ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

16:32 | 20/01/2020

ຍສໝ - ປັດຈຸບັນ ຫວຽດນາມ ມີ ແຮງງານ ປະມານ 650.000 ຄົນທີ່ພວມເຮັດວຽກຢູ່ ກ່ວາ 40 ປະເທດ ແລະ ເຂດແຄ້ວນ ໃນ 30 ໝວດຂົງເຂດ ແລະ ອາຊີບທີ່ແຕກຕ່າງກັນ.

ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ

ປີ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຄາດວ່າຈະສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ.(ພາບ: vneconomy.vn)

ເພື່ອບັນລຸໄດ້ຄາດໝາຍສົ່ງ ແຮງງານ 130.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ ໃນປີ 2020 , ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດ​ນາມ ສືບຕໍ່ສ້າງຮ່າງກົດໝາຍວ່າດ້ວຍແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດໃຫ້ສົມບູນແບບຕາມ ສັນຍາ (ສະບັບປັບປຸງ), ສະເໜີຕໍ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ພິຈາລະນາ, ອະນຸມັດ, ເພີ່ມທະວີການໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ວິສາຫະກິດເຄື່ອນໄຫວໃນຂົງເຂດນີ້.

ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດ​ນາມ ໄດ້ຮຽກຮ້ອງບັນດາຫົວໜ່ວຍທີ່ກ່ຽວຂ້ອງ ສຸມໃສ່ພັດທະນາການສຶກສາວິຊາຊີບທີ່ຕິດພັນກັບການແກ້ໄຂວຽກເຮັດງານທຳພາຍໃນປະເທດ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ, ເປີດກ້ວາງການຂຸດຄົ້ນ ບັນດາຕະຫຼາດທີ່ມີອິດທິພົນຊື່ສຽງ, ຈຳກັດການສົ່ງແຮງງານໄປເຮັດວຽກຢູ່ບັນດາພາກພື້ນທີ່ມີເງື່ອນໄຂເຮັດວຽກບໍ່ທັນດີເທົ່າທີ່ຄວນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.