ຫວຽດນາມ ຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະວິດແຖວໜ້າ

21:32 | 09/08/2024

ຍສໝ - ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີວ່າ ສອງຝ່າຍຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ພິເສດແມ່ນເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາດູມາແຫ່ງຊາດລັດເຊຍ, ສະພາສະຫະພັນລັດເຊຍ, ພ້ອມກັນແລກປ່ຽນບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ ທ່ານ ສອນໄຊ ສີພັນດອນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ ລະຫວ່າງຫວຽດນາມ - ລາວ
ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ  ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ -  ໂອຕາລິດ ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ - ໂອຕາລິດ

ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ກຳນົດການພັດທະນາກັບສະຫະພັນລັດເຊຍ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ແມ່ນການເລືອກເຟັ້ນຍຸດທະສາດ, ແມ່ນບັນຫາບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງພັກ, ລັດ ແລະປະຊາຊົນຫວຽດນາມ ເພື່ອປະຕິບັດແນວທາງການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງຫວຽດນາມ.

ຫວຽດນາມ ຍາມໃດກໍ່ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະວິດແຖວໜ້າ
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳຫວຽດນາມ. ພາບ: quochoi.vn

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີວ່າ ສອງຝ່າຍຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນເປັນປະຈຳ, ພິເສດແມ່ນເພີ່ມທະວີການຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາດູມາແຫ່ງຊາດລັດເຊຍ, ສະພາສະຫະພັນລັດເຊຍ, ພ້ອມກັນແລກປ່ຽນບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ກໍ່ປາດຖະໜາວ່າ ໃນອາຍຸການຂອງຕົນທ່ານເອກອັກຄະລັດຖະທູດຈະຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ ຢ່າງມີປະສິດທິຜົນ; ເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາ ດູມາ ແຫ່ງຊາດລັດເຊຍ ແລະສະພາສະຫະພັນລັດເຊຍ.

ສ່ວນທ່ານເອກອັກຄະລັດຖະທູດ Gennady Bezdetko ຢັ້ງຢືນວ່າ ທ່ານເອງ ແລະສະຖານທູດ ຈະສືບຕໍ່ມານະພະຍາຍາຍາມ ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງກວ່າເກົ່າ; ປາດຖະໜາຢາກຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີເສດຖະກິດ - ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ...

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.