ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

00:00 | 12/03/2024

ຍສໝ - ວັນ​ທີ 9 ມີນານີ້, ສະມາຄົມ​ຊາວ​ໜຸ່ມນັກ​ສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້​ຈັດ​ຕັ້ງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ VIII ອາຍຸການ 2024-2029. ​ໃນອາຍຸການໃໝ່, ສະມາຄົມ​ ໄດ້ກຳນົດຊຸກຍູ້​ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດ​ທິດ​ອາຊີບ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ.

ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024 ຄະ​ນະ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ ແຂວງ ຮ​ວ່າ​ບິ່ງ ເລີ່ມ​ດຳ​ເນີນເດືອນ​ຊາວ​ໜຸ່ມ​ປີ 2024
ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ” ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”

ໂດຍ​ເຂົ້າ​ຮ່ວມ​ກອງ​ປະຊຸມໃຫຍ່ມີ​ຜູ້​ແທນ 40 ກວ່າ​ຄົນ​ທີ່​ເປັນ​ນັກ​ສຶກສາ​ຫວຽດນາມ ທີ່​ມາ​ຈາກ​ບັນດາ​ຂົງ​ເຂດ, ມະຫາວິທະຍາ​ໄລຢູ່ ສາທາລະນະລັດເຊັກໂກ, ການ​ນຳ​ອົງການ​ຜູ້ຕາງໜ້າ​ການ​ຕ່າງປະເທດ, ບັນດາສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສາທາລະນະລັດເຊັກໂກ.

ບົດ​ລາຍ​ງານ​ທີ່​ກອງ​ປະຊຸມໃຫຍ່ ໃຫ້ຮູ້ວ່າ ​ໃນອາຍຸການ 2024-2029, ສະມາຄົມ​ ຈະ​ສຸມ​ໃສ່​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ການ​ຮຽນ, ກຳນົດ​ທິດ​ອາຊີບ, ​ໃຫ້​ຄຳ​ປຶກສາ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ໄວ​ໜຸ່ມ; ຍູ້​ແຮງ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ ​ແລະ ກິລາ; ເບິ່ງແຍງ​ສິດ​ຂອງ​ໄວ​ໜຸ່ມ, ຈັດ​ຕັ້ງ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ, ຂັ້ນຕອນການ​ຢູ່​ອາ​ໄສ​ຂອງ​ຊາວ​ໜຸ່ມ. ນອກຈາກນັ້ນ ສະມາຄົມ ຍັງຈະສົມທົບກັບສູນກາງສະມາຄົມຊາວ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ ເພື່ອຄົ້ົ້ນພົບບັນດາປັດໄຈອັນຕັ້ງໜ້າຂອງປະຊາຄົມຢູ່ບັນດາທ້ອງຖິ່ນ, ບຳລຸງ, ພັດທະນາພະນັກງານສະມາຄົມເຕີບໃຫຍ່ຈາກປະຊາຄົມ; ຈັດ​ຕັ້ງ​ການ​ພົບ​ປະ​ແລກ​ປ່ຽນ​ກັບຊາວໜຸ່ມ​ນັກ​ສຶກ​ສາທີ່​ອອກແຮງງານ, ຮຳຮຽນ​ຢູ່ ສາທາລະນະລັດເຊັກໂກ ກໍຄືບັນດາປະເທດຄຽງຂ້າງ...

ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

ຄະນະ​ບໍລິຫານ​ງານ​ສະມາຄົມ​ຊາວ​ໜຸ່ມນັກ​ສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ອາຍຸການ 2024 - 2029 ​ໄດ້​ສະເໜີຕົວກອງ​ປະຊຸມ​ໃຫຍ່. (ພາບ: Tamda)

