ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

09:40 | 09/07/2024

ຍສໝ - ວັນທີ 7 ກໍລະກົດ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ສົມທົບກັບ Campus France Viet Nam (ພາກສ່ວນຮັບຜິດຊອບໄປຮຽນຢູ່ຕ່າງປະເທດຂອງສະຖານທູດ ຝຣັ່ງ ປະຈໍາ ຫວຽດນາມ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ຝຣັ່ງ (UEVF) ແລະ ມະຫາວິທະຍາໄລ ເກີນເທີ ໄດ້ຈັດຕັ້ງເວທີປາໄສການໄປຮຽນຢູ່ປະເທດຝຣັ່ງ.

​ເວທີ​ປາ​ໄສແມ່ນ​ເພື່ອ​ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ ເປັນລະອຽດ, ເພີ່ມ​ທະວີ​ອັດຕາ​ສ່ວນ​ນັກ​ສຶກສາ ຫວຽດນາມ ທີ່​ເລືອກ ຝຣັ່ງ ​ເປັນ​ຈຸດໝາຍ​ສຶກສາ.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ອະດີດນັກສຶກສາ ຝຣັ່ງ ແບ່ງປັນປະສົບການໃນເວທີປາໄສ.

ທ່ານນາງ ເລທິແທງຢາງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ ໃຫ້ຮູ້ວ່າ ສະເລ່ຍແຕ່ລະປີ, ມີນັກຮຽນ 5 – 7 ຄົນຢູ່ໂຮງຮຽນມັດທະຍົມຕອນປາຍໃນບໍລິເວນນະຄອນ ໄດ້ເລືອກໄປຮຽນຢູ່ ຝຣັ່ງ. ພິເສດ ນັບແຕ່ປີ 2019 ມາຮອດປັດຈຸບັນ, ຈໍານວນນັກສຶກສາໄປຮຽນຢູ່ ຝຣັ່ງ ນັບມື້ນັບເພີ່ມຂຶ້ນ.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ

ທ່ານນາງ ເລທິແທງຢາງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ ກ່າວຄຳປາໄສທີ່ເວທີປາໄສ. (ພາບ: TTXVN)

ທ່ານ​ນາງ ເລ​ທິ​ແທງ​ຢາງ ກໍ່​ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, Campus France Viet Nam ຈະສືບ​ຕໍ່​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ບັນດາ​ຄູ່​ຮ່ວມ​ມືອື່ນໆຂອງນະຄອນ​ເພື່ອ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວຫຼາຍ​ກ່ວາ​ອີກ​ຄື: ການສຳມະນາ, ເຝິກອົບຮົມ, ​ກອງປະຊຸມເຈລະຈາ​ວິທະຍາສາດ..., ເພື່ອເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນຊຸມຊົນນັກສຶກສາ ຫວຽດນາມ ຢູ່ ຝຣັ່ງ, ສ້າງ​ກາລະ​ໂອກາດ​ໃຫ້​ນັກສຶກສາ ແລະ ພໍ່​ແມ່ຂອງນັກສຶກສາ ໄດ້​ມີ​ບັນດາ​ຂໍ້​ມູນ​​ທີ່​ຈຳ​ເປັນ ​ແລະ ​ເປັນ​ປະ​ໂຫຍ​ດ ​ເພື່ອ​ກະກຽມ​ໃຫ້​ການ​ໄປ​ຮຽນ​ຢູ່​ ຝຣັ່ງ ເປັນຢ່າງດີ.

ກ່າວ​ຄຳ​ປາໄສ​ທີ່​ເວທີ​ປາ​ໄສ, ທ່ານ Florent Menard - ຜູ້ອຳນວຍການ Campus France Vietnam ແຈ້ງຂໍ້ມູນວ່າ ປະຈຸ​ບັນ ຝຣັ່ງ ຢືນ​ອັນ​ດັບ​ທີ 7 ​ໃນ​ໂລກ ກ່ຽວ​ກັບ​ຈຳນວນ​ນັກ​ສຶກສາ​ສາກົນ​ທີ່​ພວມ​ຮ່ຳຮຽນ ​ແລະ ​ແມ່ນ​ຈຸດໝາຍ​ທຳ​ອິດ​ຂອງ​ບັນດາ​ນັກສຶກສາ​ທີ່​ບໍ່ໃຊ້​ພາສາ​ອັງກິດ. ໃນປີ 2023, ຈໍານວນນີ້ ຈະມີນັກສຶກສາຫຼາຍກ່ວາ 400,000 ຄົນ. ປະຈຸ​ບັນ, ມີ​ນັກ​ສຶກສາ​ຫວຽດນາມ 6.000 ກວ່າ​ຄົນ​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ ຝຣັ່ງ, ໃນນັ້ນ ມີ​ນັກ​ຮຽນ, ນັກ​ສຶກສາ​ຫຼາຍ​ຄົນ​ທີ່​ມາ​ຈາກ​ແຂວງ​ ເກີນເທີ ​ແລະ ບັນດາເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ໂດຍຜ່ານໂຄງການ Mekong 1.000, ໂຮງຮຽນ ໄດ້ປະຕິບັດການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືທີ່ເປັນສະຖາບັນ, ໂຮງຮຽນທົ່ວໂລກ ເພື່ອສົ່ງຜູ້ສະຫມັກ 1.000 ຄົນໄປຝຶກອົບຮົມຢູ່ຕ່າງປະເທດ. ມີ​ຜູ້​ສະໝັກ Mekong 1.000 ຈຳນວນ 21 ຄົນທີ່​ຮຽນ​ຢູ່ 16 ສະ​ຖາ​ບັນ, ໂຮງຮຽນ​ໃນ​ປະ​ເທດ​ຝຣັ່ງ (ລວມມີ​ປະລິນຍາ​ໂທ ​​15 ຄົນ ​ແລະ ປາລິນຍາເອກ 6 ຄົນ). ນອກຈາກນັ້ນ, ໂຮງຮຽນຍັງມີພະນັກງານ, ອາຈານສອນທີ່ມີລະດັບປະລິນຍາໂທ, ປາລິນຍາເອກ ທີ່ໄດ້ຮັບການຝຶກອົບຮົມຈາກ ຝຣັ່ງ, ເຊິ່ງເປັນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນການສອນ - ການຄຸ້ມຄອງຂອງໂຮງຮຽນ.

ມິງດຶກ (ແປຕາມ baotintuc.vn)

ເຫດການ
302 Found

Found

The document has moved here.