ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ

08:10 | 21/03/2024

ຍສໝ - ນັ້ນ​ແມ່ນ​ການ​ແບ່ງປັນ​ຂອງ​ທ່ານ ເຈີ່ນຈີ​ເກື່ອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດານັງ ທີ່​ການ​ພົບພະ​ເຮັດ​ວຽກ​ກັບ​ຄະນະ​ປະຕິບັດງານ ໂດຍທ່ານ​ນາງ Emmanuelle Pavillon – Grosser, ກົງສຸນ​ໃຫຍ່ ຝະລັ່ງ ປະ​ຈຳ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 15 ມີນາ.

​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ
ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ ຊຸກຍູ້ການ​ໜູນ​ຊ່ວຍ​ການ​ຮຽນ​ຮູ້, ກຳນົດທິດອາຊີບ​ໃຫ້​ແກ່​ຊາວ​ໜຸ່ມ, ນັກ​ສຶກສາ ຫວຽດນາມ ຢູ່ ​ສາທາລະນະລັດເຊັກໂກ

ກ່າວ​ຄຳ​ປາໄສທີ່ການພົບປະເຮັດວຽກ, ​ທ່ານ ເຈີ່ນຈີ​ເກື່ອງ ​ໄດ້​ແນະນຳກ່ຽວກັບບັນດາຄວາມ​ສາ​ມາດບົ່ມຊ້ອນພັດທະນາ​ຂອງ​ນະຄອນ ດານັງ. ປະຈຸ​ບັນ, ດານັງ ໄດ້​ຮັບຮອງເປັນແກ່ນສານການ​ເຕີບ​ໂຕ​ຂອງ​ເຂດ​ເສດຖະກິດ​ສຳຄັນ​ຂອງ​ພາກ​ກາງ​ ຫວຽດນາມ. ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ​ຕົ້ນຕໍ​ຂອງ​ນະຄອນ ດານັງ ແມ່ນ​ສິນ​ທະ​ເລ, ແຜ່ນແພຕັດຫຍິບ, ໜັງເກີບ, ກົນຈັກ, ວັດສະດຸກໍ່ສ້າງ, ເຄື່ອງຫັດຖະກຳ​ສິລະປະ. ພິ​ເສດ, ນະຄອນໄດ້​ສຸມ​ໃສ່​ພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລຢີຂໍ້​ມູນຂ່າວສານ ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຂະ​ແໜງ​ການເສດຖະກິດ​ຫຼັກແຫຼ່ງ. ໂຄງ​ປະ​ກອບ​​ເສດ​ຖະ​ກິດ​ຂອງ​ນະ​ຄອນ ​ແມ່ນມຸງໄປເຖິງ "ການ​ບໍ​ລິ​ການ - ອຸດ​ສາ​ຫະ​ກໍາ - ກະ​ສິ​ກໍາ​"​.

ໃນໄລຍະທີ່ຜ່ານມາ, ນະ​ຄອນ ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ ແລະ​ ການ​ຮ່ວມ​ມື​ກັບ​ເຂດ Nord - Pas de Calais (ຝ​ະລັ່ງ). ໃນໄລຍະ 14 ປີແຫ່ງການຮ່ວມມື, ຫຼາຍໂຄງການແທດຈິງຢູ່ນະຄອນ ດານັງ ໄດ້ຮັບການອຸປະຖຳ, ຜັນຂະຫຍາຍຢ່າງມີປະສິດທິຜົນຈາກສະພາເຂດ Nord – Pas de Calais ດ້ວຍຍອດມູນຄ່າເຖິງ 10 ຕື້ດົ່ງ. ຈຸດ​ພົ້ນ​ເດັ່ນ​ລວມມີ​​ການຍົກສູງຄຸນຄ່າ​ຫໍພິພິທະ​ພັນ​ ຈຳ, ກໍ່ສ້າງ​ສຳນັກງານ​ສະ​ໂມ​ສອນ​ພາສາ ຝະຣັ່ງ, ​ໂຄງການ​ສິນ​ເຊື່ອ​ຂະໜາດ​ນ້ອຍ, ​ໂຄງການ​ບຳລຸງຮັກສາບຶງ ຣອງ...

ດານັງ ຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ຝະລັ່ງ

ຄ່ຳຄືນພົບປະແລກປ່ຽນດົນຕີ ຫວຽດນາມ - ຝະລັ່ງ ຢູ່ນະຄອນ ດານັງ.

