ພາສາລັດເຊຍ ຢູ່ຫວຽດນາມ: “ກຸນແຈ” ເພື່ອເປີດປະຕູຮ່ວມມືດ້ານວັດທະນະທຳ

14:05 | 08/10/2024

ຍສໝ - ການຝຶກອົບຮົມວິທີການສອນພາສາລັດເຊຍ, ແນະນຳການປ່ຽນແປງໃນພາສາລັດເຊຍຍຸກສະໄໝ, ການຮຽນພາສາລັດເຊຍຜ່ານເກມຕ່າງໆ, ການປະພັນບົດກະວີເປັນພາສາລັດເຊຍ... ແມ່ນກິດຈະກຳຕ່າງໆທີ່ຢູ່ພາຍໃນຂອບເຂດໂຄງການ “ພາສາລັດເຊຍ ຢູ່ຫວຽດນາມ: ການສົນທະນາບັນດາພື້ນຖານວັດທະນະທຳ” ທີ່ຈັດໂດຍມະຫາວິທະຍາໄລພາສາສາດແຫ່ງຊາດ ມົດສະກູ (MGLU) ສົມທົບກັບອົງການສະຫະພາບ Rossotrudnichestvo (ລັດເຊຍ) ໃນວັນທີ 1 ຕຸລາ ຢູ່ມະຫາວິທະຍາໄລພາສາຕ່າງປະເທດ – ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.

ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ
ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ ເຜີຍແຜ່ວັດທະນະທຳ, ພາສາລັດເຊຍ - ຫວຽດນາມ

ກິດຈະກຳດັ່ງກ່າວໄດ້ດຶງດູດຜູ້ເຂົ້າຮ່ວມຫຼາຍກວ່າ 200 ຄົນ ໃນນັ້ນມີນັກສຶກສາ ຄູອາຈານ ຄະແນກພາສາ ແລະ ວັດທະນະທໍາລັດເຊຍ ມະຫາວິທະຍາໄລພາສາຕ່າງປະເທດ – ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ພ້ອມທັງບັນດາພະນັກງານຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະ ໄວໜຸ່ມທີ່ມີຄວາມສົນໃຈໃນພາສາລັດເຊຍ.

ພາສາລັດເຊຍ ຢູ່ຫວຽດນາມ: “ກຸນແຈ” ເພື່ອເປີດປະຕູຮ່ວມມືດ້ານວັດທະນະທຳ

ບັນດາຄູອາຈານ ແລະ ນັກສຶກສາ ທີ່ເຂົ້າຮ່ວມງານ. ຮູບ: ແບັກເຢືອງ

ຕາມທີ່ທ່ານນາງ ອິນນາຣາ ອາລິເອວນາ ຮອງຜູ້ອຳນວຍການວຽກງານນະໂຍບາຍຊາວໜຸ່ມ ແລະ ການສຶກສາ MGLU ແລ້ວ, ໂຄງການນີ້ມີຈຸດປະສົງເພື່ອເຜີຍແຜ່ພາສາລັດເຊຍຢູ່ຫວຽດນາມ ດຶງດູດຄວາມສົນໃຈຂອງຊາວຫວຽດນາມຕໍ່ປະເທດລັດເຊຍ ແລະ ວັດທະນະທໍາລັດເຊຍ. ບັນດາບົດຮຽນ ແລະ ຊົ່ວໂມງຝຶກອົບຮົມຕ່າງໆນັ້ນ ບໍ່ພຽງແຕ່ເປັນປະໂຫຍດຕໍ່ນັກສຶກສາ ນັກຮຽນເທົ່ານັ້ນ ແຕ່ຍັງຊ່ວຍຍົກລະດັບຄວາມຮູ້ ແລະ ວິທີການສິດສອນໃຫ້ແກ່ຄູອາຈານທີ່ສອນພາສາລັດເຊຍອີກດ້ວຍ.

ຖັນແຖວຄູອາຈານຂອງມະຫາວິທະຍາໄລພາສາສາດແຫ່ງຊາດ ມົດສະກູ ໄດ້ນຳເອົາບັນດາກິດຈະກຳການສຶກສາທີ່ເປັນປະໂຫຍດຫຼາຍຢ່າງມາໃຫ້ ເຊັ່ນ: ການຝຶກອົບຮົມວິທີການສອນພາສາລັດເຊຍຄືເປັນພາສາຕ່າງປະເທດ; ບັນດາການປ່ຽນແປງໃນຄຳສັບ ແລະ ໄວຍາກອນຂອງພາສາລັດເຊຍຍຸກສະໄໝ; ມົດສະກູ ແລະ ປະຊາຊົນ: ຊີວິດໃນເມືອງ; ການຮຽນພາສາລັດເຊຍຜ່ານເກມຕ່າງໆ; ກອງປະຊຸມສຳມະນາການປະພັນບົດກະວີ ແລະ ການເສັງອ່ານບົດກະວີເປັນພາສາລັດເຊຍ.

