ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

14:51 | 10/07/2024

ຍສໝ - ໃນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດເຊຍ Vladimir Putin ແລະ ບັນ​ດາ​ລຸ້ນອະດີດ​ນັກສຶກສາ​ ຫວຽດ​ນາມ ທີ່​ເຄີຍຮ່ຳ​ຮຽນ​ຢູ່ ລັດ​ເຊຍ ທີ່ຜ່ານມາ, ຂ້າ​ພະ​ເຈົ້າ​ຍັງຈື່​ຈຳ​ຄຳ​ສຸ​ພາ​ສິດ​ຂອງ​ ລັດ​ເຊຍ ທີ່​ທ່ານ​ປະ​ທານ​ປະ​ເທດ ໂຕ່ເລີມ ເວົ້າ​ເຖິງ​ນ້ຳ​ໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລັດ​ເຊຍ: “ທຸກຄວາມ​ຮັ່ງ​ມີ​ບໍ່​ສາ​ມາດ​ປຽບທຽບ​ກັບ​ນ້ຳໃຈເພື່ອນມິດ”...

ສ້າງພື້ນທີ່ໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ລັດເຊຍ ຕື່ມອີກ
ເປີດສະຫຼອງວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ
ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

Tổng thống Nga Vladimir Putin và Chủ tịch nước Tô Lâm tại buổi gặp gỡ các thế hệ cựu sinh viên Việt Nam từng học tập tại Nga. / ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລີມ ທີ່ການພົບປະສັງສັນກັບບັນດາລຸ້ນອະດີດນັກສຶກສາ ຫວຽດນາມ ທີ່ເຄີຍຮ່ຳຮຽນຢູ່ ລັດເຊຍ. ພາບ: baoquocte.vn

ເຂັ້ມຂຸ້ນໄປດ້ວຍຄວາມເປັນ ລັດເຊຍ ຢູ່ໃຈກາງ ຮ່າໂນ້ຍ

ດ້ວຍ​ແຂກຮັບເຊີນ​ເກືອບ 400 ຄົນ​ໃນ​ໂຮງ​ລະຄອນໃຫຍ່, ບັນດາອະດີດ​ນັກ​ສຶກສາ​ ຫວຽດນາມ ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮັບຟັງ​ທ່ານ​ປະທານາທິບໍດີ Putin ​ແບ່ງປັນ​ໂດຍ​ບໍ່​ມີ​ນາຍ​ແປພາສາ​ຊ່ວຍ. ໂດຍພື້ນທີ່ເຂັ້ມຂຸ້ນໄປດ້ວຍຄວາມເປັນ ລັດເຊຍ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ, ດ້ວຍຫົວໃຈ ມີຈັງຫວະດຽວກັນແຫ່ງຄວາມຮັກກັບດິນແດນແຫ່ງ ຕົ້ນ poplar ຂາວ!

ໂດຍບັນດາຄຳ​ເວົ້າ​ອັນ​ອົບ​ອຸ່ນ​ຂອງ​ປະມຸກ​ລັດ​ ລັດ​ເຊຍ ຊ້ຳ​ແລ້ວ​ຊ້ຳ​ອີກ​ ເຮັດ​ໃຫ້​ທັງຫໍ​ປະຊຸມ​​ຕົບມື​ຢ່າງ​ບໍ່​ຢຸດບໍ່ເຊົາ. ແນ່ນອນວ່າ, ໃນຫົວໃຈຂອງແຕ່ລະຄົນລ້ວນແຕ່ເຕັມໄປດ້ວຍຄວາມຕື້ນຕັນໃຈ, ຈິດໃຈຫັນໄປສູ່ຄວາມຊົງຈໍາຂອງໄລຍະຍັງເປັນໄວຫນຸ່ມ, ມີຄວາມກະຕືລືລົ້ນໃນບັນດາໂຮງຮຽນທີ່ຢູ່ທົ່ວປະເທດສາທາລະນະລັດຂອງສະຫະພາບ ໂຊວຽດ ແລະ ລັດເຊຍ ໃນປະຈຸບັນ, ໃນນັ້ນມີບັນດາໂຮງຮຽນທີ່ມີຊື່ສຽງທົ່ວໂລກເຊັ່ນ: ມະຫາວິທະຍາໄລສັງລວມ Moscow, ມະຫາວິທະຍາໄລການຕ່າງປະເທດ Moscow (MGIMO), ມະຫາວິທະຍາໄລ Saint Petersburg, ສະຖາບັນດົນຕີ Tchaikovsky ...

