ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

13:13 | 16/05/2019

ຍສໝ - ກອງປະຊຸມ ASEM (ເວທີປາໄສອາຊີ - ເອີລົບ) ຈະໄດ້ດຳເນີນໃນລະຫວ່າງວັນທີ 16 – 17 ພຶດສະພາ ຢູ່ນະຄອນຍາຈາງພາຍໃຕ້ຫົວຂໍ້ວ່າ: “ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 180 ທ່ານທີ່ມາຈາກ 53 ປະເທດ ສະມາຊິກ ASEM, ບັນດາອົງການຈັດຕັ້ງສາກົນ ແລະ ໃນພາກພື້ນ.

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ

ຊຸກຍູ້ການພັດທະນາໂດຍກວມລວມກ່ຽວກັບເສດຖະກິດ ແລະ ສັງຄົມຢູ່ ອາຊີ ແລະ ເອີລົບ.(ພາບປະກອບ)

ເນື້ອໃນຂອງກອງປະຊຸມແມ່ນບັນຫາຊຶ່ງໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນຢ່າງຫຼວງຫຼາຍ, ພ້ອມທັງສະແດງບົດບາດນຳໜ້າ ຂອງ ASEM, ປະກອບສ່ວນເຂົ້າຄວາມມານະພະຍາຍາມຂອງສາກົນໃນການຫັນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ, ກວມລວມເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ປະຕິບັດໂຄງການດຳເນີນ 2030 ຂອງ ສະຫະປະຊາຊາດໃຫ້ມີປະສິດທິຜົນ.

ສຳລັບຫວຽດນາມ, ກອງປະຊຸມໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມໝາຍຂອງ ຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມທົ່ວໂລກເວົ້າລວມ ແລະ ການຮ່ວມມື ASEM ເວົ້າສະເພາະ, ພ້ອມທັງສ້າງເງື່ອນໄຂເພື່ອເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ກັບ ບັນດາປະເທດສະມາຊິກ ASEM ໃຫ້ຫຼາຍກ່ວາອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.