ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

10:24 | 01/07/2019

ກະຊວງແຜນການ ແລະ ການລົງທຶນ ຊີ້ໃຫ້ເຫັນວ່າ ບັນດາຂະແໜງການ ແລະ ທ້ອງ ຖິ່ນ ຈະໄດ້ສືບຕໍ່ສູ້ຊົນ ຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນທ້າຍປີ 2019 ໃຫ້ບັນລຸ ແລະ ລື່ນຄາດໝາຍ ໂດຍຈະສຸມໃສ່ 7 ວຽກງານທີ່ສຳຄັນ.

ການພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ ຈະສຸມໃສ່ 7 ວຽກທີ່ສຳຄັນ

ບັນຍາກາດທີ່ກອງປະຊຸມ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານ ຕໍ່ກອງປະຊຸມ ລັດຖະບານ ເປີດກວ້າງ ຄັ້ງທີ 1 ປີ 2019 ໃນວັນທີ 26 ມິຖຸນາ 2019 ນີ້ວ່າ: ເພື່ອປະຕິບັດ ວຽກງານ ຈຸດສຸມ ຕົ້ນຕໍ ໃຫ້ບັນລຸ, ບັນດາ ຂະແໜງການແລະ ທ້ອງຖິ່ນ ຈະໄດ້ສຸມໃສ່ ປະຕິບັດໂຄງ ການລົງທຶນຂອງລັດ ທີ່ໄດອະນຸມັດແລ້ວ ໃນແຜນປະຈຳປີ 2019 ເພື່ອໃຫ້ນຳໃຊ້ ເຂົ້າໃນການ ຜະລິດ ໄດ້ໄວ, ເລັ່ງປັບປຸງ 10 ຕົວຊີ້ວັດ ທີ່ຍັງຄ້າງຄາ ໃຫ້ສຳເລັດ ໃນທ້າຍປີ ໂດຍສະເພາະ ຕົວຊີ້ວັດທີ 4 ການຂຶ້ນທະບຽບຊັບສິນ, ຕົວຊີ້ວັດທີ 7 ການຊຳລະອາກອນ, ຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10 ການແກ້ໄຂ ການລົ້ມລະລາຍ, ພ້ອມທັງ ອຳນວຍ ຄວາມສະດວກ ໃຫ້ແກ່ການ ລົງທຶນ ພາກເອກກະຊົນ ໃຫ້ມີຄວາມວ່ອງໄວ, ງ່າຍດາຍ ແລະ ຕົ້ນທຶນຕ່ຳ. ໃນຂະນະດຽວກັນ, ກໍຈະສຸມໃສ່ ຍູ້ແຮງ ການຜະລິດ ແລະ ການບໍລິການ ເປັນຕົ້ນ ການຜະລິດ ກະສິກຳ ເປັນສິນຄ້າ ທີ່ມີຕະຫລາດແລ້ວ ເຊັ່ນ: ເຂົ້າ, ພືດຜັກ, ສັດໃຫຍ່, ຊາ,​ ກາເຟ ແລະ ອື່ນໆ, ຊຸກຍູ້ ການຜະລິດ ອຸດສາຫະກຳ ທີ່ມີທ່າແຮງ ສົ່ງອອກ ເຊັ່ນ: ການຜະລິດ ໄຟຟ້າ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ ໃນເຂດເສດຖະກິດ ພິເສດ, ເລັ່ງແກ້ໄຂບັນຫາ ແລະ ຂອດອຸດຕັນ ຕໍ່ການສົ່ງເສີມ ທຸລະກິດ ຂະໜາດກາງ ແລະ ຂະໜາດນ້ອຍ ເປັນ ຕົ້ນ ທຶນ, ກົນໄກ, ເຕັກນິກ, ການປະສານງານ ແລະ ອື່ນໆ.

