ບັນຫາຂອງຜູ້ມີສິດເລືອກຕັ້ງໃນນະຄອນ ໂຮ່ຈິມິນ ເປັນຫ່ວງເປັນໄຍ

18:24 | 07/05/2021

ຍສໝ - ໃນບັນດາຄຳຖາມ ແລະ ຂໍ້ສະເໜແນະທີ່ກອງປະຊຸມຜູ້ມີສິດເລືອກຕັ້ງກັບຜູ້ສະໝັກ ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ເຂດເລືອກຕັ້ງທີ 04 (ເມືອງ 10, ເມືອງ12), ນະຄອນໂຮ່ຈີມິນ, ບັນຫາທີ່ຜູ້ມີສິດເລືອກຕັ້ງສ່ວນຫຼາຍສົນໃຈແມ່ນຄຸນນະພາບຊີວິດການເປັນຢູ່ ແລະ ໂຄງການອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນການພັດທະນາເສດຖະກິດ - ສັງຄົມ, ຊ່ວຍໃຫ້ຊາວໜຸ່ມສ້າງອາຊີບ.

ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່”  ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່” ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ
ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ
ບັນຫາຂອງຜູ້ມີສິດເລືອກຕັ້ງໃນນະຄອນ ໂຮ່ຈິມິນ ເປັນຫ່ວງເປັນໄຍ
ຜູ້ມີສິດເລືອກຕັ້ງ ເລແທ່ງດາດ

ຜູ້ມີສິດເລືອກຕັ້ງ ເລແທ່ງດາດ (ເມືອງ 12):

ຕ້ອງການເພີ່ມແຫລ່ງຊັບພະຍາກອນຈາກອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະອົງການຈັດຕັ້ງສາກົນ ໄດ້ມີບັນດາກິດຈະກຳ ແລະ ໂຄງການໃດແດ່ ທີ່ ນະຄອນ ໂຮຈິມິນ ແລະເມືອງ 12? ມີວິທີການໃດແດ່ທີ່ຈະເຊື່ອມໂຍງກັບອົງການຈັດຕັ້ງ, ຍູ້ແຮງບັນດາການເຄື່ອນໄຫວອາສາສະໝັກ, ສະຫວັດດິການສັງຄົມ, ຖ່າຍທອດວິທະຍາສາດ ແລະເຕັກໂນໂລຢີ ໃຫ້ກັບຜູ້ຊາວໜຸ່ມສ້າງອາຊີບ?

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ທ່ານ ຟານແອງເຊີນ - ຮອງປະທານ - ເລຂາທິການໃຫຍ່ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ຮອງປະທານຄະນະກຳມະການວຽກງານກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຜູ້ອຳນວຍການສະຖາບັນການຄົ້ນຄວ້າສາກົນ ແລະການທູດປະຊາຊົນ ໃຫ້ຄໍາຕອບວ່າ:

ປະຈຸບັນ ມີ 496 ອົງການຈັດຕັ້ງສາກົນ ແລະອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ ພວມດຳເນີນງານໃນທົ່ວປະເທດ, ໃນນັ້ນມີ 163 ອົງການມີຫ້ອງການຢູ່ນະຄອນ ໂຮຈິມິນ. ອີງຕາມຂໍ້ມູນຂອງ ນະຄອນໂຮ່ຈີມິນ ແລ້ວ, ໃນ 5 ປີແຕ່ປີ 2016 - 2020, ນະຄອນໄດ້ລະດົມເງິນຊ່ວຍເຫລືອ ຈາກອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 320 ລ້ານ USD.

ທີ່ ນະຄອນ ໂຮ່ຈີມິນ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ໃຫ້ການສະໜັບສະໜູນ ສຸມໃສ່ເຂົ້າໃນບັນດາຂົງເຂດ ຄື: ສາທາລະນະສຸກ, ລວມມີ: ການກວດ ແລະປິ່ນປົວພະຍາດ, ການແຈກຢາຍຢາໂດຍບໍ່ເສຍຄ່າ, ການສະໜັບສະໜູນລະບົບສາທາລະນະສຸກ ກຽມເພື່ອ, ການກວດແລະປິ່ນປົວພະຍາດໃຫ້ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ຄົນພິການ...

