ເພີ່ມທະວີການເປັນຄູ່ຮ່ວມ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງແຜນພັດທະນາແຫ່ງຊາດ

ເພີ່ມທະວີການເປັນຄູ່ຮ່ວມ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງແຜນພັດທະນາແຫ່ງຊາດ

ກອງປະຊຸມໂຕະມົນປະຈຳປີ 2019 ໄດ້ເປີດຂຶ້ນ ໃນວັນທີ 26 ພະຈິກ 2019 ທີ່ຫ້ອງວ່າການແຂວງ ຫລວງພະບາງ, ໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງ, ແຂວງຫລວງພະບາງ ແລະ ທ່ານ ນາງ ຊາຣ່າ ຊິກເກັນເນສ ຜຸ້ປະສານງານ ຂອງອົງການສະຫະປະຊາຊາດ ປະຈຳ ສ ປປ ລາວ ໂດຍມີຜູ້ຕາງໜ້າຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພ້ອມດ້ວຍບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການທີ່ບໍ່ຫວັງຜົນກໍາໄລ ແລະ ພາກເອກະຊົນ ເຂົ້າຮ່ວມ.

ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງ ຖິ່ນ ຈະໄດ້ສືບຕໍ່ສູ້ຊົນ ຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ວຽກງານທີ່ສຳຄັນ.

ປະເທດລາວ ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76

ປະເທດລາວ ເຂົ້າຮ່ວມກອງປະຊຸມຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ພາກພື້ນອາຊີ-ປາຊີຟິກ ຄັ້ງທີ 76

ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ,​ ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).

ລັດຖະບານ ແລະບັນດາທ້ອງຖິ່ນສະຫຼຸບປີ 2021, ຜັນຂະຫຍາຍໜ້າທີ່ປີ 2022

ລັດຖະບານ ແລະບັນດາທ້ອງຖິ່ນສະຫຼຸບປີ 2021, ຜັນຂະຫຍາຍໜ້າທີ່ປີ 2022

ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບວຽກງານຊີ້ນໍາ, ບໍລິຫານ ແລະໝາກຜົນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ທິດທາງ, ໜ້າທີ່, ມາດຕະການປີ 2022.

ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່”  ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່” ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ຍສໝ - ປີ 2020, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ສະພາບການເສດຖະກິດ ສັງຄົມຂອງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ແຕ່ ຫວຽດນາມ ຍັງສືບຕໍ່ແມ່ນຫນຶ່ງໃນຈຳນວນສອງປະເທດ ຂອງ ອາຊີ ບັນລຸການເຕີບໂຕເປັນບວກ, ຊີວິດການເປັນຢູ່ຂອງປະຊາຊົນຍັງຄົງໄດ້ຮັບປະກັນ, ບໍ່ຕົກເຂົ້າສູ່ສະພາບວິກິດການ.

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.

ລັດຖະບານລາວ ກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2019

ລັດຖະບານລາວ ກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2019

ຍສໝ - ລັດຖະບານລາວກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ທິດທາງ-ຫນ້າທີ່ລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2016-2020).

ຫວຽດນາມ ຍັງບໍ່ເຄີຍບັນລຸໄດ້ຜົນງານດ້ານເສດຖະກິດ-ສັງຄົມຄືໃນປະຈຸບັນເທື່ອ

ຫວຽດນາມ ຍັງບໍ່ເຄີຍບັນລຸໄດ້ຜົນງານດ້ານເສດຖະກິດ-ສັງຄົມຄືໃນປະຈຸບັນເທື່ອ

ຍສໝ - ປີ 2019 ແມ່ນປີທີສາມຢ່າງລຽນຕິດ ຫວຽດນາມປະຕິບັດສຳເລັດ 12/12 ມາດຖານພັດທະນາເສດຖະກິດສັງຄົມ ຊື່ງສະພາແຫ່ງຊາດໄດ້ວາງອອກ, ໃນນັ້ນ ມີ 5 ມາດຖານລື່ນກາຍແຜນການວາງອອກ. ພິເສດ ລະດັບການເຕີບໂຕກວ່າ 7% ແມ່ນລະດັບການເຕີບໂຕສູງສຸດຂອງພາກພື້ນ ແລະ ໂລກ, ສູງທົບ 3 ເທົ່າລະດັບສະເລ່ຍລວມໃນທົ່ວໂລກ ແລະ ຍິ່ງມີຄວາມໝາຍກວ່າ ເມື່ອຫລາຍປະເທດບໍ່ບັນລຸການເຕີບໂຕ ຫລື ຊ້ຳບໍ່ໜຳ ການເຕີບໂຕຢູ່ໃນລະດັບທາງລົບ. ຍິ່ງກວ່ານັ້ນ ບັນຫາໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ ຢູ່ໃນລະດັບຕ່ຳກວ່າ 3% ຕ່ຳກວ່າຫລາຍເມື່ອທຽບໃສ່ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ.

ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ

ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 9 ທັນ​ວາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ 2021 (VCSF 2021) ​ໂດຍ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ແລະ ບັນດາ​ຄູ່​ຮ່ວມ​ມືຈັດ​ຕັ້ງ.

ອົງການ​ແຮງ​ງານ​ສາກົນ​ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ປະກັນໄພ​ສັງຄົມ

ອົງການ​ແຮງ​ງານ​ສາກົນ​ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ປະກັນໄພ​ສັງຄົມ

ຍສໝ - ໃນລະຫວ່າງວັນທີ 20-24 ກຸມພາ, ທ່ານ ນາງ Chihoko Asada-Miyakawa, ຫົວໜ້າອົງການແຮງງານສາກົນ (ILO) ປະຈຳ ອາຊີ ແລະ ປາຊີຟິກ ໄດ້ໄປຢ້ຽມຢາມ ຮ່າໂນ້ຍ ເພື່ອເຂົ້າຮ່ວມການໂອ້ລົມສົນທະນາ ເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນວຽກງານທີ່ໝັ້ນຄົງຢູ່ ຫວຽດນາມ.

ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ຫລຸດພົ້ນອອກຈາກສະ ຖານະພາບຄວາມດ້ອຍ ພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີ ຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030.

ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020

ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020

ຍສໝ - ຕອນເຊົ້າວັນທີ 07 ມັງກອນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020 ແລະ ຂໍ້ລິເລີ່ມຂອງປະຊາຄົມວັດທະນະທຳ - ສັງຄົມ.

ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA)

ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA)

ຍສໝ - ຕອນເຊົ້າວັນທີ 24 ກຸມພາ 2020 ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນເຈົ້າພາບ ແລະ ສົມທົບກັບຄະນະເລຂາ ອາຊຽນ ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA).

ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ

ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ

ຍ​ສ​ໝ - ຕອນ​ຄ່ຳວັນ​ທີ 8 ທັນວາ ຢູ່​ຮ່າ​ໂນ້ຍ, ສະມາ​ຄົມການ​ຄ້າ ​ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ (AmCham Hanoi) ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ແລະ ເຊີດຊູ​ບັນດາ​ບໍລິສັດ​ສະມາຊິກ​ທີ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ CSR ​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 2021.

ທ່ານ ສະເຫຼີມໄຊ ກົມມະສິດ, ນຳພາຄະນະຜູ້ແທນ ສປປລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປ

ທ່ານ ສະເຫຼີມໄຊ ກົມມະສິດ, ນຳພາຄະນະຜູ້ແທນ ສປປລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປ

ໃນວັນທີ 27 ພຶດສະພາ 2019 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP) ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການ​ສ້າງ​ຄວາມ​ອາດ​ສາ​ມາດ, ການ​ຮັບ​ປະ​ກັນ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ສະ​ເໝີ​ພາບ​” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.

ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ຍສໝ - ປັດຈຸບັນ ຫວຽດນາມ ມີ ແຮງງານ ປະມານ 650.000 ຄົນທີ່ພວມເຮັດວຽກຢູ່ ກ່ວາ 40 ປະເທດ ແລະ ເຂດແຄ້ວນ ໃນ 30 ໝວດຂົງເຂດ ແລະ ອາຊີບທີ່ແຕກຕ່າງກັນ.

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຍສໝ - ກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາ ຢູ່ນະຄອນຍາຈາງພາຍໃຕ້ຫົວຂໍ້ວ່າ: “ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນພາກພື້ນ.

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ

ຍສໝ - “ວຽກ​ງານ​ສິດທິ​ມະນຸດ​ຂອງ​ແຂວງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ພິ​ເສດ​ແມ່ນ​ປະຕິບັດ​ບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ - ສັງຄົມ, ຊົນ​ເຜົ່າ - ສາສະໜາ, ປະກັນ​ສັງຄົມ, ຮັບປະກັນ​ຊີວິດ ​ແລະ ຄວາມ​ປອດ​ໄພ​ດ້ານ​ສິດທິ​ມະນຸດ​ຂອງ​ປະຊາຊົນ. ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ສືບ​ຕໍ່​ປັບປຸງ, ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ທັນ​ການ​ເພື່ອ​ລົບ​ລ້າງ​ຄວາມ​ຫຍຸ້ງຍາກ, ສິ່ງ​ກີດຂວາງ​ໃຫ້​ແກ່​ວິ​ສາ​ຫະກິດ. ປະກັນ​ສັງຄົມ​ໄດ້​ຮັບ​ການ​ດູ​ແລ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ.” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ໂຮ່ກວາງ​ບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ​ໃນ​ວັນ​ທີ 31 ກໍລະກົດ.

ສື່ສັງຄົມ ສໍາລັບການສ້າງສະຖຽນລະພາບດ້ານການເມືອງ, ສັງຄົມ ຢູ່ ຫວຽດນາມ

ສື່ສັງຄົມ ສໍາລັບການສ້າງສະຖຽນລະພາບດ້ານການເມືອງ, ສັງຄົມ ຢູ່ ຫວຽດນາມ

ຍສໝ - ສື່ສັງຄົມ ສໍາລັບການສ້າງສະຖຽນລະພາບດ້ານການເມືອງ, ສັງຄົມ ຢູ່ ຫວຽດນາມ ແມ່ນຫົວຂໍ້ບົດຂຽນ ຂອງສະຫາຍ ຫວໍ ວັນ ເຖືອງ ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ.

9 ເດືອນ ແຫ່ງຂີດໝາຍໃໝ່ຂອງ ເສດຖະກິດ-ສັງຄົມ ຫວຽດນາມ

9 ເດືອນ ແຫ່ງຂີດໝາຍໃໝ່ຂອງ ເສດຖະກິດ-ສັງຄົມ ຫວຽດນາມ

ຍສໝ - ນອກຈາກ GDP 9 ເດືອນຂອງ ປີ 2018 ສະເລ່ຍ ບັນລຸໄດ້ 6,98%, ເປັນລະດັບສູງສຸດຖ້າທຽບໃສ່ ຊຸມປີ ແຕ່ 2011 ເປັນຕົ້ນມາ, ສະພາບເສດຖະກິດ-ສັງຄົມ 9 ເດືອນ ຍັງໄດ້ເຮັດໃຫ້ເຫັນຂີດໝາຍໃໝ່ຂອງສະຖິຕິ ການສົ່ງອອກ ເກີນດຸນ ເຖິງ 5,39 ຕື້ USD.

ເຫດການ