ໄປພ້ອມກັບຍູ້ແຮງການທ່ອງທ່ຽວ ໂດຍສະເພາະປີທ່ອງທ່ຽວລາວ-ຈີນ ໂດຍເອົາໃຈໃສ່ແກ້ໄຂບັນຫາຂໍ້ຫຍຸ້ງຍາກ ເຊັ່ນ: ກົນໄກເຂົ້າອອກເມືອງ, ປັບປຸງຄຸນນະພາບ ການບໍລິການ, ປັບປຸງສະຖານທີ່ທ່ອງທ່ຽວ, ສ້້າງຜະລິດຕະພັນ ການທ່ອງທ່ຽວ ທີ່ຫລາກຫລາຍ ມີຄຸນນະພາບສູງຂຶ້ນ, ເພີ່ມທະວີການໂຄສະນາ ແລະ ປັບປຸງເຄືອຂ່າຍ ການທ່ອງທ່ຽວ ໃຫ້ກວ້າງຂວາ ງເຂັ້ມແຂງ, ຄົ້ນຄວ້າ ສ້າງຍຸດທະສາດ ດຶງດູດ ນັກທ່ອງທ່ຽວ ທີ່ມີຄວາມສາມາດ ໃຊ້ຈ່າຍເງິນສູງ ໃຫ້ຫລາຍຂຶ້ນຕື່ມ ເພື່ອສ້າງລາຍຮັບ ເຂົ້າສູ່ປະເທດໃຫ້ຫລາຍຂຶ້ນ, ລວມທັງຊຸກຍູ້ ການບໍລິການ ໃຫ້ຂະຫຍາຍຕົວ ເປັນຕົ້ນ: ການຂົນສົ່ງ, ການຄ້າຂາຍ, ການສົ່ງອອກ ໂດຍສະເພາະ ກະແສໄຟຟ້າ,​ ແຮ່ທາດ, ອຸດສາຫະກຳປຸງແຕ່ງ, ຜົນຜະລິດ ກະສິກຳ ເພື່ອດຶງດູດ ເງິນຕາເຂົ້າປະເທດ. ພ້ອມດຽວກັນນັ້ນ, ກໍສະເໜີຂັ້ນເທິງ ພິຈາລະນາແກ້ໄຂ ໜີ້ສິນບູລິມະສິດ ການລົງທຶນຂອງລັດ (ໂຄງການທີ່ສຳເລັດ 100% ທີ່ມີປະສິດທິຜົນ) ເພື່ອສ້າງ ສະພາບ ຄ່ອງຕົວ ໃຫ້ພາກທຸລະກິດ ທັງເປັນການ ອັດສີດເງິນ ເຂົ້າລະບົບ ເສດຖະກິດ ເພື່ອຊຸກຍູ້ ການພັດທະນາ ແລະ ການເຕີບໂຕ ທາງດ້ານເສດຖະກິດ.

ນອກຈາກນັ້ນ, ປະຕິບັດມາດຕະການ ເຂັ້ມງວດ, ຄົບຊຸດຕໍ່ວິໄນດ້ານການເງິນ-ເງິນຕາ ເຊັ່ນ: ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝ, ແກ້ໄຂ ການຂາດດຸນ ງົບປະມານ, ເພີ່ມລາຍຮັບ ຄຸ້ມຄອງລາຍຈ່າຍ ແກ້ໄຂໜີ້ສິນ ແລະ ຄຸ້ມຄອງ, ຕິດຕາມ ແຫລ່ງເງິນຕາ ຕ່າງປະເທດ ຈາກຂາອອກ, ການລົງທຶນ, ທຶນຊ່ວຍເຫລືອລ້າ, ການບໍລິການທະນາຄານ ແລະ ການບໍລິການອື່ນໆ, ຫລຸດຜ່ອນ ການນຳເຂົ້າ ທີ່ບໍ່ຈຳເປັນ, ສ້າງຄວາມເຊື່ອໝັ້ນ ດ້ານກົນໄກ ການບໍລິການ-ການເງິນ ຂອງທະນາຄານ, ຄຸ້ມຄອງແຫລ່ງເງິນ ຕາ ແລະ ອັດຕາແລກປ່ຽນ ຂອງຮ້ານແລກປ່ຽນຢ່າງເຂັ້ມງວດ ໃນຂອບເຂດທົ່ວປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.