ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ

11:30 | 12/12/2021

ຍ​ສ​ໝ - ຕອນ​ຄ່ຳວັນ​ທີ 8 ທັນວາ ຢູ່​ຮ່າ​ໂນ້ຍ, ສະມາ​ຄົມການ​ຄ້າ ​ອາ​ເມ​ລິ​ກາ ປະຈຳ​ຮ່າ​ໂນ້ຍ (AmCham Hanoi) ​ໄດ້​ຈັດ​ພິທີ​ມອບ​ລາງວັນ ​ແລະ ເຊີດຊູ​ບັນດາ​ບໍລິສັດ​ສະມາຊິກ​ທີ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ CSR ​ດີ​ເດັ່ນ​ທີ່​ສຸດ​ໃນ​ປີ 2021.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຮ່າ​ຢາງ ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 130 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ຮ່າ​ຢາງ
ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາ​ຊຽນ - ອີ​ຕາ​ລີ
ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ
ທ່ານ Daniel J. Kritenbrink ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ມອບລາງວັນ CSR ໃຫ້​ແກ່ ບໍ​ລິ​ສັດ P&G ຫວຽດ​ນາມ (ພາບ: thanhnien.vn)

ນີ້​ແມ່ນ​ປີ​ທີ 7 AmCham ຈັດ​ຕັ້ງ​ການ​ມອບ​ລາງວັນ CSR ປະຈຳ​ປີ ດ້ວຍ​ຈຸດ​ປະ​ສົງ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ​ບັນ​ດາ​ສະ​ມາ​ຊິກ AmCham ແລະ ຊຸມ​ຊົນ. ຜ່ານ​ນັ້ນ​ໄດ້​ຮັບ​ຮູ້​ບັນດາ​ວິ​ສາ​ຫະກິດ​ໄດ້​ມີ​ຫຼາຍ​ກິດຈະກຳທີ່​​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມຢ່າງ​​ມີ​ປະສິດທິ​ຜົນ ​ແລະ ​​ດີ​ເດັ່ນຢູ່​ຫວຽດນາມ.

ປີ​ນີ້, ມີ 39 ບໍລິສັດ​ທີ່​ໄດ້​ໜູນ​ຊ່ວຍ ຫວຽດນາມ ​ໃນ​ໄລຍະ​ໂລກ​ລະບາດ​ໂຄ​ວິດ-19 ທີ່​ໄດ້​ຮັບ​ການ​ເຊີດຊູ. ນີ້​ກໍ່ແມ່ນສິ່ງພິສູດຂອງການຮ່ວມສຳພັນລະຫວ່າງການເຄື່ອນໄຫວທາງທຸລະກິດ ແລະ ພຶດຕິກໍາທາງສັງຄົມ; ຕາມ​ນັ້ນ​ແລ້ວ, ວິ​ສາ​ຫະ​ກິດກໍ​ໄດ້​ດຳ​ເນີນ​ທຸ​ລະ​ກິດເພື່ອ​ສ້າງ​ມູນ​ຄ່າ​ເສດ​ຖະ​ກິດ ແລະ ສັງ​ຄົມ​ໄລ​ຍະ​ຍາວ​ຢູ່​ຫວຽດ​ນາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.