ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

21:53 | 21/06/2024

​ຍສໝ - ວັນ​ທີ 20 ມີຖຸນາ, ຢູ່ ​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ​ກັບ​ການ​ນຳ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ​ລັດ​ເຊຍ ​ແລະ ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ທີ່​​ຮ່ຳຮຽນ​ຢູ່ ລັດ​ເຊຍ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຫວຽດນາມ ​ເປັນ​ເຈົ້າພາບ, ທ່ານ​ປະທານາທິບໍດີ ​ສະຫະພັນ​ ລັດ​ເຊຍ Vladimir Putin ຫວັງ​ວ່າ ​ບັນດາ​ລຸ້ນອະດີດນັກສຶກສາ ຫວຽດນາມ ຈະ​ສືບ​ຕໍ່​​ເປັນ​ຂົວເຊື່ອມ​ຕໍ່​ເພື່ອໃຫ້​ລຸ້ນໜຸ່ມ ​ຫວຽດນາມ ມີຄວາມ​ເຂົ້າ​ໃຈ​ ລັດ​ເຊຍ​ ໄດ້ແຈ້ງກວ່າອີກ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ການທູດປະຊາຊົນ - ກຸນແຈຄຳທີ່ຜູກພັນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ
ສະຖານທູດລາວ ປະຈຳ ລັດເຊຍ ອວຍພອນປີໃໝ່ ຫວຽດນາມ ປີມະໂລງ 2024
ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ລາຍການ​ພົບປະແລກ​ປ່ຽນ “ຂົວ​ມິດ​ຕະ​ພາບ ​ຫວຽດ​ນາມ - ລັດ​ເຊຍ ວັນທີ 27 ກຸມພາ ປີ 2024”

ການ​ພົບ​ປະ​ຄັ້ງ​ນີ້​ມີການເຂົ້າຮ່ວມຂອງ​ຜູ້​ແທນ​ເກືອບ 400 ຄົນ​ທີ່​ເປັນອະດີດ​ນັກຮຽນ​ ​ຫວຽດນາມ ຢູ່ ​ລັດ​ເຊຍ, ມີ​ຄວາມ​ສະໜິດ​ຕິດ​ພັນ​ກັບ​ ລັດ​ເຊຍ ​ເປັນ​ເວລາ​ຫຼາຍ​ປີ ​ແລະ ບັນດາ​ນັກ​ສຶກສາ, ຊາວ​ໜຸ່ມ ຫວຽດນາມ ທີ່​ຮັກ​ແພງ​ວັດທະນະທຳ ​ແລະ ພາສາ​ ລັດ​ເຊຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້, ປະກອບສ່ວນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ປະຊາຊົນ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ​ ລັດ​ເຊຍ Putin ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ກັບ​ຄືນມາ​ ຫວຽດນາມ, ​ໄດ້​ພົບ​ປະ​ ແລະ ພົວພັນແລກປ່ຽນ​ກັບ​ຊາວ ຫວຽດນາມ ​ທີ່​ຮ່ຳຮຽນ​ຢູ່ ລັດ​ເຊຍ ​ເປັນ​ເວລາ​ຫຼາຍ​ປີ, ​ມີຄວາມເຂົ້າ​ໃຈ ​ແລະ ຮັກ​ແພງ​ປະຫວັດສາດ, ວັດທະນະທຳ ​ແລະ ພາສາ ​ລັດ​ເຊຍ. ທ່ານ ໄດ້ຕີລາຄາສູງບັນດາການປະກອບສ່ວນອັນສຳຄັນຂອງບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມຂອງ 2 ປະເທດໃນຫຼາຍປີຜ່ານມາ.

ຜູ້​ນຳ ລັດ​ເຊຍ ປາດ​ຖະໜາ​ວ່າ ບັນດາ​ລຸ້ນອະດີດນັກສຶກສາ ​ຫວຽດນາມ ຈະ​ສືບ​ຕໍ່​ເປັນ​ຂົວ​ເຊື່ອມຕໍ່ເພື່ອ​ໃຫ້​ລຸ້ນໜຸ່ມ​ ຫວຽດນາມ ​ເຂົ້າ​ໃຈ​ວັດທະນະທຳ, ປະ​ເທດ​ຊາດ ​ແລະ ປະຊາຊົນ​ ລັດ​ເຊຍ, ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການພົວພັນມິດຕະພາບທີ່ເປັນມູນເຊື້ອ ​ຫວຽດນາມ - ລັດ​ເຊຍ ກວ່າອີກ.

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ທ່ານ​ປະທານາທິບໍດີ ສະຫະພັນ​ ລັດ​ເຊຍ Vladimir Putin ຕອບ​ຄຳ​ຖາມ​ຂອງ​ອະດີດ​ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ.

