ເງື່ອນ​ໄຂ​ສ້າງ​ສາ​ຂາ​ຂອງ ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາໄລ​ທີ່​ມີ​ທຶນ​ຈາກ​ຕ່າງ​ປະ​ເທດ

07:38 | 16/04/2022

ຍ​ສ​ໝ - ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 24/2022 ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ເງື່ອນ​ໄຂ​ອະ​ນຸ​ຍາດ​ສ້າງສາ​ຂາ​ຂອງ​ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ
ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່ ບິ່ງ​ເຟືອກ​ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃນ​ເງື່ອນ​ໄຂ​ປົກ​ກະ​ຕິ​ໃໝ່
ເງື່ອນ​ໄຂ​ສ້າງ​ສາ​ຂາ​ຂອງ ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາໄລ​ທີ່​ມີ​ທຶນ​ຈາກ​ຕ່າງ​ປະ​ເທດ
ພາບ​ປະ​ກອບ: TTXVN

ຕາມ​ຂໍ້​ກຳ​ນົດ​ໃໝ່, ບັນ​ດາ​ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລ​ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢາກ​ສ້າງ​ສາ​ຂາ​ໃໝ່​ຕ້ອງ​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ຄື: ມີ​ສະ​ຖານ​ທີ່​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ເງິນ​ລົງ​ທຶນ​ທີ່​ອະ​ນຸ​ຍາດ​ການ​ສ້າງ​ສາ​ຂາ​ຂອງ​ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ໜ້ອຍ​ສຸດ​ແມ່ນ 25% ເນື້ອ​ທີ່​ດິນ​ນຳ​ໃຊ້​ຢ່າງ​ໜ້ອຍ​ສຸດ ແລະ ເງິນ​ລົງ​ທຶນ​ອະ​ນຸ​ຍາດ​ສ້າງ​ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລ​ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ກ່ຽວ​ກັບ​ລະ​ບຽບ​ການ​ອະ​ນຸ​ຍາດ​ການ​ກໍ່​ສ້າງ, ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລ​ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ໄດ້​ສົ່ງ​ເອ​ກະ​ສານ​ສະ​ເໜີ​ອະ​ນຸ​ຍາດ​ສ້າງ​ສາ​ຂາ​ຜ່ານ​ປະ​ຕູ​ຖານ​ບໍລິການພາກ​ລັດ​ແບບ​ທາງ​ໄກ ຫຼື ໄປ​ສະ​ນີ ຫຼື​ມາ​ກົມ​ໃຫຍ່​ການ​ສຶກ​ສາ​ວິ​ຊາ​ຊີບ​ໂດຍ​ກົງ (ສຳ​ລັບ​ວິ​ທະ​ຍາ​ໄລ), ພະ​ແນກ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ (ສຳ​ລັບ​ໂຮງ​ຮຽນ​ຊັ້ນ​ກາງ).

ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຂັ້ນ​ແຂວງ ຈະປະ​ຕິ​ບັດ​ເປີດ​ເຜີຍ​ຂໍ້​ຕົກ​ລົງ​ອະ​ນຸ​ຍາດ​ການ​ສ້າງ​ສາ​ຂາ​ຂອງ​ໂຮງ​ຮຽນ​ຊັ້ນ​ກາງ, ວິ​ທະ​ຍາ​ໄລ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ບົນ​ເວັບ​ໄຊ​ຂອງ​ອົງ​ການ​ຕົນ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.