ພາສາລັດເຊຍ ຢູ່ຫວຽດນາມ: “ກຸນແຈ” ເພື່ອເປີດປະຕູຮ່ວມມືດ້ານວັດທະນະທຳ

ບົດສອນກ່ຽວກັບການປ່ຽນແປງຂອງຄຳສັບ ແລະ ໄວຍາກອນໃນພາສາລັດເຊຍຍຸກສະໄໝ. ຮູບ: ແບັກເຢືອງ

ນາງ ຫງວຽນທູຫ່ຽນ ນັກຮຽນພາສາລັດເຊຍ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ເຂົ້າຮ່ວມໃນສະພາບແວດລ້ອມການຮຽນຮູ້ ແລະ ປະສົບການດ້ານວັດທະນະທໍາໃໝ່. ຂ້າພະເຈົ້າບໍ່ພຽງແຕ່ໄດ້ຮັບຄວາມຮູ້ເພີ່ມເຕີມກ່ຽວກັບພາສາລັດເຊຍເທົ່ານັ້ນ ແຕ່ຍັງໄດ້ພົບປະ ແລະ ແລກປ່ຽນກັບຜູ້ຊ່ຽວຊານ ແລະ ຄູອາຈານຊັ້ນນຳຈາກມົດສະກູ, ກໍ່ຄືໝູ່ເພື່ອນທີ່ມີຄວາມສົນໃຈຄືກັນ. ການເສັງປະດິດແຕ່ງ ແລະ ອ່ານບົດກະວີໄດ້ຊ່ວຍໃຫ້ຂ້າພະເຈົ້າຝຶກຝົນຄວາມສາມາດໃນການຈິນຕະນາການດ້ວຍພາສາລັດເຊຍ. ໃນຄວາມເປັນຈິງ ໂອກາດໃນການຮຽນຮູ້ພາສາລັດເຊຍກັບຄົນລັດເຊຍໂດຍກົງ ຢູ່ຫວຽດນາມໃນປັດຈຸບັນຍັງບໍ່ມີຫຼາຍ ດັ່ງນັ້ນກິດຈະກຳນີ້ມີຄວາມໝາຍຫຼາຍສຳລັບຂ້າພະເຈົ້າ”.

ພາສາລັດເຊຍ ຢູ່ຫວຽດນາມ: “ກຸນແຈ” ເພື່ອເປີດປະຕູຮ່ວມມືດ້ານວັດທະນະທຳ

ຜູ້ຕາງຫນ້າຂອງມະຫາວິທະຍາໄລພາສາສາດແຫ່ງຊາດ ມົດສະກູ ແລະ ຄະແນກພາສາ ແລະ ວັດທະນະທໍາລັດເຊຍ, ມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຖ່າຍຮູບທີ່ລະນຶກ. ຮູບພາບ: ແບັກເຢືອງ

ຜ່ານລາຍການນີ້ ນັກຮຽນມີໂອກາດເຂົ້າໃຈພາສາລັດເຊຍ, ການປ່ຽນແປງພາສາໃນສະພາບການໂລກາພິວັດ ແລະ ຮູ້ຈັກຄ່ານິຍົມວັດທະນະທຳ, ຊີວິດ ແລະ ວັນນະຄະດີຂອງລັດເຊຍຢ່າງເລິກເຊິ່ງ. ນອກຈາກນັ້ນ ລາຍການຍັງໃຫ້ຂໍ້ມູນກ່ຽວກັບໂອກາດການສຶກສາຢູ່ລັດເຊຍ ສຳລັບນັກສຶກສາຕ່າງປະເທດ.

ຢູ່ຫວຽດນາມ ພາສາລັດເຊຍບໍ່ພຽງແຕ່ເປັນພາສາຕ່າງປະເທດທົ່ວໄປ ແຕ່ຍັງເປັນກຸນແຈທີ່ຊ່ວຍເປີດກ້ວາງໂລກຄວາມຮູ້ຄວາມເຂົ້າໃຈກ່ຽວກັບວັດທະນະທໍາອັນໃຫຍ່ຫຼວງໃນໂລກ. ເຫດການນີ້ເປັນຂີດໝາຍທີ່ສຳຄັນໃນການເຜີຍແຜ່ຄວາມຮູ້ກ່ຽວກັບພາສາລັດເຊຍຢູ່ຫວຽດນາມ ພ້ອມທັງສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງສອງປະເທດ.

ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ

ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ

ຍສໝ - ຫວ່າງ​ແລ້ວ​ນີ້, ສູນ​ວິ​ທະ​ຍາ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ ລັດ​ເຊຍ ​ຢູ່ ​ຮ່າ​ໂນ້ຍ​ໄດ້​ຈັດ​ຕັ້ງ​ງານ​ສະ​ເຫຼີມ​ສະ​ຫຼອງວັນ​ໜັງສື Slavơ ແລະ ມອບ​ລາງວັນ​ໃຫ້​ແກ່​ຜູ້​ຊະ​ນະ​ໃນການ​ປະກວດ Olympic ພາສາ​ລັດ​ເຊຍ.

ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ  ເຜີຍແຜ່ວັດທະນະທຳ,  ພາສາລັດເຊຍ - ຫວຽດນາມ

ເພີ່ມທະວີການຮ່ວມມືພັດທະນາເສດຖະກິດສີຂຽວ, ຫັນເປັນດິຈິຕອນ ແລະ ເຜີຍແຜ່ວັດທະນະທຳ, ພາສາລັດເຊຍ - ຫວຽດນາມ

ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.

ແທັງຮັ່ງ

ເຫດການ
302 Found

Found

The document has moved here.