ທ່ານ ສະເຫຼີມໄຊ ກົມມະສິດ, ນຳພາຄະນະຜູ້ແທນ ສປປລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປ

15:00 | 29/05/2019

ໃນວັນທີ 27 ພຶດສະພາ 2019 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP) ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການ​ສ້າງ​ຄວາມ​ອາດ​ສາ​ມາດ, ການ​ຮັບ​ປະ​ກັນ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ສະ​ເໝີ​ພາບ​” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.

ທ່ານ ສະເຫຼີມໄຊ ກົມມະສິດ, ນຳພາຄະນະຜູ້ແທນ ສປປລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປ

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP) ທີ່ ບາງກອກ, ຣາຊະອານາຈັກໄທ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຢ່າງສູງຈາກ ຄະນະຈັດຕັ້ງກອງປະຊຸມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດສະມາຊິກໃຫ້ເປັນ ປະທານ​ຮັກ​ສາ​ການ ນຳພາການດຳເນີນພິທີເປີດກອງ​ປະ​ຊຸມຄັ້ງ​ນີ້ຢ່າງເປັນທາງການ. ໃນຕອນບ່າຍຂອງມື້ດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງບາງຕອນທ່ານໄດ້ຊີ້ໃຫ້ເຫັນເຖິງສະພາບເສດຖະກິດ ແລະ ການພັດທະນາຂອງພາກພື້ນອາຊີ-ປາຊິຟິກ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ກາຍເປັນສູນກາງ ຂັບເຄື່ອນເສດຖະກິດໂລກ, ແຕ່ອີກດ້ານໜຶ່ງບັນດາປະເທດໃນພາກພື້ນຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ຄວາມບໍ່ເທົ່າທຽມ ແລະ ຄວາມແຕກໂຕນດ້ານການພັດທະນາ​, ຄວາມທຸກຍາກຂອງປະຊາຊົນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ແລະ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມຍຶນຍົງຂອງການພັດທະນາ ຢູ່ບັນດາປະເທດໃນພາກພື້ນ, ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ມັນຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ບັນດາປະເທດໃນພາກພື້ນ ກໍຄື ທຸກພາກສ່ວນໃນສັງຄົມຈົ່ງເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ. ນອກນັ້ນ, ທ່ານລັດຖະມົນຕີຍັງ​ໄດ້​ຍົກໃຫ້ເຫັນຄວາມພະຍາຍາມຂອງລັດຖະບານ ສ​ປ​ປ ລາວ ໃນການເຊື່ອມສານວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ ໂດຍຖືເອົາວຽກງານລຶບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ ຕິດພັນກັບການສົ່ງເສີມການສຶກສາ ແລະ ວຽກງານສາທາລະນະສຸກ, ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ​ການເຊື່ອມ​ຈອດກັບບັນດາປະ​ເທດໃນ​ພາກພື້ນ ແນ່ໃສ່ນຳພາປະເທດຫຼຸດພົ້ນອອກ​ຈາກ ສະ​ຖານ​ະ​ພ​າບດ້ອຍພັດທະນາ ແລະ ກາຍເປັນປະເທດກຳ​ລັງ​ພັດ​ທະ​ນາ​ທີ່​​ມີລາຍຮັບປານກາງສູງ. ຕອນທ້າຍ ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ ແລະ ເຕັກນິກວິຊາການດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຫວັງເປັນຢ່າງຫຍິ່ງວ່າ ວົງຄະນະຍາດສາກົນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນລະດັບຊາດ. ຕະຫຼອດໄລຍະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຄະນະ​ຜູ້​ແທນ​ລາວຈະໄດ້ສືບຕໍ່ປະ​ກອບ​ຄຳ​ຄິດຄຳເຫັນຢ່າງຫ້າວຫັນ ແລະ ສ້າງສັນ​​ຕໍ່ການພິຈາລະນາບັນດາຫົວຂໍ້ຍ່ອຍຂອງກອງປະຊຸມ ແລະ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມປິ່ນ​ອ້ອມຕ່າງໆ​ ຊຶ່ງຈະໄດ້ດໍາເນີນໄປຈົນເຖິງວັນທີ 31 ພຶດສະພາ 2019 ຈຶ່ງຈະປິດລົງ.

ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນດ້ານການພັດທະນາຂອງອົງການ ສປຊ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີປະເທດສະມາຊິກ 53 ປະເທດ. ຄະນະກຳມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງ​ປະຊຸມ​ໃຫ່ຍຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ ຄັ້ງທີ 75 ນີ້ດໍາເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອັນ​ສ້າງສັນ ​ເຊິ່ງຖືເປັນ​ຂີດໝາຍ​ອັນ​ດີ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມືແບບຫຼາຍຝ່າຍ ຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້​ນັບມື້ແຕກດອກອອກຜົນຫ​ຍິ່ງໆ​ຂຶ້ນ​ໃນ​ອະນາຄົດ.

(ແຫຼ່ງ​ຂໍ້​ມູນ​: ກົມການຂ່າວ, ກະຊວງການຕ່າງປະເທດ)

ເຫດການ
302 Found

Found

The document has moved here.