ທ່ານ​ປະທານາທິບໍດີ Putin ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນອັນ​ສຳຄັນ​ຂອງ​ບັນດາ​ນັກ​ສຶກສາ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ ຫວຽດນາມ - ລັດ​ເຊຍ ​ໃນ​ຊຸມ​ປີ​ທີ່ຜ່ານ​ມາ​. ເນັ້ນໜັກວ່າ ຜົນສຳເລັດຂອງນັກສຶກສາ ຫວຽດນາມ ຢູ່ໃນການເຮັດວຽກ, ກ່ອນອື່ນໝົດແມ່ນບັນດາຜົນງານຂອງສ່ວນບຸກຄົນ, ແມ່ນໝາກຜົນຂອງຄຸນນະທາດອັນສະເພາະ, ຄວາມດຸໝັ່ນ ແລະ ຄວາມສາມາດດ້ານວິຊາຊີບ, ແຕ່ກໍ່ມີບັນດາການປະກອບສ່ວນສຳຄັນຈາກຄຸນນະພາບການສຶກສາຢູ່ມະຫາວິທະຍາໄລ ລັດເຊຍ. ພາຍຫຼັງ​ທີ່ໄດ້​ຮັບພື້ນຖານ​ການ​ສຶກສາ​ທີ່​ດີ, ຄວາມ​ຮູ້, ຄວາມ​​ກ້າວໜ້າ​ ແລະ ທັກສະຈາກ​ສະຫະພາບ ​ໂຊ​ວຽດ, ຫຼັງຈາກນັ້ນແມ່ນ ສະຫະພັນ​ ລັດ​ເຊຍ, ບັນດາ​ນັກ​ວິສະວະກອນ, ທ່ານໝໍ, ຄູ​ອາຈານ, ນັກ​ເສດຖະສາດ ຫວຽດນາມ ນັບ​ໝື່ນ​ຄົນ​ໄດ້​ກັບ​ຄືນ​ເມືອ​ບ້ານ​ເພື່ອ​ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ດີ​ຂຶ້ນ, ຊຸກຍູ້​ການ​ພັດທະນາ​ວິທະຍາສາດ, ສ້າງ​ຕັ້ງ ຂະແໜງການອຸດສາຫະກຳ​ໃໝ່, ຮັບປະກັນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ທ່າ​ແຮງ​ດ້ານ​ປ້ອງ​ກັນຊາ​ດ... ສຳລັບ​ທ່ານ​ປະທານາທິບໍດີ Putin, ບັນດາສິ່ງ​ດັ່ງກ່າວ​ລ້ວນ​ແຕ່​ເຮັດ​ໃຫ້​ທ່ານ​ມີ​ຄວາມ​ພາກພູມ​ໃຈ​ຕໍ່ “ພື້ນຖານ” ຂອງນ້ຳໃຈມິດຕະພາບ.

