ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

16:02 | 24/06/2019

ຍສໝ - ນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມ ພັນລະຍາ ໄດ້ໄປຢ້ຽມຢາມ ສະຖານທູດຫວຽດນາມ ປະຈຳປະເທດ ໄທ ແລະ ໂອ້ລົມກັບຊຸມຊົນຊາວຫວຽດນາມ ທີ່ອາໄສຢຸ່ໃນປະເທດໄທ.

ໃນໂອກາດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ຢູ່ນະຄອນຫຼວງບາງກອກ ປະເທດໄທ, ໃນຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ພ້ອມພັນລະຍາ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ປະຊາຄົມຊາວຫວຽດນາມໃນປະເທດໄທ.

ທ່ານນາຍົກລັດຖະມົນຕີ ຫງວຽ໋ນ ຊົນ ຟຸກ ຢືນຢັນວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ໄທ ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນຫຼາຍຂົງເຂດ, ທັງສອງຝ່າຍກຳລັງກະກຽມຢ່າງຕັ້ງຫນ້າໃນການຈັດຕັ້ງປະຊຸມ ເຈົ້າໜ້າທີ່ພາຍໃນຂອງສອງປະເທດ ເຊິ່ງຈະຈັດຂື້ນໃນທ້າຍປີ 2019.

ທ່ານ ນາຍົກລັດຖະມົນຕີ ຫງວຽນ ຊົນ ຟຸກ ພົບປະ ກັບ ຊາວຫວຽດນາມທີ່ອາໄສ ຢູ່ ປະເທດໄທ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບຊຸມຊົນຊາວຫວຽດນາມໃນປະເທດໄທ. (ພາບ: VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງມາຍັງຊຸມຊົນຊາວຫວຽດນາມ ຢູ່ ຕ່າງປະເທດປົກປັກຮັກສາ ຮີດຄອງປະເພນີ, ວັດທະນະທໍາ ຂອງຫວຽດນາມ, ສິ່ງທີ່ສະແດງ ການປາກເວົ້າ, ຕົວໜັງສື, , ອາຫານ, ເຄື່ອງນຸ່ງຫົ່ມ, ຮີດຄອງປະເພນີ; ສ້າງເງື່ອນໄຂໃຫ້ຊາວຫນຸ່ມໃນຊຸມຊົນຊາວຫວຽດນາມ ຢູ່ ຕ່າງປະເທດເຂົ້າສຶກສາຮ່ຳຮຽນ, ກາຍເປັນນັກຄົ້ນຄວ້າ, ນັກວິທະຍາສາດ, ສ້າງຊາວໜຸ່ມເຍົາວະຊົນຍຸກໃຫມ່, ສັງຄົມທີ່ພັດທະນາ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ປະຊາຊົນຄົນຫວຽດກ່ຽວ ທີ່ຢູ່ຕ່າງປະເທດ ຈະເປັນຂົວທີ່ສໍາຄັນເພື່ອສ້າງຄວາມເຂັ້ມແຂງທາງດ້ານການພົວພັນ ລະຫວ່າງ ຫວຽດນາມແລະ ປະເທດໄທ ໃນຫລາຍຂົງເຂດເຊິ່ງປະກອບສ່ວນໃນການສົ່ງເສີມການພົບປະແລກປ່ຽນປະຊາຊົນ ແລະ ພັດທະນາການທ່ອງທ່ຽວ ລະຫວ່າງ ສອງປະເທດ ແລະ ສົ່ງເສີມ ການຄ້າສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ໄທ ບັນລຸໄດ້ເປົ້າຫມາຍ 20 ຕື້ໂດລາສະຫະລັດ ໃນປີ 2020.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.