ຫວັງ​ວ່າ ແບນ​ຊິກ​ ຈະສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ

15:59 | 11/05/2023

ຍ​ສ​ໝ - ປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ເຫັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ສອງ​ຝ່າຍ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ກັນ​ລະ​ຫ​ວ່າງ​ການ​ນຳ​ທຸກ​ຂັ້ນ. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ ​ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ.

ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ ລາວ​ສ້າງ​ຄວາມ​ມຸ່ງ​ຫວັງ​ກ່ຽວ​ກັບ​ໄຟ​ຟ້າ​ແຮງ​ລົມ​ເພື່ອຫຼຸດ​ຜ່ອນ​ການ​ຂຶ້ນ​ກັບ​ໄຟ​ຟ້າ​ນ້ຳ​ຕົກ
ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ ຫຼາຍ​ອົງການ​ຈັດ​ຕັ້ງ​ສາກົນ​ມີ​ຄວາມ​ຫວັງ​ຕໍ່ເສດຖະກິດ​ຫວຽດນາມ
ຫວັງ​ວ່າ ແບນ​ຊິກ​ ຈະສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ
ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບ ພະມະເຫສີ ແບນຊິກ Mathilde, ປະທານກິດຕິມະສັກ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ແບນຊິກ (ພາບ: TTXVN)

ຕອນບ່າຍວັນທີ 9 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງໄດ້ໃຫ້ການຕ້ອນຮັບ ພະມະເຫສີ ແບນຊິກ Mathilde , ປະທານກິຕິມະສັກ ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ແບນຊິກ ຊຶ່ງພວມຢ້ຽມຢາມຫວຽດນາມ, ທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ ຢືນຢັນວ່າ: ຍາມໃດຫວຽດນາມ ກໍຖື ແບນຊິກ ແມ່ນຄູ່ຮ່ວມມືສຳຄັນຂອງສະຫະພາບ ເອີລົບ (ອີຢູ) ແລະ ປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ແບນຊິກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ການຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ.

ທ່ານປະ​ທານ​ປະ​ເທດ ສະ​ແດງ​ຄວາມ​ດີ​ໃຈ​ເມື່ອ​ເຫັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ສືບ​ຕໍ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ສອງ​ຝ່າຍ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ກັນ​ລະ​ຫ​ວ່າງ​ການ​ນຳ​ທຸກ​ຂັ້ນ. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ​ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ.

ບົນ​ພື້ນ​ຖານ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ, ໂດຍຜ່ານ​ ພະມະເຫສີ ແບນຊິກ Mathilde ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໄດ້​ເປັນ​ກຽດ​ເຊື້ອ​ເຊີນ​ກະ​ສັດ Philippe ແລະ ພະມະເຫສີ ແບນຊິກ Mathilde ມາ​ຢ້ຽມ​ຢາມ ຫວຽດ​ນາມ ໃນໄລຍະໄວໆນີ້ ເພື່ອ​ສອງ​ຝ່າຍ​ພ້ອມ​ກັນ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເປີດກວ້າງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດເລິກເຊິ່ງຂຶ້ນຕື່ມ.

ທ່ານປະທານປະເທດ ປາດຖະໜາວ່າ ແບນຊິກ ແລະ UNICEF ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາໂຄງການໃນການເບີ່ງແຍງ ແລະ ປົກປ້ອງເດັກ, ນັບທັງການສ້າງນະໂຍບາຍ ນິຕິກຳ ແລະ ນັບທັງແຫຼ່ງເງິນລົງທຶນໃນບັນດາພື້ນຖານດ້ານວັດຖຸໃນຂົງເຂດການແພດ ແລະ ການສຶກສາ.

ສ່ວນພະມະເຫສີ ແບນຊິກ Mathilde ໄດ້​ສະ​ແດງ​ຄ​ວາມ​ຂອບ​ອົກ​ຂອບ​ໃຈຕໍ່ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ທີ່​ສະຫຼະເວ​ລາ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ, ທ່ານ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ດີ​ໃຈ​ທີ່ຈະໄດ້​ເດີນ​ທາງ​ໄປ​ລາວ​ກາຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ມີ​ໂອ​ກາດ​ເຫັນ​ປະ​ຈັກ​ຕາ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ຮາກ​ຖານ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ​ຢູ່ ຫວຽດ​ນາມ, ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ ໃນ​ວິ​ວັດ​ຂະ​ບວນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ທັງ​ຊອກຮູ້​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ເບິ່ງ​ແຍງ​ດູ​ແລ, ປົກ​ປ້ອງ​ສຸ​ຂະ​ພາບ​ຂອງ​ເດັກ​ນ້ອຍ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ສຶກ​ສາ, ໂພຊະນາການ ແລະ ສຸ​ຂະ​ພາບທາງ​ດ້ານ​ຈິດ​ໃຈ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.