ກ່ຽວກັບດ້ານການສຶກສາ, ບັນດາອົງການຈັດຕັ້ງທາງສັງຄົມທັງພາຍໃນ ແລະຕ່າງປະເທດ ສຸມໃສ່ການສະໜັບສະໜູນອຸປະກອນການສອນເຊັ່ນ: ຄອມພິວເຕີ, ຫ້ອງອ່ານ, ຫໍສະໝຸດ… ສຳລັບນັກຮຽນ, ສະໜັບສະໜູນຄູໃນການປະດິດສ້າງວິທີການສິດສອນ, ຖືນັກຮຽນເປັນໃຈກາງ, ສ້າງໂຮງຮຽນໃໝ່ ທີ່ ນະຄອນ ໂຮ່ຈີມິນ ແລະບັນດາແຂວງໃນທົ່ວປະເທດ.

ໃນຄັ້ງຕໍ່ໄປ, ພວກເຮົາ ແລະ ສະຫະພັນອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ ແລກປ່ຽນ ແລະປະສານສົມທົບກັບ ຄະນະຊາວໜຸ່ມເມືອງເພື່ອຈັດຕັ້ງປະຕິບັດຫລາຍໂຄງການເຊັ່ນ: ສະໜັບສະໜູນນັກສຶກສາເລີ່ມຕົ້ນດໍາເນີນທຸລະກິດ, ເຝິກອົບຮົມວິຊາຊີບ, ສອນພາສາອັງກິດ ແລະບັນດາໂຄງການໃຫ້ອາຫານໂດຍບໍ່ເສຍຄ່າແກ່ຜູ້ທຸກຍາກ.

ບັນຫາຂອງຜູ້ມີສິດເລືອກຕັ້ງໃນນະຄອນ ໂຮ່ຈິມິນ ເປັນຫ່ວງເປັນໄຍ
ຜູ້ມີສິດເລືອກຕັ້ງ ຫງວຽນຫງອກຊາງ

ຜູ້ມີສິດເລືອກຕັ້ງ ຫງວຽນຫງອກຊາງ (246 ຫງວຽນແອງຖູ, ຫຽບແທ່ງ, ເມືອງ 12):

ຕ້ອງຮັບປະກັນສະຖຽນລະພາບ ແລະຄວາມປອດໄພໃຫ້ແກ່ນະຄອນ

ສະພາບຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຂອງສັງຄົມ ໃນນະຄອນ

ເວົ້າທົ່ວໄປ ແລະ ເມືອງ 12 ເວົ້າສະເພາະ ແມ່ນສັບສົນ, ໂດຍສະເພາະແມ່ນບັນຫາຢາເສບຕິດ ແລະຄວາມຊົ່ວຮ້າຍຂອງສັງຄົມ. ຖ້າທ່ານຖືກເລືອກໃຫ້ເປັນສະມາຊິກສະພາແຫ່ງຊາດ, ທ່ານຈະເຮັດແນວໃດເພື່ອຮັບປະກັນຄວາມໝັ້ນຄົງແລະຄວາມປອດໄພ ສຳ ລັບນະຄອນ?

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ທ່ານ ພັນເອກ ໂດຄັກເຫືອງ, ຮອງຫົວໜ້າກົມ ລະບອບກົດໝາຍ ແລະປະຕິຮູບບໍລິຫານ, ຍຸຕິທຳ, ກະຊວງຕຳ ຫຼວດ ໃຫ້ຄໍາຕອບ:

ໜ້າທີ່ຂອງສະພາແຫ່ງຊາດແມ່ນສ້າງ ແລະປັບປຸງລະບົບກົດໝາຍໃຫ້ສົມບູນແບບ. ເມື່ອບໍ່ດົນມານີ້, ລັດຂອງພວກເຮົາເອົາໃຈໃສ່ໃນການປັບປຸງກົດໝາຍ, ລວມທັງກົດ ໝາຍອາຍາ ແລະບໍລິຫານ, ເພື່ອມີມາດຕະການທີ່ເໝາະສົມຕໍ່ການລະເມີດກົດໝາຍ ກ່ຽວກັບຢາເສບຕິດ ແລະຄວາມຊົ່ວຮ້າຍໃນສັງຄົມ.

