ລັດຖະບານລາວ ກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2019

00:54 | 13/05/2019

ຍສໝ - ລັດຖະບານລາວກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ທິດທາງ-ຫນ້າທີ່ລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2016-2020).

ລັດຖະບານລາວ ກໍານົດທິດທາງ, ຫນ້າທີ່ລວມ, ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2019

ບັນຍາກາດກອງປະຊຸມລັດຖະບານ

ລັດຖະບານລາວກໍານົດທິດທາງ, ຫນ້າທີ່ລວມ ແລະ ຄາດຫມາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາ ປີ 2019 ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ທິດທາງ-ຫນ້າທີ່ລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2016-2020) ດັ່ງນີ້:

ທິດທາງ ແລະ ຫນ້າທີ່ລວມ:

ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ຫນັກແຫນ້ນ; ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສີມຂະຫຍາຍຄວາມສາມັກຄີປອງດອງ, ພັດທະນາລະບອບປະຊາທິປະໄຕປະຊາຊົນ, ປັບປຸງລະບົບຍຸຕິທໍາ ແລະ ສ້າງຄວາມສີວິໄລທາງດ້ານວັດຖຸ ແລະ ຈິດໃຈໃນສັງຄົມລາວໃຫ້ຫນັກແຫນ້ນ ແລະ ເຂັ້ມແຂງຂຶ້ນໄປເລື້ອຍໆ. ສືບຕໍ່ພັດທະນາເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຫມັ້ນທ່ຽງ ແລະ ມີຄຸນນະພາບ, ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຊຸກຍູ້ການເຕີບໂຕດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດທີ່ສະພາແຫ່ງຊາດຮັບຮອງໃຫ້ມີປະສິດທິຜົນ.

ສືບຕໍ່ພັດທະນາວັດທະນະທໍາ-ສັງຄົມໃຫ້ຈະເລີນກ້າວຫນ້າໂດຍສຸມໃສ່ການຍົກຄຸນນະພາບການພັດທະນາຊັບພະຍາກອນມະນຸດ; ພັດທະນາກໍາລັງແຮງງານຂອງຄົນລາວໃຫ້ມີສີມື, ມີລະບຽບວິໄນ, ມີຄວາມດຸຫມັ່ນ-ອົດທົນ ແລະ ມີຫົວຄິດປະດິດສ້າງ, ພັດທະນາ ແລະ ຍົກລະດັບຄຸນນະພາບການບໍລິການສາທາລະນະສຸກທັງສ້າງເງື່ອນໄຂໃຫ້ພົນລະເມືອງລາວທຸກຄົນສາມາດເຂົ້າເຖິງການບໍລິການສາທາລະນະສຸກ; ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ມີຫມາກຜົນກ່ວາປີຜ່ານມາ; ຟື້ນຟູເຂດຖືກໄພພິບັດ ແລະ ຊ່ວຍເຫຼືອປະຊາຊົນທີ່ຖືກກະທົບໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສາມາດກຸ້ມຕົນເອງໂດຍໄວ, ທັງສາມາດເຕີບໃຫຍ່, ເຂັ້ມແຂງ ແລະ ພັດທະນາໄປຕາມທິດທີ່ຍືນຍົງ.

ສືບຕໍ່ປົກປັກຮັກສາທໍາມະຊາດ ແລະ ພັດທະນາຕາມທິດສີຂຽວ ແລະ ຍືນຍົງ (SDG) ໂດຍເອົາໃຈໃສ່ວຽກງານຮັກສາສິ່ງແວດລ້ອມ, ປ່າໄມ້, ແຫຼ່ງນ້ໍາ ແລະ ຊີວະນາໆພັນ; ວຽກງານກວດກາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ວຽກງານຮັບມືກັບການປ່ຽນແປງດິນຟ້າອາກາດ, ວຽກງານຄາດຄະເນໄພພິບັດທາງທໍາມະຊາດ ແລະ ການເຕືອນໄພລ່ວງຫນ້າ; ວຽກງານຟື້ນຟູປ່າ ແລະ ເຂດປ່າໄມ້ເສື່ອມໂຊມ; ວຽກງານພັດທະນາ ແລະ ຍົກຄຸນນະພາບຂອງສະພາບແວດລ້ອມຕົວເມືອງ ແລະ ຊົນນະບົດໃຫ້ເປັນສີຂຽວ, ສະອາດ, ສວາຍ ງາມ ແລະ ຫນ້າຢູ່. ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສາກົນຢ່າງເປັນເຈົ້າການຕາມທິດທາງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສືບຕໍ່ຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດກັບສາກົນ ແລະ ພາກພື້ນຢ່າງແຂງແຮງ, ທັງຮັບປະກັນໃຫ້ສອດຄ່ອງກັບແຜນການຕ່າງປະເທດຂອງພັກ ແລະ ເປັນແມ່ແຮງຜັກດັນການພັດທະນາປະເທດຕາມຍຸດທະສາດ ແລະ ວິໄສທັດຂອງການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດກໍານົດໄວ້.