​ໃນ​ຄຳ​ປາ​ໄສ​ຂອງ​ຜູ້ນຳ ​ລັດ​ເຊຍ, ພວກ​ຂ້າພະເຈົ້າ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ແພງ​​ເປັນ​ພິ​ເສດທີ່ມີຕໍ່​​ປະທານ ​ໂຮ່ຈີມິນ. ບໍ່​ວ່າ​ຈະ​ມາ​ ຫວຽດ​ນາມ​ ຈັກ​ເທື່ອ, ທ່ານ​ໄດ້​ກົ້ມ​ຫົວຢ່າງເຂັ່ງຂຶມ​ຕໍ່​ສຸ​ສານ​ປະ​ທານ ​ໂຮ່​ຈີ​ມິນ. ທີ່​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ Putin ​ຍັງ​ໄດ້​ໃຊ້​ເວ​ລາ​ສ່ວນ​ໜຶ່ງ ​ເພື່ອສະ​ແດງ​ຄວາມ​ນັບຖື​ຕໍ່​ພໍ່​​ຂອງ​ປະ​ເທດ​ຊາດ​ ຫວຽດ​ນາມ. ຄວາມ​ອົງອາດກ້າຫານ, ລັດທິວິລະ​ຊົນ​ຂອງ​ຊາວ​ ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ ​ແລະ ຈິດ​ໃຈ​ດຸໝັ່ນໃນການອອກແຮງງານ​ເພື່ອ​ພັດທະນາ​ປະ​ເທດ ​ກໍ່​ໄດ້​ເຂົ້າ​ເຖິງ​ອາລົມ​ຈິດ​ຂອງ​ເຈົ້າຂອງ​ວັງ Kremlin. “ຜູ້ເປັນລູກ” ຂອງ ລັດເຊຍ ມີຄວາມພາກພູມໃຈກ່ຽວກັບການປະກອບສ່ວນຂອງສະຫະພາບ ໂຊວຽດ ໃນບັນດາເສັ້ນທາງທີ່ຫຍຸ້ງຍາກ ແຕ່ສະຫງ່າລາສີທີ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໄດ້ຜ່ານຜ່າ.

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

ແຂກ​ຮັບເຊີນ​ແມ່ນ​ຜູ້​ທີ່​ເຄີຍສະໜິດຕິດພັນ, ມີ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດຊາດ, ປະ​ຊາ​ຊົນ​ ແລະ​ ວັດ​ທະ​ນະ​ທຳ​ຂອງ​ ລັດ​ເຊຍ. ພາບ: baoquocte.vn

ສືບຕໍ່ຂຽນເລື່ອງລາວທີ່ສວຍງາມ

ການ​ພົບ​ປະ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ​ຍິ່ງ​ຄົບ​ຖ້ວນ​ສົມ​ບູນ​ກວ່າ​ເມື່ອ​ມີ​ການ​ແບ່ງ​ປັນ​ຫຼາຍ​ຢ່າງ​ຈາກ​ຜູ້​ແທນ ​ຫວຽດ​ນາມ. ທ່ານ​ປະທານ​ປະ​ເທດ ໂຕ່ເລີມ ຢືນຢັນ​ວ່າ: ມີ​ຄົນ​ທີ່​ເຄີຍ​ດຳລົງ​ຊີວິດ, ​ເຮັດ​ວຽກ, ສຶກສາຮ່ຳຮຽນ​ຢູ່ ​ລັດ​ເຊຍ ​ແລະ ​​ທັງຜູ້​ທີ່​ບໍ່​ເຄີຍ​ໄປ​ຍັງ​ ລັດ​ເຊຍ ແຕ່ກໍ່ລ້ວນ​ແຕ່​ຮັກ​ແພງ ລັດ​ເຊຍ, “ຮູ້ສຶກ​ໄດ້ເຖິງ​ຄວາມມະນຸດສະທຳທີ່​ເລິກ​ເຊິ່ງຂອງ ລັດເຊຍ, ຈິດ​ວິນ​ຍານ​ຂອງ​ ລັດ​ເຊຍ, ພາສາ ລັດເຊຍ ໂດຍຜ່ານ​ແຕ່ລະ​ໜ້າ​ປຶ້ມ, ຮູບ​ເງົາ, ເລື່ອງ​ເລົ່າ​ຂອງ​ພໍ່​ເຖົ້າ​ແມ່​ເຖົ້າ ​ແລະ ​ພໍ່​ແມ່”.

