ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ອິນເດຍ ແລະ ອົດສະຕາລີ ໄດ້ຈັດຕັ້ງບັນດາການເຄື່ອນໄຫວລະນຶກ ທວນຄືນການເດີນທາງອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືດ້ານການປ້ອງກັນຊາດອັນເລິກເຊິ່ງ ລະຫວ່າງ ຫວຽດນາມ ກັບບັນດາປະເທດ.
ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.
ຍສໝ - ຕອນເຊົ້າວັນທີ 6 ພະຈິກ, ຢູ່ນະຄອນ ວິງ, ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ແຂວງ ເຫງ້ອານ ໄດ້ຈັດຕັ້ງການໂອ້ລົມສົນທະນາເພື່ອສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (1917 – 2024); ສັງລວມການເຄື່ອນໄຫວວຽກງານການທູດປະຊາຊົນປີ 2024 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຕອນເຊົ້າວັນທີ 5 ພະຈິກ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈິມິນ (HUFO) ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 107 ປີແຫ່ງວັນການປະຕິວັດເດືອນຕຸລາ ລັດເຊຍ (7 ພະຈິກ 1917 – 7 ພະຈິກ 2024).
ຍສໝ - ອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ໄຂຂຶ້ນ.
ຍສໝ - ການຝຶກອົບຮົມວິທີການສອນພາສາລັດເຊຍ, ແນະນຳການປ່ຽນແປງໃນພາສາລັດເຊຍຍຸກສະໄໝ, ການຮຽນພາສາລັດເຊຍຜ່ານເກມຕ່າງໆ, ການປະພັນບົດກະວີເປັນພາສາລັດເຊຍ... ແມ່ນກິດຈະກຳຕ່າງໆທີ່ຢູ່ພາຍໃນຂອບເຂດໂຄງການ “ພາສາລັດເຊຍ ຢູ່ຫວຽດນາມ: ການສົນທະນາບັນດາພື້ນຖານວັດທະນະທຳ” ທີ່ຈັດໂດຍມະຫາວິທະຍາໄລພາສາສາດແຫ່ງຊາດ ມົດສະກູ (MGLU) ສົມທົບກັບອົງການສະຫະພາບ Rossotrudnichestvo (ລັດເຊຍ) ໃນວັນທີ 1 ຕຸລາ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ – ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.
ຍສໝ - ວັນທີ 21 ກັນຍາ, ຢູ່ສະຖາບັນອາຊີ ແລະ ອາຟຼິກາ ຂອງມະຫາວິທະຍາໄລສັງລວມແຫ່ງຊາດ Moscow (MGU) ໄດ້ດຳເນີນການເສັງຊອກຮູ້ກ່ຽວກັບຫວຽດນາມ ໂດຍມີການເຂົ້າຮ່ວມຂອງນັກສຶກສາລັດເຊຍ ເປັນຈຳນວນຫຼວງຫຼາຍຕາມຮູບແບບການເສັງປາລະໄນມັນຕິມີເດຍ.
ຍສໝ - ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 25 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ
ຍສໝ - ໃນສະພາບການຜັນແປຢ່າງສັບສົນໃນໂລກ ແລະ ພາກພື້ນ, ການປົກປັກຮັກສາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ໄດ້ຮັບການຜັນຂະຫຍາຍຜ່ານບັນດາຊ່ອງທາງການເມືອງລະດັບສູງ, ການທູດແຫ່ງລັດ ເທົ່ານັ້ນ ຫາກຍັງດຳເນີນຜ່ານບັນດາຊ່ອງທາງການທູດປະຊາຊົນອີກດ້ວຍ.
ຍສໝ - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງສຳເລັດຜົນ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ໝາກຜົນອັນພົ້ນເດັ່ນຂອງການຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.