ກອງ​ປະ​ຊຸມໃຫຍ່ ​ໄດ້​ເລືອກ​ຕັ້ງ​ບັນດາ​ສະ​ມາ​ຊິກ​ດີ​ເດັ່ນ​ເຂົ້າຄະ​ນະ​ບໍ​ລິ​ຫານງານຊຸດ​ໃໝ່ ລວມ​ມີ 22 ສະ​ມາ​ຊິກ, ໃນ​ນັ້ນ, ທ່ານ​ນາງ ຫວູຢິວຮ່າ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊາວ​ໜຸ່ມນັກ​ສຶກ​ສາ​ ຫວຽດ​ນາມ ປະ​ຈຳ ສາທາລະນະລັດເຊັກໂກໃນ​ອາ​ຍຸ​ການ 2024-2029.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມໃຫຍ່, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ເຢື່ອງຮ່ວາຍນາມ ໄດ້ຕີ​ລາຄາ​ວ່າ ສະມາຄົມ​ຊາວ​ໜຸ່ມນັກ​ສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ທີ່ພິສູດໄດ້ທີຕັ້ງ, ຄຸນຄ່າໂດຍຜ່ານບົດບາດ​ຈະ​ເປັນ​ຜູ້​ນຳໜ້າ ໃນການຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງໄວໜຸ່ມຢູ່ປະເທດປະຈຳຖິ່ນ ກໍຄືເອີຣົບ. ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໄດ້ໜຸ່ມຊ່ວຍ​ສະມາຄົມ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມເຊື່ອຖື​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ ເວົ້າສະເພາະ ແລະ ເອີຣົບ ເວົ້າລວມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນ ສຳລັບ​ໄວ​ໜຸ່ມ​ທີ່​ເຕັມ​ໄປ​ດ້ວຍ​ສຸຂະພາບ, ຄວາມຮູ້, ຄວາມເຊື່ອໝັ້ນຕົນເອງ, ຄະນະ​ບໍລິຫານ​ງານ​ອາຍຸການ​ໃໝ່ ຈະ​ສືບ​ຕໍ່​ສືບ​ທອດ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ສະມາຄົມ ແລະ ປະກອບສ່ວນຍົກສູງ​ທີ່​ຕັ້ງ, ບົດບາດ​ຂອງ​ຊາວ​ໜຸ່ມ, ນັກສຶກສາ ເວົ້າສະເພາະ, ແລະ ຊາວ​ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ ເວົ້າລວມ ກ່ວາອີກ.

ທ່ານ ຮ່ວາງ​ດິງ​ແທງ - ປະ​ທານ​ສະຫະພັນສະ​ມາ​ຄົມຊາວ ຫວຽດ​ນາມ ປະ​ຈຳ ເອີ​ລົບ ກໍ່​ໄດ້​​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ທີ່​ສະ​ມາ​ຄົມຍາດ​ໄດ້​ໃນ​ໄລ​ຍະ 30 ປີທີ່​ຜ່ານ​ມາ. ທ່ານ ແທງ ໃຫ້​ຮູ້​ວ່າ ມີ​ຄວາມ​ມຸ່ງ​ຫວັງ​ອັນ​ໃຫຍ່​ຫຼວງ​ໃຫ້​ຊາວ​ໜຸ່ມ​ຫວຽດນາມ ທີ່​ເກີດ ​ແລະ ​ເຕີບ​ໃຫຍ່​ຢູ່ ສາທາລະນະລັດເຊັກໂກ ຈະ​ສາມາດ​ປະຕິບັດຕາມບັນດາຮຸ່ນໜຸ່ມກ່ອນ​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສະມາຄົມ​ໃຫ້​ກາຍ​ເປັນ​ຫົວໜ່ວຍ​ນຳ​ໜ້າ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ຂອງຮຸ່ນໜຸ່ມ ຫວຽດນາມ.

​ເນື່ອງ​ໃນ​ໂອກາດ​ນີ້, ສູນກາງສະຫະພັນຊາວ​ໜຸ່ມ​ ​ຫວຽດນາມ ​ໄດ້​ມອບ​ໃບຍ້ອງຍໍ​ໃຫ້ 7 ບຸກ​ຄົນ​ທີ່​ເປັນ​ສະມາຊິກ​ຂອງ​ສະມາຄົມ​ຢູ່ ສາທາລະນະລັດເຊັກໂກ.

ມິງດຶກ

ເຫດການ
302 Found

Found

The document has moved here.