ທ່ານ ເຈີ່ນຈີ​ເກື່ອງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກົງ​ສູນ​ໃຫຍ່ ຈະ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ນະຄອນ ດານັງ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຝະລັ່ງ; ໂຄສະນາ, ລະດົມບັນດາ​ນັກ​ລົງທຶນ ​ຝະລັ່ງ ​ໄປ​ສຳ​ຫຼວດສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຊອກຫາຄວາມ​ສາມາດ​ບົ່ມ​ຊ້ອນ​ດຳ​ເນີນ​ທຸລະ​ກິດ​ຢູ່ ດານັງ. ນະຄອນ​ ກໍຈະ​ໜູນ​ຊ່ວຍ, ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ຝະລັ່ງ ມາ​ລົງທຶນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ. ປະຈຸ​ບັນ, ນະຄອນ ໄດ້ມີຫຼາຍຮາກຖານສຶກສາທີ່​ສອນ​ພາສາ​ ຝະຣັ່ງ ຢູ່ໂຮງຮຽນ ​ເພື່ອສົ່ງເສີມໃຫ້ບັນດາ​ນັກ​ລົງທຶນ​ ຝະລັ່ງ​ ມາ​ລົງທຶນເຂົ້າໃນຂົງ​ເຂດ​ການ​ສຶກສາ, ບຳລຸງ​ສ້າງ.

ທ່ານກໍປາດ​ຖະໜາ​ວ່າ ນະຄອນ ດານັງ ແລະ ຝະລັ່ງ ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ພົບປະແລກປ່ຽນ​ວັດທະນະທຳ, ແນະນຳ​ວັດທະນະທຳ ແລະ ​ປະຊາຊົນ ​ຝະລັ່ງ ໄປນະຄອນ ດານັງ ກໍຄືໜູນຊ່ວຍ​ແນະນຳ​ວັດທະນະທຳ ​ແລະ ປະຊາຊົນ​ ຫວຽດນາມ ເວົ້າລວມ ​ແລະ ນະຄອນ ​ດານັງ ເວົ້າສະເພາະ ຕໍ່ປະຊາຊົນ ​ຝະລັ່ງ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ນະ​ຄອນ ດານັງ ຈະ​ຈັດ​ຕັ້ງ​ຄະນະຜູ້ແທນໄປປະຕິບັດງານຢູ່ ຝະ​ລັ່ງ. ທ່ານ​ສະເໜີ​ໃຫ້​ທ່ານກົງ​ສູນ​ໃຫຍ່​ໜູນຊ່ວຍ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ຄະນະ​ປະຕິບັດງານຂອງ​ນະຄອນ​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຝະລັ່ງ, ພິ​ເສດ​ແມ່ນ​ໜູນ​ຊ່ວຍສົ່ງເສີມການ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​, ການຮ່ວມມືລະຫວ່າງ​ນະຄອນ ດາ​ນັງ ​ແລະ ນະຄອນ ​Le Havre (ຝະລັ່ງ).

ທ່ານກົງສຸນໃຫຍ່ ຝະລັ່ງ ປະຈຳ ນະຄອນ ໂຮ່ຈີມິນ ນາງ Emmanuelle Pavillon – Grosser ໃຫ້ຮູ້ວ່າ ບັນດານັກລົງທຶນ ຝະລັ່ງ ຢູ່ ນະຄອນ ດານັງ ກໍໄດ້ຕີລາຄາດີກ່ຽວກັບກົນໄກ, ນະໂຍບາຍ ແລະ ສະພາບແວດລ້ອມແຫ່ງການລົງທຶນຂອງນະຄອນ, ພ້ອມກັນນັ້ນ ກໍ່ຢືນຢັນວ່າ ຈະສືບຕໍ່ມານະພະຍາຍາມຮຽກຮ້ອງບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ ຝະລັ່ງ ມາ​ນະຄອນ ​ດານັງ ເພື່ອ​ຊອກ​ຮູ້​ສະພາບ​ແວດ​ລ້ອມ.

ທ່ານ​ນາງ​ສະ​ເໜີ​ວ່າ ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ ຝະລັ່ງ, ອຳນາດການປົກຄອງນະຄອນ​ຄວນ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງ​ ຝະລັ່ງ ມາ​ເຮັດ​ວຽກ ​ແລະ ພັກເຊົາ​ຢູ່​ທ້ອງ​ຖິ່ນ; ສືບ​ຕໍ່​ເປີດກ້ວາງບັນດາການເຄື່ອນໄຫວກ່ຽວກັບການບຳລຸງສ້າງການ​ສຶກສາ​ຕາມ​ຮູບ​ແບບການ​ສຶກສາ​ຂອງ​ເອີ​ລົບ ​ເພື່ອ​ເມື່ອຄອບຄົວ​ຊາວ​ ຝະລັ່ງມາ ກໍ່ຈະສາມາດ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮຽນ​ຢູ່​ທີ່​ນີ້ໄດ້. ສິ່ງນີ້ ກໍຈະສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃຫ້​ທັງ​ສອງ​ຝ່າຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.