ໃນຖານະທີ່ເປັນບຸກຄົນໃນກຳລັງປະກອບອາວຸດປະຊາຊົນ, ຫຼາຍປີສຶກສາກົດໝາຍ ອາຍາ ແລະການດຳເນີນຄະດີອາຍາກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ, ຂ້າພະເຈົ້າຈະສະເໜີໃຫ້ບັນດາອົງການສະພາແຫ່ງຊາດ, ລັດຖະບານປະຕິບັດສຳເລັດບັນດາຂໍ້ກຳນົດຂອງກົດໝາຍ ໃນການເພີ່ມທະວີ ແລະເພີ່ມເຕີມບັນດາມາດຕະການ ເໝາະສົມ ເພື່ອແກ້ໄຂບັນຫານີ້ຢ່າງມີປະສິດຕິຜົນ.

ບັນຫາຂອງຜູ້ມີສິດເລືອກຕັ້ງໃນນະຄອນ ໂຮ່ຈິມິນ ເປັນຫ່ວງເປັນໄຍ
ຜູ້ມີສິດເລືອກຕັ້ງ ຫງວຽນຖີເຟືອງ

ຜູ້ມີສິດເລືອກຕັ້ງ ຫງວຽນຖີເຟືອງ (ເຕີນແຈງຮຽບ, ເມືອງ 12):

ຕ້ອງເອົາໃຈໃສ່ ແລະປົກປ້ອງສິດທາງກົດໝາຍ ຂອງແມ່ຍິງ ແລະເດັກນ້ອຍ

ປະຈຸບັນ, ການສ້າງກົດລະບຽບທີ່ກ່ຽວຂ້ອງກັບການປົກປ້ອງສິດທິດ້ານກົດໝາຍ ຂອງແມ່ຍິງ ແລະເດັກນ້ອຍ ຄືແນວໃດ?

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ທ່ານນາງ ຫງວຽນທີ້ໂຮ່ງແຮ້ງ - ກຳມະການຄະນະບໍລິຫານງານຄະນະພັກ ພາກປະຊາຊົນ - ອໍານາດການປົກຄອງ - ພັກ ນະຄອນ ໂຮຈິມິນ; ກຳມະການຄະນະພັກ, ຮອງຫົວໜ້າພະແນກຍຸຕິທຳ ນະຄອນ ໂຮຈິມິນ ໃຫ້ຄໍາຕອບວ່າ:

ຂ້າພະເຈົ້າເອົາໃຈໃສ່ໃນການສ້າງກົດລະບຽບຕ່າງໆເພື່ອສ້າງເງື່ອນໄຂໃຫ້ແມ່ຍິງມີໂອກາດເທົ່າທຽມກັນໃນການຝຶກງານ ແລະເງື່ອນໄຂການເຮັດວຽກ; ເຂົ້າຮ່ວມໃນບັນດາກິດຈະກຳຕ່າງໆເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະເດັກນ້ອຍ.

ຖ້າຂ້າພະເຈົ້າເຂົ້າເປັນສະມາຊິກສະພາແຫ່ງຊາດ, ດ້ວຍຄວາມຮັບຜິດຊອບ, ຄວາມສາມາດ ແລະ ຄວາມຮູ້ຂອງຂ້າພະເຈົ້າເຂົ້າ, ຂ້າພະເຈົ້າຈະສະໜັບສະໜູນຜູ້ຖືກເຄາະຮ້າຍຢ່າງຈິງຈັງ, ຫຼຸດຜ່ອນຄວາມເຈັບປວດຂອງພວກເຂົາ ແລະໃຫ້ຂໍ້ສະເໜີຕໍ່ເຈົ້າໜ້າທີ່.