ຄາດຫມາຍສູ້ຊົນ:

ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂຶ້ນໃນອັດຕາ 6,7% ຂຶ້ນໄປ ແລະ ສ້າງມູນຄ່າເພີ່ມຕາມລາຄາໃນປີໃຫ້ໄດ້ປະມານ 165.475 ຕື້ກີບ, GDP ສະເລັ່ຍຕໍ່ຫົວຄົນໃຫ້ໄດ້ 2.726 ໂດລາສະຫະລັດ, ຄິດໄລ່ເປັນ (GNI) ລາຍໄດ້ແຫ່ງຊາດຈະມີມູນຄ່າ 2.317 ໂດລາສະຫະລັດ, ອັດຕາການເຕີບໂຕຂອງຂະແຫນງກະສິກໍາເພີ່ມຂຶ້ນ 2,8%; ກວມເອົາປະມານ 15,3% ຂອງ GDP, ຂະແຫນງອຸດສະຫະກໍາເພີ່ມຂຶ້ນ 8,3%; ກວມເອົາປະມານ 32,2% ຂອງ GDP, ຂະແຫນງການບໍລິການເພີ່ມຂຶ້ນ 6,6%; ກວມເອົາປະມານ 41,7% ຂອງ GDP; ພາສີຈາກການນໍາເຂົ້າເພີ່ມຂຶ້ນ 7,0% ກວມເອົາປະມານ 10,8% ຂອງ GDP. ເສດຖະກິດມະຫາພາກມີຄວາມຫມັ້ນທ່ຽງ, ຮັກສາອັດຕາເງິນເຟີ້ບໍ່ໃຫ້ເກີນ 5% ຕໍ່ປີ, ຄວບຄຸມປະລິມານເງິນ (M2) ເພີ່ມຂຶ້ນບໍ່ເກີນ 20% ທຽບໃສ່ປີຜ່ານມາ, ຮັບປະກັນຄັງສໍາຮອງເງິນຕາຕ່າງປະເທດໃຫ້ກຸ້ມການນໍາເຂົ້າເກີນ 3 ເດືອນຂຶ້ນໄປ. ລວມຍອດລາຍຮັບງົບປະມານໃຫ້ໄດ້ 26.305,29 ຕື້ກີບ, ໃນນີ້, ລາຍຮັບຈາກການຊ່ວຍເຫຼືອລ້າ: 2.065,29 ຕື້ກີບ, ແລະ ລາຍຮັບພາຍໃນ: 24.240,00 ຕື້ກີບ, ທຽບໃສ່ແຜນ 2018 ເພີ່ມຂຶ້ນ 6,78%.