ບັນດາ​ຜູ້​ມີ​ກຽດ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະຊຸມທີ່​ຕາງໜ້າ​ໃຫ້​ບັນດາ​ລຸ້ນນັກສຶກສາ ຫວຽດນາມ ຢືນຢັນ​ວ່າ ຫວຽດນາມ ​ແລະ ລັດ​ເຊຍ ມີ​ການ​ພົວພັນ​ອັນ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ, ​ໄດ້​ຮັບ​ການ​ພິສູດ​ໃຫ້​ເຫັນ​ຜ່ານໄລຍະ​ເວລາ ​ແລະ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ປະ​ເທດ ແລະ ປະຊາຊົນ​. ຜູ້ຕາງໜ້າ​ບັນດາ​ນັກ​ສຶກສາ​ຫວຽດນາມ ​ໄດ້​ສະແດງຄວາມຂອບ​ອົກ​ຂອບ​ໃຈ​ບັນດາ​ຄວາມ​ເອົາ​ໃຈ​ໃສ່​ຢ່າງໃກ້ຊິດຂອງ​ລັດຖະບານ 2 ປະ​ເທດ ​ເພື່ອ​ຊ່ວຍ​ໃຫ້​ປະຊາຊົນ 2 ປະ​ເທດ​ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ແລະ ກັນ.

ດ້ວຍ​ການ​ສະ​ແດງ​ອອກ​ທີ່​ອ່ອນ​ໂຍນ ​ແລະ ກະທັດຮັດ, ທ່ານ​ປະທານາທິບໍດີ Putin ​ໄດ້​ຕອບບັນດາຄຳຖາມ​ຢ່າງ​ຈະ​ແຈ້ງ​ຕໍ່ບັນດາ​ບັນຫາ​ທີ່​ໄດ້ຮັບຄວາມສົນໃຈຂອງ​ບັນດາ​ຜູ້​ແທນ. ທ່ານມີຄວາມປະທັບໃຈທີ່ສຸດກັບຄວາມສາມາດຂອງຜູ້ແທນບາງຄົນທີ່ຈະໃຊ້ພາສາລັດເຊຍ "ຄ້າຍຄື" ແລະ ຈົນກະທັ້ງ "ບໍ່ແຕກຕ່າງຫຍັງກັບຊາວ ລັດເຊຍ". ສໍາລັບທ່ານ, "ນັ້ນແມ່ນສິ່ງທີ່ສຸດຍອດແລ້ວ".

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’

ໃນ​ແຕ່​ລະ​ເລື່ອງລາວ​ຂອງ​ປະ​ທານາທິບໍດີ ​ສາ​ມາດ​ຮູ້​ສຶກ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ “ເພື່ອນຄົນໜຶ່ງ” ພ້ອມ​ແລ້ວ​ທີ່​ຈະ​ຮ່ວມເດີນທາງ​ກັບ​ແຕ່ລະ​ບາດ​ກ້າວການ​ພັດ​ທະ​ນາ​ຂອງ​ ຫວຽດ​ນາມ... ພາບ: baoquocte.vn

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ທ່ານ​ປະທານາທິບໍດີ Putin ໃຫ້ຮູ້ວ່າວ່າ: ບຸລິມະສິດ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ວິທະຍາສາດ​ຂອງ ລັດ​ເຊຍ ​ແມ່ນ​ການ​ເອົາ​ໃຈ​ໃສ່​ເຖິງ​ສຸຂະພາບ​ຂອງ​ປະຊາຊົນ, ​ເພີ່ມ​ອາຍຸ​ຍືນ ​ແລະ ຄຸນ​ນະພາ​ບຊີວິດ​ຂອງ​ມະນຸດ. ລັດ​ເຊຍ ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຫຼາຍ​ຢ່າງ​ໃນ​ການ​ຄົ້ນ​ຄ້​ວາ​ທາງ​ດ້ານ​ ປັນຍາ​ປະດິດ ​ແລະ ຂະແໜງການ​ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ. ທ່ານ Putin ແບ່ງປັນວ່າ, "ນີ້ແມ່ນຕໍາແຫນ່ງນໍາໜ້າຢ່າງແທ້ຈິງໃນໂລກ, ໃນຄວາມເປັນຈິງ ບໍ່ມີປະເທດໃດໃນໂລກທີ່ມີການພັດທະນາເຊັ່ນ ລັດເຊຍ". ເຕັກໂນໂລຢີນິວເຄຼຍແມ່ນຊ່ວຍເປັນຜົນປະໂຫຍດໃຫ້ແພດສາດ, "ຄວາມສາມາດດ້ານນິວເຄຼຍທີ່ທັນສະໄຫມສ້າງໂອກາດການປິ່ນປົວຫຼາຍສໍາລັບມະນຸດ".

