ຫວຽດນາມ ຍັງບໍ່ເຄີຍບັນລຸໄດ້ຜົນງານດ້ານເສດຖະກິດ-ສັງຄົມຄືໃນປະຈຸບັນເທື່ອ

16:45 | 05/02/2020

ຍສໝ - ປີ 2019 ແມ່ນປີທີສາມຢ່າງລຽນຕິດ ຫວຽດນາມປະຕິບັດສຳເລັດ 12/12 ມາດຖານພັດທະນາເສດຖະກິດສັງຄົມ ຊື່ງສະພາແຫ່ງຊາດໄດ້ວາງອອກ, ໃນນັ້ນ ມີ 5 ມາດຖານລື່ນກາຍແຜນການວາງອອກ. ພິເສດ ລະດັບການເຕີບໂຕກວ່າ 7% ແມ່ນລະດັບການເຕີບໂຕສູງສຸດຂອງພາກພື້ນ ແລະ ໂລກ, ສູງທົບ 3 ເທົ່າລະດັບສະເລ່ຍລວມໃນທົ່ວໂລກ ແລະ ຍິ່ງມີຄວາມໝາຍກວ່າ ເມື່ອຫລາຍປະເທດບໍ່ບັນລຸການເຕີບໂຕ ຫລື ຊ້ຳບໍ່ໜຳ ການເຕີບໂຕຢູ່ໃນລະດັບທາງລົບ. ຍິ່ງກວ່ານັ້ນ ບັນຫາໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ ຢູ່ໃນລະດັບຕ່ຳກວ່າ 3% ຕ່ຳກວ່າຫລາຍເມື່ອທຽບໃສ່ຄາດໝາຍຊື່ງສະພາແຫ່ງຊາດໄດ້ວາງອອກ.

ຫວຽດນາມ ຍັງບໍ່ເຄີຍບັນລຸໄດ້ຜົນງານດ້ານເສດຖະກິດ-ສັງຄົມຄືໃນປະຈຸບັນເທື່ອ

ພາບປະກອບ

ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ: ບັນດາຜົນງານເສດຖະກິດໃນປີຜ່ານມາ ແມ່ນປະຖົມປັດໄຈ, ສ້າງທ່ວງທ່າສຳຄັນໃຫ້ການເຕີບໂຕປີ 2020 ເປັນຕົ້ນແມ່ນ ເມື່ອຫວຽດນາມ ດຳລົງຕຳແຫນ່ງປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ພວກເຮົາບັນລຸການເຕີບໂຕເສດຖະກິດເປັນຢ່າງດີ ຮັບປະກັນຄາດໝາຍຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ ຊື່ງລັດຖະບານໄດ້ວາງອອກ.

ເພື່ອປະຕິບັດເປົ້າໝາຍທີ່ວາງອອກໃຫ້ປີ 2020 ນັບແຕ່ຕົ້ນປີ ລັດຖະບານໄດ້ປະກາດໃຊ້ສອງມະຕິສຳຄັນກ່ຽວກັບການຊີ້ນຳ ບໍລິຫານ ແຜນການພັດທະນາເສດຖະກິດ ສັງຄົມ ແລະແຜນງົບປະມານແຫ່ງລັດປີ 2020, ຫນ້າທີ່, ມາດຕະການຕົ້ນຕໍກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ. ມະຕິສອງສະບັບນີ້ໄດ້ຮັບຖືວ່າແມ່ນຄວາມເປັນຕາຍ ແມ່ນຈຸດເດັ່ນໃຫ້ແກ່ວຽກງານຊີ້ນຳ, ບໍລິຫານໃຫ້ທະລຸລ່ວງ ແລະ ເປັນເອກະພາບຂອງລັດຖະບານ.

ບັນດາຜູ້ຊ່ຽວຊານດ້ານເສດຖະກິດເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານເມືອງຢ່າງສູງ, ຄວາມມານະພະຍາຍາມອັນໃຫຍ່ຫລວງ, ການກະທຳຢ່າງຂ້ຽວຂາດຈາກລັດຖະບານ, ທຸກຂະແຫນງການ, ທຸກຂັ້ນ ກໍ່ຄືການເຂົ້າຮ່ວມຂອງທົ່ວສັງຄົມ, ເປົ້າໝາຍສະຖຽນລະພາບດ້ານເສດຖະກິດມະຫາພາກຈະໄດ້ຮັບປະກັນ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນແຜນທີ່ເສດຖະກິດໂລກ ນັບມື້ນັບໄດ້ຮັບການປັບປຸງ.

ທ່ານ Peter ຮົ່ງ, ຮອງປະທານສະຫະສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ຊາວຫວຽດນາມ ອາໄສຢູ່ອົດສະຕາລີ ໄດ້ເປີດສາກເລື່ອງລາວດ້ວຍຂໍ້ສັງເກດວ່າ “ຫວຽດນາມ ຍັງບໍ່ເຄີຍບັນລຸໄດ້ຜົນງານດ້ານເສດຖະກິດ-ສັງຄົມຄືໃນປະຈຸບັນເທື່ອ. ບັນລຸໄດ້ຜົນງານດັ່ງກ່າວແມ່ນຍ້ອນມີນະໂຍບາຍທີ່ເໝາະສົມກັບຈິດໃຈປະຊາຊົນຂອງພັກ ແລະລັດຫວຽດນາມ, ແມ່ນຄວາມດຸໝັ່ນ, ຄວາມຕັດສິນໃຈບືນຕົວຂຶ້ນສູ່ລະດັບພາກພື້ນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ”.

ເພື່ອບັນລຸໄດ້ຜົນງານນັ້ນແມ່ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງຊາວຫວຽດນາມ ອາໄສຢູ່ທົ່ວໂລກ, ໃນນັ້ນມີບັນດານັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຕາມທ່ານ Peter ຮົ່ງ ແລ້ວ, ນັບແຕ່ເມື່ອຫວຽດນາມ ດໍາເນີນນະໂຍບາຍເປີດປະຕູເສດຖະກິດ, ລວມຍອດທຶນ FDI ລົງທຶນເຂົ້າສູ່ຫວຽດນາມ ແມ່ນ 257 ຕື້ໂດລາສະຫະລັດ, ໃນຂະນະນັ້ນ, ເງິນຕາຂອງພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດສົ່ງເມືອບ້ານເກີດເມືອງນອນແມ່ນເກືອບ 160 ຕື້ໂດລາສະຫະລັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.