ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020

09:40 | 08/01/2020

ຍສໝ - ຕອນເຊົ້າວັນທີ 07 ມັງກອນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020 ແລະ ຂໍ້ລິເລີ່ມຂອງປະຊາຄົມວັດທະນະທຳ - ສັງຄົມ.

ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020

ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020 ແລະ ຂໍ້ລິເລີ່ມຂອງປະຊາຄົມວັດທະນະທຳ - ສັງຄົມ.

ເສົາຄ້ຳວັດທະນະທຳ - ສັງຄົມ ມີ 4 ບຸລິມະສິດ, ເຊື່ອມຕໍ່ພາກພື້ນ; ຮັບມື, ນຳໃຊ້ກາລະໂອກາດສ້າງຖະແຫຼງການກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດໃນໂລກທີ່ຂົງເຂດວຽກງານພວມປ່ຽນແປງ; ຊຸກຍູ້ສະຕິປະຊາຄົມ ແລະ ສີສັນອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ຍົກສູງກຳລັງຄວາມສາມາດຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງອາຊຽນ. ບັນດາການເຄື່ອນໄຫວປີ 2020 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ລວມມີ 33 ການເຄື່ອນໄຫວ, ເຊິ່ງໄດ້ປະຕິບັດໃນທັງປີ ແລະ ມີຄວາມດຸນດ່ຽງ ບົນພື້ນຖານການເຄື່ອນໄຫວລວມຂອງຄະນະກຳມະການແຫ່ງຊາດອາຊຽນ 2020.

ຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມຂອງບັນດາປະເທດເອກະລາດ, ສາມັກຄີພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນບົດບາດໃຈກາງຂອງໂຄງປະກອບໃນພາກພື້ນ, ໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ.

ໃນຖານະຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ສ້າງຕັ້ງຄະນະກໍາມະການແຫ່ງຊາດອາຊຽນ 2020 ໃນເດືອນທັນວາ ປີ 2018 ໂດຍໄວ. ວຽກງານກະກຽມດ້ານເນື້ອໃນ, ພິທີການ, ວັດຖຸພະລາທິການ, ໂຄສະນາເຜີຍແຜ່, ວັດທະນະທໍາ, ການປ້ອງກັນຄວາມສະຫງົບ, ສາທາລະນະສຸກໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນທີ່ຖືກຕາມຂັ້ນຕອນທີ່ໄດ້ວາງອອກ.

ໃນຂອບເຂດພິທີເປີດສາກປີປະທານອາຊຽນ 2020 ໄດ້ດໍາເນີນກິດຈະກຳເປີດນຳໃຊ້ເວັບໄຊອາຊຽນ 2020 www.asean2020.vn. ເວັບໄຊນີ້ໄດ້ອັບເດັດຂໍ້ມູນຂ່າວສານກ່ຽວກັບບັນດາເຫດການ, ໂຄສະນາເຜີຍແຜ່ໃຫ້ປີເປັນປະທານອາຊຽນ 2020 ຢ່າງທັນການ, ພ້ອມທັງປະກອບສ່ວນໂຄສະນາຮູບພາບປະເທດຊາດ, ຊາວຫວຽດນາມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.