ຍສໝ - ຫວ່າງແລ້ວນີ້, ວາລະສານ Times Higher Education (THE) ໄດ້ປະກາດໝາກຜົນຕາຕະລາງຈັດອັນດັບ THE Impact Rankings. ນີ້ແມ່ນຕາຕະລາງຖືເອົາການນຳໜ້າໃນການປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງ ສປຊ ເປັນມາດຖານຈັດອັນດັບບັນດາອົງການສຶກສາຂັ້ນມະຫາວິທະຍາໄລໃນທົ່ວໂລກ.
ເນື່ອງໃນໂອກາດບຸນປີໃໝ່ສົງການຂອງຊົນເຜົ່າຂະແມ, ວັດການດາຣານສີ (ເມືອງ 3, ນະຄອນໂຮຈີມິນ) ໄດ້ຈັດພິທີມອບທຶນການສຶກສາຈຳນວນ 85 ທຶນ ໃຫ້ແກ່ນັກຮຽນ-ນັກສຶກສາ ຊົນເຜົາກິ່ງ, ຂະແມ, ນັກສຶກສາກຳປູເຈຍ ແລະ ລາວ ໃນນະຄອນໂຮ່ຈີນມິນ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 24/2022 ສະບັບປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບເງື່ອນໄຂອະນຸຍາດສ້າງສາຂາຂອງໂຮງຮຽນຊັ້ນກາງ, ວິທະຍາໄລທີ່ມີເງິນລົງທຶນຈາກຕ່າງປະເທດ.
ຍສໝ - ຕອນບ່າຍວັນທີ 29 ມີນາ, ຢູ່ສຳນັກງານກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ໄດ້ມີການພົບປະກັບ ທ່ານ Ory Csaba, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຮູງກາຣີ ປະຈຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 16 ມີນາ ໄດ້ດໍາເນີນພິທີຮັບດຳລົງຕຳແໜ່ງປະທານຊ່ອງທາງການສຶກສາອາຊຽນ ອາຍຸການ 2022-2023 ແລະພິທີມອບ-ຮັບຕໍາແໜ່ງປະທານຊ່ອງສຶກສາອາຊຽນຈາກລັດຖະມົນຕີກະຊວງສຶກສາຟີລິບປິນ ໃຫ້ລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ.
ພິທີມອບ - ຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023 ຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈາກລັດຖະມົນຕີກະຊວງສຶກສາ ຟີລິບປິນ ໄດ້ຈັດຂຶ້ນແບບທາງໄກໃນຕອນບ່າຍວັນທີ 16 ມີນາ.
ວັນທີ 22 ກຸມພາ, ຜູ້ຕາງໜ້າຂອງອົງການຢັ້ງຢືນສາກົນ FrenchCert - ລາຊະອານາຈັກ ອັງກິດ ໄດ້ປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ ຂອງ ຫວຽດນາມ ບັນລຸມາດຕະຖານສາກົນ ISO 9001:2015 ແລະ ISO 21001:2018.
ຍສໝ - ບຸນເຕັດທະຫານ - ປະຊາຊົນ ແມ່ນຮູບແບບ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ” ໂດຍແຂວງ ຊອກຈັງ ຈັດຕັ້ງໃນຫຼາຍປີຜ່ານມາ ດ້ວຍເນື້ອໃນທີ່ອຸດົມສົມບູນທີ່ສຸດ ເພື່ອແນໃສ່ເບິ່ງແຍງດູແລ ໃຫ້ແກ່ຜູ້ທຸກຍາກ, ຄອບຄົວນະໂຍບາຍ, ແຕ່ຍ້ອນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ ດັ່ງນັ້ນ ປີນີ້ ບັນດາເນື້ອໃນເຄື່ອນໄຫວໄດ້ຫຼຸດລົງ, ເປັນຕົ້ນແມ່ນສຸມໃສ່ການຢຶ້ຢາມຖາມຂ່າວ.
ຍສໝ - ທຶນການສຶກສາຂອງ ລັດຖະບານສະຫະພັນ ລັດເຊຍ ສະໜອງທັງໝົດຄ່າຮຽນ, ເງິນອຸດໜູນໃນແຕ່ລະເດືອນ ແລະ ສັບຊ້ອນບ່ອນກິນຢູ່ໃນຫໍພັກດ້ວຍຄ່າໃຊ້ຈ່າຍຕ່ຳ. ນອກຈາກນັ້ນ, ຍັງໄດ້ຮັບເງິນທົດແທນຈາກລັດຖະບານ ຫວຽດນາມ ອີກດ້ວຍ.
ຍສໝ - ອົງການຈັດຕັ້ງໜູນຊ່ວຍມະຫາວິທະຍາໄລໂລກ ຂອງເຢຍລະມັນ (WUS) ໃຫ້ຮູ້ວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ຕໍ່ນັກສຶກສາມະຫາວິທະຍາໄລຫວຽດນາມ - ເຢຍລະມັນ (VGU) ຢູ່ຫວຽດນາມ, WUS ແລະ ລັດຖະບານລັດ Hessen ຂອງເຢຍລະມັນໄດ້ໜູນຊ່ວຍ ຈໍານວນເງິນທັງຫມົດ 205,000 ເອີໂຣ ໃຫ້ສໍາລັບທຶນການສຶກສາຢູ່ໂຮງຮຽນນີ້.
ຍສໝ - ຕອນເຊົ້າວັນທີ 01 ທັນວາ ຢູ່ນະຄອນໂຮ່ຈີມິນ, ອຳນາດການປົກຄອງລັດ Victoria (ອົດສະຕາລີ) ໄດ້ນຳສູນການສຶກສາ Study Melbourne Hub ແຫ່ງທຳອິດຢູ່ ຫວຽດນາມ, ໂດຍແມ່ນສູນທີ 4 ໃນທົ່ວໂລກ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງການສຶກສາ ແລະ ບຳລຸງສ້າງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຍສໝ - ກະຊວງການສຶກສາ ຫວຽດນາມ, ສະຖານທູດ ຝລັ່ງ ປະຈຳ ຫວຽດນາມ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ຫາກໍ່ແລກປ່ຽນ, ເຫັນດີເປັນເອກະພາບບາງເນື້ອໃນ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ…
ຍສໝ - ອົງການຈັດຕັ້ງ Times Higher Education ຫາກໍ່ປະກາດໝາກຜົນຂອງການຈັດອັນດັບຂອງບັນດາໂຮງຮຽນມະຫາວິທະຍາໄລໂລກຕາມແຕ່ລະຂົງເຂດປີ 2022 ຂອງ 4 ໃນຈຳນວນ 11 ຂົງເຂດຈັດອັນດັບ. ໃນນັ້ນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍຮັກສາຢູ່ລະດັບໃນ Top 601 - 800 ຂອງຂົງເຂດວິທະຍາສາດພື້ນຖານ (Physical Sciences) ເມື່ອທຽບໃສ່ກັບ THE WUR by Subject 2021…
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການມອບທຶນການສຶກສາ 10 ທຶນໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮ່ຳຮຽນຢູ່ໂຮງຮຽນ ມິດຕະພາບ 80 (ເທດສະບານ ເຊີນໄຕ, ຮ່າໂນ້ຍ), ແຕ່ລະທຶນມີມູນຄ່າ 1 ລ້ານດົ່ງ.
ການສຶກສາບຳລຸງສ້າງ ແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພາລະກິດຂອງພັກ, ລັດ ແລະ ຂອງທົ່ວປວງຊົນ, ແມ່ນພື້ນຖານສຳຄັນເພື່ອປະຕິບັດນະໂຍບາຍສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມກັນພັດທະນາລະຫວ່າງບັນດາເຜົ່າ..."
ຍສໝ - ໃນເດືອນສິງຫາ ແລະ ເດືອນກັນຍາ 2021, UNESCO ໄດ້ຮຽກຮ້ອງບັນດາເລື່ອງລາວທີ່ສ້າງແຫຼ່ງບັນດານໃຈຈາກປະຊາຄົມ ເພື່ອແນໃສ່ສົ່ງເສີມນັກຮຽນຊົນເຜົ່າສ່ວນໜ້ອຍ, ພິເສດແມ່ນເດັກນ້ອຍຍິງ, ສືບຕໍ່ຮ່ຳຮຽນພາຍຫຼັງໂລກລະບາດໂຄວິດ - 19.
ຍສໝ - ວັນທີ 28 ກໍລະກົດ, ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບາງມະຫາວິທະຍາໄລຢູ່ ຮົ່ງກົງ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ ກັບ ຮົ່ງກົງ...
ຍສໝ - ວັນທີ 14 ກໍລະກົດ, ສະຖາບັນວິທະຍາສາດການສຶກສາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການສຶກສາຫວຽດນາມ 2011 – 2020” ພາຍໃຕ້ຮູບການທາງອອນລາຍ ສົມທົບກັບໂດຍກົງ. ເຂົ້າຮ່ວມກອງປະຊຸມສຳມະນາມີ ນັກບໍລິຫານ, ພະນັກງານສ້າງນະໂຍບາຍ, ນັກຊ່ຽວຊານ, ນັກວິທະຍາສາດທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1.000 ຄົນ...
ຍສໝ - ໂຄງການໂດຍຫ້ອງການເສດຖະກິດ ວັດທະນະທຳ ຫວຽດນາມ ປະຈຳ ໄຕ້ຫວັນ (ຈີນ) ພ້ອມກັບການໜູນຊ່ວຍຂອງກະຊວງແຜນການ ການລຶງທຶນ - ສູນສົ່ງເສີມການລົງທຶນພາກເໜືອ ຂອງ ໄຕ້ຫວັນ ປະຕິບັດ. ເຂົ້າຮ່ວມກອງປະຊຸມສຳມະນາມີໂຮງຮຽນ ໄຕ້ຫວັນ 5 ແຫ່ງໄດ້ແນະນຳບັນດາໂຄງການທຶນການສຶກສາ ເດືອນກັນຍາ 2021.