ທ່ານ​ປະ​ທານ​ປະ​ເທດ Putin ໄດ້​ແບ່ງ​ປັນ​ຄວາມ​ຈິງໃຈໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ພະ​ລັງ​ງານ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ການທ່ອງ​ທ່ຽວ… ​ໃນ​ແຕ່​ລະ​ເລື່ອງລາວ, ລ້ວນແຕ່ສາມາດ​​ຮູ້​ສຶກ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ “ເພື່ອນຄົນໜຶ່ງ” ພ້ອມ​ແລ້ວ​ທີ່​ຈະ​ຮ່ວມເດີນທາງກັບ​ທຸກ​ບາດ​ກ້າວການ​ພັດ​ທະ​ນາ​ຂອງ​ ຫວຽດ​ນາມ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະຊາຊົນສອງປະເທດ. ບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມຕັ້ງຫວັງໃນການຮ່ວມມືໄດ້ປະກົດຂຶ້ນກວມລວມຢູ່ ໂຮງລະຄອນໃຫຍ່.

ຕອນຈາກກັນກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ກໍ່​ແມ່ນ​​ຮອດເວລາ​ຕອນກາງຄືນ​ທີ່​ ຮ່າ​ໂນ້ຍ​ ແລ້ວ, ບັນ​ຍາ​ກາດ​ໄດ້​ຜ່ອນເບົາລົງ​ພາຍຫຼັງວັນທີ່ແດດຮ້ອນ. ປາດຖະໜາວ່າ, ນ້ຳໃຈມິດຕະພາບທີ່ໄດ້ເສີມສ້າງມາແຕ່ຫຼາຍລຸ້ນຄົນຈະສືບທອດ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສືບຕໍ່ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ພວກຂ້າພະເຈົ້າກໍ່​ເຊື່ອ​ໝັ້ນ​ວ່າ ​ເລື່ອງ​ມິດຕະພາບ​ ຫວຽດນາມ - ລັດ​ເຊຍ​ ທີ່​ສວຍ​ງາມ​ຈະ​ບໍ່​ຈົບ​ລົງ​ໃນ​ບົດ/ພາກໃດໆ​ໃນ​ປະຈຸ​ບັນ, ​ເຊິ່ງ​ຈະ​ສືບ​ຕໍ່​​ຂະຫຍາຍ​ໄປ​ສູ່​ອະນາຄົດ ​ແລະ ຕະຫຼອດ​ໄປ!

ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ຍົກສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ

ຍສໝ - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ລັດ​ເຊຍ Vladimir Putin ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ​ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທງເຊີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ໝາກຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ການ​ຢ້ຽມຢາມຄັ້ງນີ້. ຂໍແນະນໍາເນື້ອໃນຂອງການສໍາພາດ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ພົບປະກັບບັນດາອະດີດນັກສຶກສາ ຫວຽດນາມ ຢູ່ ລັດເຊຍ

ຍສໝ - ວັນທີ 20 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຫວຽດນາມ ໂຕ່ເລິມ ໄດ້ໃຫ້ການຕ້ອນຮັບການນໍາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ແລະ ບັນດາອະດີດນັກສຶກສາ ຫວຽດນາມ ທີ່ຮໍ່າຮຽນຢູ່ສະຫະພັນ ລັດເຊຍ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.