ຍສໝ - ນັກຂ່າວ ຫງວຽນດັງຟາດ, ຫົວໜ້າບັນນາທິການວາລະສານ ແບັກເຢືອງ, ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໃຫ້ຮູ້ຄືແນວນັ້ນເມື່ອໂອ້ລົມກັບນັກຂ່າວໃນໂອກາດທີ່ທ່ານປະທານາທິບໍດີລັດເຊຍ Putin ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 19 – 20 ມິຖຸນາ. ທ່ານ ຫງວຽນດັງຟາດ ແມ່ນອະດີດຫົວໜ້າພະແນກຂ່າວໂລກ, ສໍານັກຂ່າວສານ ຫວຽດນາມ ແລະອະດີດຫົວໜ້າອົງການຜູ້ຕາງໜ້າສໍານັກຂ່າວສານ ຫວຽດນາມ ປະຈຳລັດເຊຍ.
ຍສໝ - ຫວ່າງແລ້ວນີ້, ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ ລັດເຊຍ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ຫວັງວ່າ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈ ລັດເຊຍ ໄດ້ແຈ້ງກວ່າອີກ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາການພົວພັນລະຫວ່າງສອງປະເທດ.
ຍສໝ - ວັນທີ 17 ສິງຫາ, ຢູ່ນະຄອນຫຼວງ Moskva (ສະຫະພັນ ລັດເຊຍ), ໄດ້ເປີດງານມະຫະກໍາກິລາວິສາຫະກິດສາກົນ ຄັ້ງທຳອິດສໍາລັບ ປະຊາຄົມຄົນຕ່າງປະເທດຢູ່ ລັດເຊຍ.
ຍສໝ - ທ່ານພົນໂທ Viktor Petrovich Goremykin ເນັ້ນໜັກວ່າ, ຕໍ່ໜ້າການບຸກໂຈມຕີຢ່າງດຸເດືອດຂອງຟາດຊິດເຢຍລະມັນ, ບັນດານັກຮົບຫວຽດນາມ ໄດ້ອາສາສະໝັກເຂົ້າຮ່ວມການສູ້ຮົບເພື່ອປົກປ້ອງມົດສະກູ.
ຍສໝ - ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີວ່າ ສອງຝ່າຍຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ພິເສດແມ່ນເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາດູມາແຫ່ງຊາດລັດເຊຍ, ສະພາສະຫະພັນລັດເຊຍ, ພ້ອມກັນແລກປ່ຽນບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ Moscow (ສະຫະພັນ ລັດເຊຍ), ພິທີເປີດຕົວຫນ້າເວບໄຊຂໍ້ມູນຂ່າວສານເອເລັກໂຕນິກ “ໄວຫນຸ່ມຢູ່ ລັດເຊຍ” ໄດ້ດໍາເນີນໂດຍຄະນະສະມາຊິກຊາວໜຸ່ມຢູ່ສະຫະພັນ ລັດເຊຍ ແລະ ສະມາຄົມນັກສຶກສາ ຫວຽດນາມ ປະຈໍາ ລັດເຊຍ ສົມທົບກັນຈັດຕັ້ງເນື່ອງໃນໂອກາດວັນມູນເຊື້ອຊາວໜຸ່ມອາສາສະໝັກ (15 ກໍລະກົດ).
ຍສໝ - ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ຈະດຳເນີນແຕ່ວັນທີ 1 – 8 ກໍລະກົດ ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ.
ຕອນບ່າຍວັນທີ 9 ກໍລະກົດ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ, ປະທານອະນຸກໍາມະການຫວຽດນາມ ແລະທ່ານ Dmitry Chernyshenko ຮອງນາຍົກລັດຖະມົນຕີລັດເຊຍ, ປະທານອະນຸກໍາມະການລັດເຊຍ, ເປັນປະທານຮ່ວມກອງປະຊຸມທາງໄກເພື່ອແນໃສ່ແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການຮ່ວມມືທີ່ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ ໃນຂອບເຂດຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ.
ຍສໝ - ໃນການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ ລັດເຊຍ ທີ່ຜ່ານມາ, ຂ້າພະເຈົ້າຍັງຈື່ຈຳຄຳສຸພາສິດຂອງ ລັດເຊຍ ທີ່ທ່ານປະທານປະເທດ ໂຕ່ເລີມ ເວົ້າເຖິງນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: “ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ”...