ລັດຖະບານ ແລະບັນດາທ້ອງຖິ່ນສະຫຼຸບປີ 2021, ຜັນຂະຫຍາຍໜ້າທີ່ປີ 2022

12:16 | 07/01/2022

ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບວຽກງານຊີ້ນໍາ, ບໍລິຫານ ແລະໝາກຜົນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ທິດທາງ, ໜ້າທີ່, ມາດຕະການປີ 2022.

ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ໂຮງ​ຮຽນ​ສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ ໄຂ​ສົກ​ຮຽນ​ໃໝ່ 2021 – 2022
ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ

ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນສະຫຼຸບວຽກງານປີ 2021; ຜັນຂະຫຍາຍຂໍ້ສະຫຼຸບຂອງສູນກາງພັກ ແລະມະຕິຂອງສະພາແຫ່ງຊາດ ຊຸດທີ XV ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ ປີ 2022 ໃນຕອນເຊົ້າວັນທີ 5 ມັງກອນ. ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ເຂົ້າຮ່ວມ ແລະກ່າວຄໍາ ເຫັນທີ່ກອງປະຊຸມ. ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບວຽກງານຊີ້ນໍາ, ບໍລິຫານ ແລະໝາກຜົນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ທິດທາງ, ໜ້າທີ່, ມາດຕະການ ປີ 2022.

ລັດຖະບານ ແລະບັນດາທ້ອງຖິ່ນສະຫຼຸບປີ 2021, ຜັນຂະຫຍາຍໜ້າທີ່ປີ 2022
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາຫັນທີ່ກອງປະຊຸມ. ພາບ: TTXVN

ກ່າວຄໍາຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈີ໊ງ ຮຽກຮ້ອງບັນດາຜູ້ແທນ ສຸມໃສ່ ໄຈ້ແຍກ, ຕີລາຄາໝາກຜົນແຫ່ງການປະຕິບັດໜ້າທີ່ການເມືອງ ປີ 2021, ຍົກ ອອກບັນດາຈຸດດີ, ຂໍ້ຈໍາກັດ, ຈຸດອ່ອນ, ສາຍເຫດ... ພ້ອມທັງສະເໜີ ມາດຕະການແກ້ໄຂ, ປຶກສາຫາລືຢ່າງລະອຽດ ແລະເປັນເອກະພາບ ກ່ຽວ ກັບເປົ້າໝາຍ, ໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດໜ້າທີ່ການເມືອງ ເຊິ່ງ ພັກ, ລັດ ແລະປະຊາຊົນມອບໝາຍໃຫ້, ເປັນຕົ້ນແມ່ນ ແຜນການພັດທະນາ ເສດຖະກິດ-ສັງຄົມ ແລະວາງແຜນງົບປະມານແຫ່ງ ລັດປີ 2022.

ທ່ານນາຍົກລັດຖະມົນຕີ ສະເໜີບັນດາຜູ້ແທນສຸມໃສ່ກ່າວຄໍາເຫັນກ່ຽວກັບ ວຽກງານຖັນແຖວພະນັກງານ, ພາລະກອນ, ລັດຖະກອນປອດໄສເຂັ້ມແຂງ; ຍົກອອກບັນດາຮູບແບບທີ່ດີ, ແບບແຜນເຮັດວຽກທີ່ດີ; ປຶກສາຫາລືກ່ຽວກັບວິທີ ການຊີ້ນໍາ; ຈັດຕັ້ງການປະຕິບັດ. ທ່ານ ຟ້າມມິງຈີ໊ງ ກໍໍ່ຮຽກຮ້ອງໃຫ້ບັນດາ ລັດຖະມົນຕີ, ຫົວໜ້າຂະແໜງການ ມີການອະພິບາຍ, ເຮັດແຈ້ງຕື່ຶມອີກ ກ່ຽວກັບບັນຫາ ເຊິ່ງບັນດາທ້ອງຖິ່ນມີຄວາມສົນໃຈ.

ທ່ານ ຟ້າມມິງຈີ໊ງ ໃຫ້ຮູ້ວ່າ, ປີ 2021 ແມ່ນປີທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສຸດແຕ່ໝາກຜົນບັນລຸໄດ້ເປັນໜ້າຮັບຮູ້. ໝາກຜົນນັ້ນແມ່ນຍ້ອນມີຄວາມ ສາມັກຄີ, ເປັນເອກະພາບພາຍໃຕ້ການນໍາພາ, ຊີ້ນໍາຢ່າງຕິດແທດ, ທັນການ ຂອງສູນກາງພັກ, ກົມການເມືອງ, ຄະນະເລຂາທິການ, ການຕິດຕາມກວດກາ ແລະຮ່ວມເດີນທາງຂອງສະພາແຫ່ງຊາດ, ຄວາມມານະພະຍາຍາມຂອງ ລັດຖະບານ ພ້ອມກັບການເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈ ຜ່ານຜ່າຄວາມຫຍຸ້ງ ຍາກ, ສິ່ງທ້າທາຍຂອງທ່ົວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະປະຊາຊົນທົ່ວປະເທດ.

ທ່ານ ຟ້າມມິງຈີ໊ງ ເນັ້ນໜັກວ່າ “ຕັດສິນໃຈສ້າງລັດຖະບານ, ອຳນາດການປົກຄອງປອດໄສ, ໝັ້ນຄົງເຂັ້ມແຂງ, ຮອບດ້ານ, ສາມັກຄີ, ຮ່ວມແຮງຮ່ວມໃຈ, ຄວາມມານະພະຍາຍາມສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງມີໄຊ, ເປັນຕົ້ນແມ່ນໃນການປ້ອງກັນ ແລະສະກັດກັ້ນການສໍ້ຫຼາດບັງຫຼວງ. ສູ້ຊົນຮອດປີ 2022 ແມ່ນປີຊະນະພະຍາດ; ຟື້ນຟູເສດຖະກິດ, ພັດທະນາ; ສັງຄົມເປັນລະບຽບຮຽບຮ້ອຍ, ອະທິປະໄຕແຫ່ງຊາດໄດ້ຮັກສາຢ່າງໝັ້ນຄົງ, ການເມືອງເປັນປົກກະຕິ; ປະຊາຊົນມີຄວາມສະຫງົບສຸກ, ຜາສຸກ, ບົນເນື້ອໃນຈິດໃຈສາມັກຄີບໍລິສຸດສັດຊື່, ເປັນເຈົ້າການຮັບມື, ປອດໄພ ແລະມີປະສິດທິຜົນ ແລະຟື້ນຟູເສດຖະກິດ ແບບຍືນຍົງ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.