ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

06:07 | 12/05/2020

ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ຫລຸດພົ້ນອອກຈາກສະ ຖານະພາບຄວາມດ້ອຍ ພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີ ຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030.

ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix ຫາລືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ
ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix ໃນ​ໄລຍະ 5 ປີ 2016-2020 ຂະ​ແໜງການ​ພະລັງງານ ​ແລະ ບໍ່​ແຮ່ ມີ​ອັດຕາ​ການ​ເຕີບ​ໂຕ 11%
ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix
ພາບປະກອບ

ເພື່ອໃຫ້ບັນລຸເປົ້າໝາຍລວມດັ່ງ ກ່າວ, ຕ້ອງໄດ້ສຸມໃສ່ 6 ເປົ້າໝາຍໃຫຍ່ ຄື: ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ຊັບພະຍາກອນມະນຸດ ມີຄຸນນະພາບດີຂຶ້ນ ທີ່ສາມາດຕອບສະໜອງຄວາມຕ້ອງ ການຂອງ ການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະ ຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດ ທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ; ຊີວິດການເປັນ ຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ, ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ກຽມພ້ອມຮັບມື ແລະ ຕອບໂຕ້ຄວາມສ່ຽງຈາກ ໄພພິບັດທຳມະຊາດ; ການສ້າງພື້ນຖານໂຄງລ່າງ ທີ່ມີຄວາມ ເຂັ້ມແຂງ ແລະ ສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ການຄຸ້ມຄອງ-ບໍລິຫານລັດ ມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງ ຕາມທິດລັດແຫ່ງກົດໝາຍ ຢ່າງມີຄວາມສັກສິດ.

ລັດຖະບານລາວ ຈະສຸມໃສ່ 6 ເປົ້າໝາຍລວມໃຫຍ່ ເພື່ອສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ໃຫ້ບັນລຸເງື່ອນໄຂການ ຫລຸດພົ້ນອອກ ຈາກສະຖານະພາບ ຄວາມດ້ອຍພັດທະນາ ຢ່າງໜັກແໜ້ນ ດ້ວຍການເຕີບໂຕ ທີ່ມີຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030.

ເປົ້າໝາຍດັ່ງກ່າວ ແມ່ນຈະໄດ້ບັນຈຸເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຊິ່ງປັດຈຸບັນ ແມ່ນກໍາລັງຄົ້ນຄວ້າ ແລະ ປຶກສາຫາລື ເພື່ອໃຫ້ມີທິດທາງ, ຄາດໝາຍສູ້ຊົນ, ມີນະໂຍບາຍ ແລະ ມາດຕະການຢ່າງຈະແຈ້ງ ແລະ ລະອຽດ ເພື່ອໃຫ້ສາມາດຈັດຕັ້ງ ປະຕິບັດຢ່າງມີໝາກຜົນ ແລະ ບັນລຸຕາມແຜນທີ່ວາງໄວ້.

ຢູ່ໃນບັນດາເປົ້າໝາຍລວມດັ່ງກ່າວ ປະກອບມີແຜນວຽກຈຸດສຸມຕ່າງໆ ຄື: ເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ແລະ ໝັ່ນທ່ຽງ, ຍົກສູງສະມັດຕະພາບ ຂອງການລົງທຶນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ, ເຮັດໃຫ້ການເຕີບໂຕ ທາງດ້ານເສດຖະກິດ ໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ຍືນຍົງ, ການພັດທະນາ ຈຸນລະວິສາຫະກິດ ຫລື ວິສາຫະກິດ ຂະໜາດນ້ອຍ-ກາງ ຕ້ອງຫັນໄປສູ່ຄຸນ ນະພາບສູງຂຶ້ນກວ່າເກົ່າ, ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ, ພັດທະນາວິສາຫະກິດຂອງລັດ ໃຫ້ມີປະພາບ ແລະ ປະສິດທິຜົນສູງຂຶ້ນ.