ບັນຫາຂອງຜູ້ມີສິດເລືອກຕັ້ງໃນນະຄອນ ໂຮ່ຈິມິນ ເປັນຫ່ວງເປັນໄຍ
ຜູ້ມີສິດເລືອກຕັ້ງ ຫຼ້າຍຖີ້ຮວ່ຽນ

ຜູ້ມີສິດເລືອກຕັ້ງ ຫຼ້າຍຖີ້ຮວ່ຽນ (ບ້ານ ເຕິນແຈງຫຽບ):

ຕ້ອງແກ້ໄຂສະພາບການຈໍານວນຫ້ອງຮຽນບໍ່ພຽງພໍ, ໂດຍສະເພາະແມ່ນເວລາເປີດຮັບສະໝັກນັກຮຽນ?

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ xv ວັນຖີ້ແບກຕວຽດ, ຮອງຫົວໜ້າຄະນະສະເພາະກິດຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ນະຄອນ ໂຮຈິມິນຕອບວ່າ: ທີໜຶ່ງແມ່ນຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດການວາງແຜນເຄືອຂ່າຍໂຮງຮຽນໃຫ້ມີສະຖານທີ່ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນຫລັງໃໝ່. ທີສອງ, ໃຫ້ບຸລິມະສິດແຫຼ່ງທຶນ ສຳລັບການກໍ່ສ້າງໂຮງຮຽນຢູ່ບັນດາເມືອງ. ທີສາມ ແກ້ໄຂຂໍ້ຫຍຸ້ງຍາກ, ບັນດາຂໍ້ສະເໜີແນະຂອງບັນດາເມືອງໃນການປົດປ່ອຍສິ່ງກີດຂວາງເພື່ອສ້າງໂຮງຮຽນ, ເລັ່ງລັດຄວາມຄືບໜ້າ...

ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA) ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA)

ຍສໝ - ຕອນເຊົ້າວັນທີ 24 ກຸມພາ 2020 ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນເຈົ້າພາບ ແລະ ສົມທົບກັບຄະນະເລຂາ ອາຊຽນ ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA).

ນະຄອນ ດານັງ: ກະກ່ຽມໃຫ້ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36. ນະຄອນ ດານັງ: ກະກ່ຽມໃຫ້ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36.

ຍສໝ - ກອງປະຊຸມຊັ້ນສູງອາຊຽນເທື່ອທີ່ 36 ຄາດຄະເນຈະເກີດຂື້ນຕົ້ນເດືອນເມສາ 2020 ຢູ່ທີ່ນະຄອນດານັງ. ຄຽງຂ້າງການບຸກປືດຕ້ານເຊື້ອພະຍາດ covid-19, ດາຫນັງ ກໍ່ກຳລັງເຕົ້າຮ່ວມກະກ່ຽມຢ່າງລອບຄອບໃຫ້ບັນດາເຫດການໃນປີ່ ຫວຽດນາມ ເປັນປະທ່ານອາຊຽນ 2020 ຈະເກີດຂື້ນຢູ່ນະຄອນດານັງ.

ຫວຽດນາມ ໄດ້ອອກແຈ້ງການຍົກເລີກທຸກຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ ຫວຽດນາມ ໄດ້ອອກແຈ້ງການຍົກເລີກທຸກຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ

ເພື່ອຄວບຄຸມການລະບາດຂອງໄວຣັດ Corona ທີ່ເຮັດໃຫ້ເກີດການອັກເສບທາງຫາຍໃຈ, ອົງການການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກໆຖ້ຽວບິນທີ່ມີໃບອະນຸຍາດລະຫວ່າງຫວຽດນາມ ແລະ ອູ່ຮານ (ຈີນ).

ໄຊພອນ

ເຫດການ
302 Found

Found

The document has moved here.