ລາຍຈ່າຍລວມບໍ່ໃຫ້ເກີນ 33.394,07 ຕື້ກີບ. ການຂາດດຸນລວມບໍ່ໃຫ້ເກີນ 7.288,78 ຕື້ກີບເທົ່າກັບ 4,28% ຂອງ GDP. ການລົງທຶນລວມທັງຫມົດ 44.347,30 ຕື້ກີບ ຫຼື ເທົ່າກັບ 26,80% ຂອງ GDP, ໃນນັ້ນ: ການລົງທຶນຂອງລັດຈາກງົບປະມານພາຍໃນ 4.359,82 ຕື້ກີບກວມເອົາ 9,83% ຂອງທຶນລວມທັງຫມົດ (ເທົ່າກັບ 2,63% ຂອງ GDP) ໃນນັ້ນ: ການລົງທຶນບ້ວງສະເພາະ ແລະ ບ້ວງປົກກະຕິລວມທັງຫມົດ 2.450 ຕື້ກີບ ກວມເອົາ 56,20%, ຂອງການລົງທຶນຈາກງົບປະມານພາຍໃນ (ກວມ ເອົາ 5,52% ຂອງທຶນລວມທັງຫມົດ), ການລົງທຶນຂອງລັດບ້ວງອື່ນໆລວມທັງຈົດຮັບຈົດຈ່າຍ 1.909,82 ຕື້ກີບ ກວມເອົາ 43,90% ຂອງການລົງທຶນ (ກວມເອົາ 4,30% ຂອງທຶນລວມທັງຫມົດ). ການລົງທຶນຂອງລັດຈາກທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 7.113,35 ຕື້ກີບກວມເອົາ 16,04% ຂອງທຶນລວມທັງຫມົດ (ເທົ່າກັບ 4,29% ຂອງ GDP). ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 23.086,13 ຕື້ກີບກວມເອົາ 52,06% ຂອງທຶນລວມທັງຫມົດ (ເທົ່າກັບ 13,95% ຂອງ GDP), ການລົງທຶນຈາກລະບົບການເງິນ, ເງິນຕາ 9.788 ຕື້ກີບກວມເອົາ 22,07% ຂອງທຶນລວມທັງຫມົດ (ເທົ່າກັບ 5,91% ຂອງ GDP).

ຄາດຫມາຍດ້ານການຜະລິດ: ຜະລິດເຂົ້າໃຫ້ໄດ້ປະມານ 4,4 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີອາຫານສັດ 1 ລ້ານໂຕນ, ມັນຕົ້ນ 2,28 ລ້ານໂຕນ, ຊີ້ນ 199.210 ໂຕນ, ໄຂ່ 43.770 ໂຕນ, ປາ 215.000 ໂຕນ, ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃຫ້ບັນລຸ 12.386 ຕື້ກີບ, ສູ້ຊົນການຜະລິດກະແສໄຟຟ້າໃຫ້ໄດ້ປະມານ 33.874 ລ້ານກິໂລວັດໂມງ, ສູ້ຊົນມູນຄ່າການຜະລິດແຮ່ທາດໃຫ້ໄດ້ 11.864 ຕື້ກີບ. ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) 64.375 ຕື້ກີບ, ມູນຄ່າການສົ່ງອອກ 5.516 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າປະມານ 5.775 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 259 ລ້ານໂດລາສະຫະລັດ. ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 4,5 ລ້ານເທື່ອຄົນ, ນໍາເງິນຕາເຂົ້າປະເທດປະມານ 700 ລ້ານໂດລາສະຫະລັດ. ອັດຕາເຂົ້າຮຽນໃຫມ່ສຸດທິຊັ້ນປະຖົມສຶກສາໃຫ້ເພີ່ມຈາກ 98,8% ເປັນ 98,9%; ອັດຕາລອດເຫຼືອຮອດ ປໍ 5 ເພີ່ມຈາກ 82,2% ເປັນ 84%, ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າຫນັກຕ່ໍາກວ່າມາດຕະຖານ ຫຼຸດ ລົງຍັງເຫຼືອ 20,5% ຂອງປະຊາກອນກຸ່ມເປົ້າຫມາຍ, ອັດຕາເດັກລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ ຫຼຸດ ລົງຍັງເຫຼືອ 32,5% ຂອງປະຊາກອນກຸ່ມເປົ້າຫມາຍ, ອັດຕາການຕາຍຂອງແມ່ ຫຼຸດລົງຍັງເຫຼືອ 167/100.000 ຄົນ ຂອງເດັກເກີດມີຊີວິດ, ສູ້ຊົນລຶບລ້າງຄອບຄົວທຸກຍາກໃຫ້ໄດ້ 4.649 ຄອບຄົວ, ລຶບລ້າງບ້ານທຸກຍາກ ໃຫ້ໄດ້ 220 ບ້ານ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ ເພີ່ມຂຶ້ນເປັນ 4.238 ບ້ານໃນທົ່ວປະເທດ ຫລື ເທົ່າກັບ 50,03% ຂອງຈໍານວນບ້ານທັງຫມົດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.