ພ້ອມກັນນັ້ນ ກໍປັບປຸງການບໍລິການທາງດ້ານສາທາລະນະສຸກ ແລະ ໂພຊະນາການຢ່າງທົ່ວເຖິງ ແລະ ມີຄຸນນະພາບສູງຂຶ້ນ, ປັບປຸງຄຸນນະພາບການສຶກສາໃນທຸກລະດັບໃຫ້ສູງຂຶ້ນ ພ້ອມທັງສ້າງເງື່ອນໄຂ ໃຫ້ເຂົ້າເຖິງການສຶກສາ ໃຫ້ໄດ້ຢ່າງ ກວ້າງຂວາງກວ່າເກົ່າ, ພັດທະນາສີມືແຮງງານ ແລະ ຄວາມຊໍານານງານໃຫ້ດີຂຶ້ນ ແລະ ມີຄວາມຫລາກຫລາຍທາງດ້ານວິຊາຊີບ, ສົ່ງເສີມນໍາໃຊ້ການຄົ້ນຄວ້າ ແລະ ຜົນການຄົ້ນຄວ້າ ວິທະຍາສາດ-ເຕັກໂນໂລຊີ ແລະ ພູມປັນຍາ ເຂົ້າໃນການພັດທະນາ, ລວມທັງການເກັບກູ້ລະເບີດ ບໍ່ທັນແຕກໃຫ້ໄດ້ ຫລາຍກວ່າເກົ່າ ເພື່ອເຮັດໃຫ້ການດຳລົງຊີວິດ ຂອງປະຊາຊົນມີຄວາມປອດໄພ.

ພັດທະນາເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ ໃຫ້ເຂົ້າສູ່ລວງເລິກກວ່າເກົ່າ, ປັບປຸງພື້ນຖານ ໂລ່ງລ່າງ-ສາທາລະນຸປະໂພກ ພ້ອມສະໜອງໃຫ້ທົ່ວເຖິງກວ່າເກົ່າ ເພື່ອຫລຸດຜ່ອນຄວາມແຕກໂຕນ, ຊຸກຍູ້ສົ່ງເສີມ ແລະ ສ້າງໂອກາດບົດບາດທາງດ້ານຍິງຊາຍ, ໄວໜຸ່ມເດັກນ້ອຍ ແລະ ຜູ້ດ້ອຍໂອກາດໃຫ້ເທົ່າທຽມກັນ, ພ້ອມໃຫ້ປະຊາຊົນ ແລະ ຜູ້ອອກແຮງງານທາງພາກລັດ ແລະ ເອກະຊົນ ໃຫ້ເຂົ້າເຖິງການບໍລິການປະສັງຄົມ ຫລື ສະຫວັດດີການສັງຄົມໃຫ້ກວ້າງຂວາງ ແລະ ທົ່ວເຖິງກວ່າເກົ່າ.

ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ຍສໝ - ສະຖານທູດຫວຽດນາມ ປະຈຳນິວຊີແລນ ໄດ້ເຜີຍແຜ່ແນວທາງ ແລະ ນະໂຍບາຍພາຍໃນປະເທດ, ກະຕຸກຊຸກຍູ້ໃຫ້ຊາວຫວຽດນາມ ຢູ່ ນິວຊີແລນ ຮູ້ສຶກປອດໄພໃນການດຳລົງຊີວິດເມື່ອນາຍົກລັດຖະມົນຕີ ປະເທດປະຈໍາຖິ່ນປະກາດວ່າ: "ນິວຊີແລນໄດ້ຊະນະໄວຣັດ Corona".

ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix HUFO ໄດ້ມອບຕູ້ເອທີເອັມເຂົ້າສານ ແລະ ເຂົ້າສານ 16 ໂຕນໃຫ້ປະຊາຊົນຜູ້ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ Covid-19

ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂອງເມືອງ ບິ່ງເຕິນ ເພື່ອ ມອບ ຕູ້ເອທີເອັມເຂົ້າສານ ເຊິ່ງໄດ້ຕິດຕັ້ງ ທີ່ 77/64, ຖະໜົນຝ້າມດັງຢານ, ບ້ານບີ່ງຮືງຮວ່າ, ເມືອງ ບິ່ງເຕິນ, ເພື່ອສະໜັບສະໜູນ ປະຊາຊົນຜູ້ປະສົບກັບສະພາບການທີ່ຫຍຸ້ງຍາກ ດ້ວຍມູນຄ່າທັງໝົດ ປະມານ 230 ລ້ານດົ່ງ, ຄາດວ່າຕູ້ເອທີເອັມເຂົ້າສານ ທີ 5 ...

ແຜນພ ດທະນາ ເສດຖະກ ດ ສ ງຄ ມແຫ ງຊາດ ສປປ ລາວ 5 ປ ຄ ງທ ix ນຳສົ່ງພົນລະເມືອງຫວຽດນາມ 343 ຄົນ ຢູ່ ອາເມລິກາ ກັບເມືອປະເທດ

ຍສໝ - ການບິນຫວຽດນາມ Airlines, ໂດຍປະສານສົມທົບກັບ ບັນດາອົງການເຈົ້າໜ້າທີ່ຂອງລັດຖະບານຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ຈັດຕັ້ງສຳເລັດການນໍາສົ່ງພົນລະເມືອງຫວຽດນາມ 343 ຄົນທີ່ຖືກຕິດຂ້າງຢູ່ໃນສະຫະລັດອາເມລິກາກັບເມືອປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.