ເຢຍ​ລະ​ມັນ​​ໜູນ​ຊ່ວຍນັກ​ສຶກ​ສາ VGU ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ COVID-19

06:46 | 22/12/2021

ຍ​ສ​ໝ - ອົງການຈັດ​ຕັ້ງ​ໜູນ​ຊ່ວຍ​ມະຫາວິທະຍາ​ໄລ​ໂລກ ຂອງ​ເຢຍລະ​ມັນ (WUS) ​ໃຫ້​ຮູ້​ວ່າ ​ຍ້ອນ​ຜົນ​ກະທົບ​ຈາກ​ໂລກລະບາດ​ໂຄ​ວິດ-19 ຕໍ່​ນັກ​ສຶກສາ​ມະຫາວິທະຍາ​ໄລ​ຫວຽດນາມ - ​ເຢຍລະ​ມັນ (VGU) ຢູ່​ຫວຽດນາມ, WUS ​ແລະ ລັດຖະບານ​ລັດ Hessen ຂອງ​ເຢຍລະ​ມັນ​ໄດ້​ໜູນ​ຊ່ວຍ ຈໍານວນ​ເງິນທັງຫມົດ 205,000 ເອີໂຣ ໃຫ້ສໍາລັບທຶນການສຶກສາຢູ່ໂຮງຮຽນນີ້.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອີ​ຕາ​ລີ ແລະ ສ.ເຊັກ​ໂກ ສະ​ໜັບ​ສະ​ໜູນ​ເງິນ​ເປັນ​ຈຳ​ນວນ 5000 ເອີ​ໂຣ ຊ່ວຍ​ເດັກ​ກຳ​ພ້າ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX
ເຢຍ​ລະ​ມັນ​​ໜູນ​ຊ່ວຍນັກ​ສຶກ​ສາ VGU ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ COVID-19
ພາບ​ປະ​ກອບ

​ໃນ​ຖະ​ແຫຼ​ງການ, ທ່ານ​ປະທານ WUS Ghawami ​ໄດ້​ສະ​ແດງຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ນາງ Angela Dorn, ລັດຖະມົນຕີ​ກະຊວງ ວິທະຍາສາດ ແລະ ​ສິລະ​ປະ ​​ຂອງ​ລັດ Hessen ຍ້ອນການໜູນ​ຊ່ວຍ​ຂອງ​ລັດ Hesen ແລະ​ຖືນີ້​ແມ່ນ​ສັນ​ຍາ​ລັກ​ຂອງ​ຄວາມ​ສາມັກຄີ​ກັບ​ບັນດາ​ນັກ​ສຶກສາ VGU. ຕາມ​ທ່ານ​ແລ້ວ, ນີ້​ກໍ່​ແມ່ນ​ຂີດ​ໝາຍ​ແຫ່ງ​ການ​ຮັບ​ຮູ້​ບັນດາ​ຜົນງານ​ຂອງ VGU ​ແລະ ບັນດາ​ໂຄງການ​ສຶກສາ ​ແລະ ຄົ້ນ​ຄ້ວາ​ໃນ​ລະດັບ​ສາກົນ. ທ່ານ Gawami ເນັ້ນ​ໜັກ​ວ່າ VGU ແມ່ນ​ຂົວ​ຕໍ່​ວິ​ທະ​ຍາ​ສາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ເຢຍ​ລະ​ມັນ ແລະ ເປັນ​ໂຄງ​ການ​ໂຄ​ສະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ.

ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ເຢຍລະ​ມັນ​ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ ​ທ່ານ ​ປອ. Kambiz Ghawami ປະທານ WUS ​ໂດຍໃຫ້​ຮູ້​ວ່າ ​ໃນ​ສະພາບ​ໂລກລະບາດ​ໂຄ​ວິດ-19, ນັກຮຽນ VGU ​ແລະ ພໍ່​ແມ່​, ຜູ້ປົກຄອງຫຼາຍ​ຄົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊຳລະ​ຄ່າ​ສຶກສາ ​ແລະ ກໍ່​ຄື​ສຸມ​ໃສ່​ເຂົ້າ​ການ​ສຶກ​ສາ. WUS ໄດ້ສະເໜີໃຫ້ກະຊວງວິ​ທະ​ຍາ​ສາດ ແລະ ສິ​ລະ​ປະຂອງລັດ Hessen ເພື່ອໜູນ​ຊ່ວຍ ແລະ ໄດ້ຮັບການຕົກລົງເຫັນດີ. ຕາມ​ນັ້ນ​ແລ້ວ, ອຳ​ນາດ​ການ​ປົກ​ຄອງ​ລັດ​ຈະ​ມອບເງິນ​ເປັນ​ຈຳ​ນວນ 205.000 ​ເອີ​ໂຣ ​ໃຫ້​ແກ່ WUS ເພື່ອ​ສະໜອງ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ VGU ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ພະຍາດ​ໂຄ​ວິດ-19.

VGU ໄດ້​ຮັບ​ການ​ຮ່ວມ​ມື​ໂດຍ​ ຫວຽດ​ນາມ ແລະ ລັດ​ຖະ​ບານ Hessen ໃນ​ປີ 2008, ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ພາກລັດຂອງ​ຫວຽດ​ນາມ ທີ່ມີ​ໂຄງປະ​ກອບການບຳລຸງ​ສ້າງ​, ການ​ຄົ້ນ​ຄວ້າ ​ແລະ ​ການ​ຄຸ້ມ​ຄອງ​ຕາມ​ຮູບແບບ​ຂອງ​ເຢຍ​ລະ​ມັນ. ໃນໄລຍະ 10 ປີຜ່ານມາ, ນັກສຶກສາທີ່ຮຽນຈົບ VGU ມີອັດຕາຫາ​ໄດ້​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ລະ​ດັບສູງທີ່​ສຸດ (ເກືອບ 98%) ຢູ່ບັນດາບໍລິສັດຂອງເຢຍລະມັນ ແລະ ສາກົນຢູ່ ຫວຽດນາມ, ສິ່ງນີ້ສະແດງໃຫ້ເຫັນວ່າ ບັນດາຜູ້ຮັບ​ສະ​ໝັກງານ ​ມີ​ການ​ຮັບ​ຮູ້​ຢ່າງ​ສູງ​ຕໍ່ຕໍ່ຄຸນນະພາບຂອງນັກຮຽນ VGU.

ບຸນ​ຄົງ

302 Found

Found

The document has moved here.