມີຫຼາຍນະຄອນທີ່ມີພູມີສາດຕ່ຳ ແລະ ເຂດທົ່ງພຽງແຄມແມ່ນ້ຳແຫ່ງຕ່າງໆ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສ່ຽງຫຼາຍທີ່ສຸດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນໂລກ.