UNESCO ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຊຸກ​ຍູ້​ການ​ສຶກ​ສາ​​ສຳ​ລັບເດັກ​ນ້ອຍ​ຍິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

07:00 | 06/08/2021

ຍ​ສ​ໝ - ໃນ​ເດືອນ​ສິງ​ຫາ ແລະ ເດືອນ​ກັນ​ຍາ 2021, UNESCO ໄດ້​ຮຽກ​ຮ້ອງ​ບັນ​ດາ​ເລື່ອງ​ລາວ​ທີ່​ສ້າງ​ແຫຼ່ງ​ບັນ​ດານ​ໃຈຈາກ​ປະ​ຊາ​ຄົມ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ນັກ​ຮຽ​ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ເດັກ​ນ້ອຍ​ຍິງ, ສືບ​ຕໍ່​ຮ່ຳ​ຮຽນ​ພາຍຫຼັງ​ໂລກ​ລະ​ບ​າດ​ໂຄວິດ - 19.

ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີບົດບາດສຳຄັນໃນອົງການ UNESCO ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີບົດບາດສຳຄັນໃນອົງການ UNESCO
ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO ຫວຽດນາມ ໜູນຊ່ວຍລາວ ປັບປຸງສໍານວນເອກະສານເຂດອະນຸລັກຮັກສາທໍາມະຊາດຍື່ນສະເໜີຕໍ່ UNESCO
UNESCO ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຊຸກ​ຍູ້​ການ​ສຶກ​ສາ​​ສຳ​ລັບເດັກ​ນ້ອຍ​ຍິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ
ພາບ​ປະ​ກອບ: baodantoc.vn

ຢູ່ ຫວຽດ​ນາມ, ຍຸດ​ທະ​ສາດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ໂຄງ​ການ “ພວກ​ເຮົາ​ສາ​ມາດ - ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ສຶກ​ສາ​ທີ່​ດີກວ່າ”, ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການ​ສຶກ​ສາ​ໃຫ້​ເດັກ​ນ້ອຍ​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່ ຫວຽດ​ນາມ. ຕາມ​ອົງ​ການ UNESCO ແລ້ວ, ຍຸດ​ທະ​ສາດ​ທົ່ວໂລກ#KeepingGirlsinthePicture (ເພື່ອ​ຮູບພາບ​​ອະ​ນາ​ຄົດ​ທີ່​​ມີ​ເດັກ​ນ້ອຍ​ຍິງ) ໂດຍ​ສະ​ຫະ​ພາບ​ການ​ສຶກ​ສາ​ທົ່ວ​ໂລກ​ປຸກ​ລະ​ດົມ ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ຮ່ຳ​ຮຽນ​ຂອງ​ເດັກ​ນ້ອຍ​ຍິງ​ບໍ່ໃຫ້​ຖືກ​ຕັດ​ຂາດ​ໃນ​ໄລ​ຍະ​ໂຮງ​ຮຽນ​ປິດ​ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ຊຸກ​ຍູ້​ສະ​ພາບ​ແວດລ້ອມທີ່​​ປອ​ດ​ໄພ​ໃຫ້​ແກ່​ເດັກ​ນ້ອຍ​ຍິງ ເມື່ອ​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ​ເປີດ​ປະ​ຕູ​ຄືນ​ໃໝ່, ພ້ອມ​ທັງ​ຮຽກ​ຮ້ອງ​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ບັນ​ດາ​ຄວາມ​ກ້າວ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ການ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ​ຍິງ.

ໂຄ​ງ​ການ​ໂດຍ UNESCO ສົມ​ທົບ​ກັບ ກະ​ຊວງ​ການ​ສຶກ​ສາ ແລະ ກໍ່​ສ້າງ ແລະ ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ​ຜັນ​ຂະ​ຫຍາຍ, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ກຸ່ມ​ບໍ​ລິ​ສັດ CJ ຂອງ ສ.ເກົາຫຼີ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ບັນ​ດາ​ແຂວງ ຮ່າ​ຢາງ, ນິງ​ທ້ວນ ແລະ ຊອກ​ຈັງ.

UNESCO ປຸກ​ລະ​ດົມ​ຍຸດ​ທະ​ສາດ​ການ​ສື່​ສານ “ເພື່ອຮູບ​ພາບ​​ອະ​ນາ​ຄົດ​ທີ່​ມີ​ເດັກ​ນ້ອຍ​ຍິງ” ໃນ​ສື່​ສັງ​ຄົມ​ອອນ​ລາຍ.

UNESCO ໄດ້​ເກັບ​ກຳ​ບັນ​ດາ​ເລື່ອງລາວ ຈາກ​ປະ​ຊາ​ຄົມ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ສຳ​ລັບການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ ແລະ ແມ່ນ​ຂົວ​ເຊື່ອມ​ຕໍ່​ນຳ​ມາ​ເຊິ່ງ​ບັນ​ດາ​ເລື່ອງ​ລາວ​ນັ້ນ ໄປ​ຍັງ​ເດັກ​ນ້ອຍ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ເດັກ​ນ້ອຍ​ຍິງ ຢູ່​ຮ່າ​ຢາງ, ນິງ​ທ້ວນ ແລະ ຊອກ​ຈັງ ໂດຍ​ເປັນ​ສະ​ຖານ​ທີ່​ຈັດ​ຕັ້ງ​ໂຄງ​ການ “ພວກ​ເຮົາ​ສາ​ມາດ”.

ນອກ​ຈາກ​ນັ້ນ, ບັນ​ດາ​ເລື່ອງ​ລາວ​ນີ້ ກໍ່​ຈະ​ໄດ້​ແບ່ງ​ປັນ ແລະ ເອົາ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ Facebook UNESCO Office in Viet Nam” ໂດຍ​ແມ່ນ​ຊື່​ສັງ​ຄົມ​ອອນ​ລາຍ​ທາງ​ການ​ຂອງ ຫ້ອງ​ການ UNESCO ປະ​ຈຳ ຫວຽດ​ນາມ ເພື່ອ​ແນ​ໃສ່​ແຜ່​ຂະ​ຫຍາຍ​​ບັນ​ດາ​ຈຸດທີ່​ຕັ້ງ​ໜ້າ, ມີ​ຄວາມ​ໝາຍໄປສູ່​​ປະ​ຊາ​ຄົມ ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ “ເພື່ອ​​ຮູບພາບ​​ອະ​ນາ​ຄົດ​ທີ່​ມີ​ເດັກ​ນ້ອຍ​ຍິງ”.

UNESCO ເຊື້ອ​ເຊີນ​ທຸກຄົນ​ທີ່​ມີ​ຄວາມ​ສົນ​ໃຈ ຢາກ​ຮ່ວມ​ເດີນ​ທາງ​ກັບ​ຍຸດ​ທະ​ສາດ “ເພື່ອຮູບ​ພາບ​​ອະ​ນາ​ຄົດ​ທີ່​ມີ​ເດັກ​ນ້ອຍ​ຍິງ” ດ້ວຍ​ວິ​ທີ​ການ​ແບ່ງ​ປັນ​ບັນ​ດາ​ເລື່ອງ​ລາວສ້າງ​ແຫຼ່ງ​ບັນ​ດານ​ໃຈ​, ສົ່ງ​ເສີມ​ບັນ​ດາ​ເນື້ອ​ໃນ​ທີ່​ເປີດ​ບັນ​ດາ​ທັດ​ສະ​ນະ​ຄະ​ຕິ​ທາງ​ເພ​ດ ຄື​ເລືອກ​​ອາ​ຊີບ​ບໍ່​ຈຳ​ແນກ​ເພດ... ຜູ້​ເຂົ້າ​ຮ່ວມ​ອາດ​ຈະ​ສົ່ງ​ເລື່ອງ​ລາວ​ດ້ວຍ​ພາ​ສາ​ຫວຽດ​ນາມ ໃນ​ຂອບ​ຂະ​ໜາດ​ແຕ່ 500 – 800 ຄຳ, ພ້ອມ​ກັບ​ພາບ​ຖ່າຍ​ປະ​ກອບ ສົ່ງ​ໄປ​ຍັງ ອີ​ເມວ [email protected] ແຕ່ນີ້ຈົນ​ຮອດ​ວັນ​ທີ 5 ກັນ​ຍາ 2021.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.