ທ່ານ​ປະທານາທິບໍດີ Putin ໃຫ້ຮູ້ວ່າ: ສະຫະພັນ​ ລັດ​ເຊຍ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ການ​ແລກປ່ຽນ​ນັກ​ສຶກສາ​ໂດຍ​ຜ່ານ​ຫຼາຍ​ຊ່ອງ​ທາງ​ຄື: ບັນດາ​ໂຄງການ​ສຶກສາ​ຢູ່​ທ້ອງ​ຖິ່ນ, ບັນດາຫຼັກສູດມະຫາວິທະຍາ​ໄລ… ໂດຍຜ່ານ​ນັ້ນ, ກໍ່ສືບ​ຕໍ່​ພັດທະນາ​ການ​ພົວພັນ​ ຫວຽດນາມ - ລັດ​ເຊຍ. ທ່ານ​ປະ​ທານາທິບໍດີ​ ສະຫະພັນ ​ລັດ​ເຊຍ ຫວັງ​ວ່າ​ບັນດາ​ອະດີດນັກ​ສຶກສາ ​ຫວຽດນາມ ຢູ່ ລັດ​ເຊຍ ຈະສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ກ່າວ​ຄຳ​ປາໄສ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕ່ເລິມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ພົບ​ປະ​ດ້ວຍ​ບັນຍາກາດອັນ​ອົບ​ອຸ່ນ, ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ເພື່ອນ​ມິດ​ທີ່​ສະໜິດສະໜົມ, ດ້ວຍ​ນ້ຳ​ໃຈ​ທີ່ຈິງ​ໃຈ ​ແລະ ການ​ສົນທະນາ​ດ້ວຍ​ຫົວໃຈ. ຢູ່​ທີ່​ນີ້, ຊາວ ​ຫວຽດນາມ, ​ໃນ​ນັ້ນ​ມີ​ຜູ້​ທີ່​ເຄີຍ​ດຳລົງ​ຊີວິດ, ​ເຮັດ​ວຽກ, ຮ່ຳຮຽນ​ຢູ່​ ລັດ​ເຊຍ ​ແລະ ບັນດາ​ຜູ້​ທີ່​ບໍ່​ເຄີຍ​ໄປ​ຮອດ ລັດ​ເຊຍ ລ້ວນ​ແຕ່​ຮັກແພງ ​ລັດ​ເຊຍ ​ແລະ ຮູ້ສຶກ​ເຖິງ​ຄວາມເປັນມະນຸດສະທຳ​ອັນ​ເລິກ​ເຊິ່ງຂອງ​ປະເທດຊາດ, ຈິດ​ວິນ​ຍານ, ​ພາສາ​ ລັດ​ເຊຍ ​ໂດຍ​ຜ່ານ​ບັນດາ​ປຶ້ມ, ຮູບ​ເງົາ, ​ເລື່ອງເລົ່າກ່ຽວກັບ​ປະຊາຊົນ ລັດ​ເຊຍ, ​ໄດ້​ມີ​ໂອກາດ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ​ລັດ​ເຊຍ Vladimir Putin - ບຸກຄົນ​ທີ່​ປະຊາຊົນ ​ລັດ​ເຊຍ​ ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ຫຼາຍ​ທົດ​ສະ​ວັດຜ່ານມາ​, ໄດ້​ນຳພາ ​ລັດ​ເຊຍ​ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ ແລະ ພວມສືບ​ຕໍ່​ນຳພາ ​ລັດ​ເຊຍ ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນຄວາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທ່ານ​ປະທານ​ປະ​ເທດ​ ຫວຽດນາມ ກ່າວ​ວ່າ ການ​ແບ່ງປັນຂອງ​ບັນດາຜູ້​ແທນ​ທີ່​ການພົບປະ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຖິງ​ວ່າ​ສອງ​ປະ​ເທດ​ຢູ່​ຫ່າງ​ໄກ​ກັນ​ຫຼາຍ​ນັບພັນ​ກິ​ໂລ​ແມັດ​ກໍ່ຕາມ, ​ແຕ່​ປະຊາຊົນ​ ຫວຽດນາມ ​ຍັງ​ມີ​ຄວາມ​ເອົາ​ໃຈ​ໃສ່, ຕິດຕາມ ​ລັດ​ເຊຍ, ​ຍິນ​ດີ​ພ້ອມ​ກັບ​ບັນດາ​ຜົນງານ​ ​ແລະ ການ​ພັດທະນາຂອງ ​ລັດ​ເຊຍ, ຍາມ​ໃດ​ກໍ່​ອວຍພອນໃຫ້ ລັດ​ເຊຍ ​ຈະ​ເລີ​ນຮຸ່ງ​ເຮືອງ, ວັດທະນາ​ຖາວອນ, ພັດທະນາ​ຢ່າງເຂັ້ມ​ແຂງ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ.

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ທ່ານປະທານ​ປະ​ເທດ ຫວຽດນາມ ໂຕ່ເລິມ ກ່າວ​ຄຳ​ປາໄສ​ທີ່​ການພົບປະ.

ທ່ານ​ປະທານ​ປະ​ເທດ ຫວຽດນາມ ໂຕ່ເລິມ ຂອບ​ໃຈ​ທ່ານ​ປະທານາທິບໍດີ ລັດເຊຍ Vladimir Putin ທີ່ຍາມ​ໃດ​ກໍ່​ຮັກ​ແພງ ​ແລະ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງ ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ, ຍົກ​ລະດັບການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (ປີ 2001) ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2012).

ຫວນຄືນຄຳສຸພາສິດ ລັດເຊຍ “ຄວາມຮັ່ງມີທັງໝົດບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດໄດ້”, “ເພື່ອນເກົ່າໜຶ່ງຄົນດີກ່ວາເພື່ອນໃໝ່ສອງຄົນ”, ທ່ານປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ປະຊາຊົນ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈົດຈຳເຖິງນໍ້າໃຈສະໜິດຕິດແໜ້ນ, ຄວາມຊື່ສັດຮັກແພງຂອງເພື່ອນມິດ ລັດເຊຍ. ​ໃນ​ສະພາບ​ການ​ທີ່​ມີ​ການ​ຜັນ​ຂະຫຍາຍ​ຢ່າງ​ສັບສົນ​ຫຼາຍ​ຢ່າງ​ໃນ​ໂລກ ​ແລະ ພາກ​ພື້ນ, ຫວຽດນາມ ​ແລະ ສະຫະພັນ ​ລັດ​ເຊຍ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຄວາມ​ສາມັກຄີ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສືບ​ຕໍ່​​ຄຽງບ່າຄຽງໄຫຼ່, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງທ້າທາຍ​ຕ່າງໆ ເພື່ອຜົນປະໂຫຍດຂອງປະຊາຊົນສອງ​ປະເທດ.

ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ທີ່​ການ​ພົບ​ປະ, ບັນດາ​ຜູ້​ແທນ​ໄດ້​ມີ​ໂອກາດ​ຕັ້ງຄຳ​ຖາມ​ໂດຍ​ກົງ​ຕໍ່​ ທ່ານ​ປະທານາທິບໍດີ ສະຫະພັນ ​ລັດ​ເຊຍ Vladimir Putin.

ທີ່​ການ​ພົບ​ປະ, ບັນດາອະດີດ​ນັກ​ສຶກສາ ຫວຽດນາມ ຢູ່ ລັດ​ເຊຍ ​ໄດ້​ແບ່ງປັນ​ຄວາມ​ຊົງ​ຈຳ ​ແລະ ນ້ຳໃຈ​ເຖິງ​ປະ​ເທດ ​ແລະ ປະຊາຊົນ ລັດ​ເຊຍ. ບັນດາ​ຜູ້​ແທນ​ໄດ້​ຕັ້ງຄຳ​ຖາມຕໍ່ ທ່ານ​ປະທານາທິບໍດີ ສະຫະພັນ ​ລັດ​ເຊຍ Vladimir Putin ກ່ຽວ​ກັບ​ແງ່​ຫວັງ ​ແລະ ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລັດ​ເຊຍ ​ໃນ​ບັນດາ​ຂົງ​ເຂດຄື: ​ຄົ້ນຄວ້າ​ວິທະຍາສາດ, ສາທາລະນະ​ສຸກ, ບຳລຸງ​ສ້າງ​ພາສາ​ ລັດ​ເຊຍ, ວັດທະນະທຳ, ສິລະປະ ແລະ ການທ່ອງທ່ຽວ.

ຫວຽດນາມ ເຂົ້າຮ່ວມການເຈລະຈາ ລັດເຊຍ - ອາຊຽນ ຢູ່ EEF 2023 ຫວຽດນາມ ເຂົ້າຮ່ວມການເຈລະຈາ ລັດເຊຍ - ອາຊຽນ ຢູ່ EEF 2023

ຍສໝ - ເວທີປາໄສດັ່ງກ່າວໄດ້ສຸມໃສ່ເຂົ້າໃນຫຼາຍບັນຫາແມ່ນທ່າອ່ຽງພັດທະນາລວມໃນປະຈຸບັນຂອງບັນດາປະເທດໃນໂລກ

ຮັດແໜ້ນການຮ່ວມມື ລະຫວ່າງສອງພັກ ແລະ ສອງລັດ ຫວຽດນາມ - ລັດເຊຍ ຮັດແໜ້ນການຮ່ວມມື ລະຫວ່າງສອງພັກ ແລະ ສອງລັດ ຫວຽດນາມ - ລັດເຊຍ

ຍສໝ - ໃນການຕ້ອນຮັບທ່ານ Dmitry Medvedev - ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງສະຫະພັນລັດເຊຍ ມາຢ້ຽມຢາມ ຫວຽດນາມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ 2 ຝ່າຍປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມື ຫວຽດນາມ - ລັດເຊຍ ​ໂດຍ​ທົ່ວ​ໄປ, ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.