ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ຊາຍ​ແດນແຂວງ ຊອກ​ຈັງ

07:29 | 24/01/2022

ຍ​ສ​ໝ - ບຸນ​ເຕັດ​ທະ​ຫານ - ປະ​ຊາ​ຊົນ ແມ່ນ​ຮູບ​ແບບ “ຂົນ​ຂວາຍ​ປະ​ຊາ​ຊົນ​ຢ່າງ​ຄ່ອງ​ແຄ້ວ” ໂດຍ​ແຂວງ ຊອກ​ຈັງ ຈັດ​ຕັ້ງ​ໃນຫຼາຍ​ປີ​ຜ່ານ​ມາ ດ້ວຍ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ ເພື່ອ​ແນ​ໃສ່​ເບິ່ງ​ແຍງ​ດູ​ແລ ໃຫ້​ແກ່​ຜູ້​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ, ແຕ່​ຍ້ອນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ ດັ່ງ​ນັ້ນ ປີນີ້ ບັນ​ດາ​ເນື້ອ​ໃນ​ເຄື່ອນ​ໄຫວ​ໄດ້ຫຼຸດ​ລົງ, ເປັນ​ຕົ້ນ​ແມ່ນ​ສຸມ​ໃສ່​ການ​ຢຶ້​ຢາມ​ຖາມ​ຂ່າວ.

EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ EU ໜູນ​ຊ່ວຍ​ກວາງ​ບິ່ງ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງແວດ​ລ້ອມ​ໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ພໍ່ແມ່ປະຊາຊົນຊົນ​ເຜົ່າ​ສ່ວນ​ໜ້ອຍ
ປັບ​ປຸງການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ປັບ​ປຸງການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ
ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ຊາຍ​ແດນແຂວງ ຊອກ​ຈັງ
ມອບ​ຂອງ​ຂວັນ​ໃຫ້​ແກ່​ຜູ້​ທຸກ​ຍາກ

ຫວ່າງແລ້ວນີ້, ຄະ​ນະ​ຊີ້​ນຳ​ບຸນ​ເຕັດ ທະ​ຫານ - ປະ​ຊາ​ຊົນ ແຂວງ ຊອກ​ຈັງ ໄດ້​ຈັດ​ຕັ້ງ 2 ຄະ​ນະ​ປະ​ຕິ​ບັດ​ງານ ໄປ​ຢ້​ຽມ​ຢາມ, ມອບ​ຂອງ​ຂັວນ 450 ພູດ, ເຮືອນ ມະຫາສາ​ມັກ​ຄີ​ 6 ຫຼັງ ໃຫ້​ແກ່​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມອບ​ລົດ​ຖີບ 40 ຄັນ, ທຶນ​ການ​ສຶກ​ສາ 120 ພູດ ໃຫ້​ແກ່​ບັນ​ດາ​ນັກ​ຮຽນທີ່ບືນຕົວຂຶ້ນ​ຜ່າ​ນ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮຽນ​ເກັ່ງ​... ດ້ວຍຍອດ​ເງິນ​ເກືອບ 800 ລ້ານ​ດົ່ງ.

ບຸນ​ເຕັດ​ທະ​ຫານ - ປະ​ຊາ​ຊົນ ແມ່ນ​ຮູບ​ແບບ “ຂົນ​ຂວາຍ​ປະ​ຊາ​ຊົນ​ຢ່າງ​ຄ່ອງ​ແຄ້ວ” ໂດຍ​ແຂວງ ຊອກ​ຈັງ ຈັດ​ຕັ້ງ​ໃນຫຼາຍ​ປີ​ຜ່ານ​ມາ ດ້ວຍ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ ເພື່ອ​ແນ​ໃສ່​ເບິ່ງ​ແຍງ​ດູ​ແລ ໃຫ້​ແກ່​ຜູ້​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ, ແຕ່​ຍ້ອນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ ດັ່ງ​ນັ້ນ ປີນີ້ ບັນ​ດາ​ເນື້ອ​ໃນ​ເຄື່ອນ​ໄຫວ​ໄດ້ຫຼຸດ​ລົງ, ເປັນ​ຕົ້ນ​ແມ່ນ​ສຸມ​ໃສ່​ການ​ຢຶ້​ຢາມ​ຖາມ​ຂ່າວ, ມອບເຮືອນ “ມະຫາສາ​ມັກ​ຄີ​”, ມອບ​ຂອງ​ຂວັນ​ໃຫ້​ແກ່​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ, ມອບ​ທຶນ​ການ​ສຶກ​ສາ, ລົດ​ຖີບ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນ​ປະ​ຖົມ​...

ຜ່ານ​ນັ້ນ, ກໍເພື່ອເປັນການ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄອບ​ຄົວທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ສະ​ແດງ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາຄິດ​ຮອດ​ຄຸນ​ນ້ຳ” ໂດຍ​ແມ່ນ​ມູນ​ເຊື້ອ​ອັນ​ດີ​ງາມນັບ​ພັນ​ປີຂອງ​ຊາດ, ພ້ອມ​ທັງ, ສ້າງ​ບັນ​ຍາ​ກາດ​ເບີດ​ບານ​ມ່ວນ​ຊື່ນ, ອົບ​ອຸ່ນ​ນ້ຳ​ໃຈ​ທະ​ຫານ, ປະ​ຊາ​ຊົນ​ໃນ​ຍາມ​ບຸນ​ເຕັດ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ປ້ອມ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ລາຍ​ຮ່ວາ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຊອກ​ຈັງ ກໍໄດ້ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່ມ ຕາ​ແສງ ລາຍ​ຮ່​ວາ ແລະ ວິງ​ເຕິນ, ເທດ​ສະ​ບານ ວິງ​ເຈົາ, ແຂວງ​ຊອກ​ຈັງ ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດໃຫ້​ແກ່​ຜູ້​ທຸກ​ຍາກ, ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ຢູ່​ເຂດ​ຊາຍ​ແດນ​ທະ​ເລ.

ບັນ​ດາ​ໜ່ວຍ​ງານ​ໄດ້​ຈັດ​ຕັ້ງ​ການມອບ​ທຶນ​ການ​ສຶກ​ສາ 15 ພູດ​ແຕ່​ລະ​ພູດ 1 ລ້ານ​ດົ່ງ ແລະ ຂອງ​ຂວັນ​ ໂດຍ​ມີ​ມຸນ​ຄ່າ 400.000 ດົ່ງ/ພູດ ໃຫ້​ແກ່​ບັນ​ດາ​ນ້ອງໆ​ນັກ​ຮຽນ​ທຸກ​ຍາກ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ບືນ​ຕົວ​ຂຶ້ນ​ຮຽນ​ເກັ່ງ ແລະ ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ​ທີ່​ມີ​ສະ​ພາບ​ການ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ໃນ​ບໍ​ລິ​ເວນ​ຕາ​ແສງ ລາຍ​ຮ່​ວາ ແລະ ວິງ​ເຕິນ, ເທດ​ສະ​ບານ ວິງ​ເຈົາ. ແຫຼ່ງ​ງົບ​ປະ​ມານ​ໂດຍ​ບັນ​ດາ​ຫົວ​ໜ່ວຍ​ຂົນ​ຂວາຍ​ຜູ້​ໃຈ​ບຸນ​ໃຈ​ກຸ້​ສົນ​ໃນ​ບໍ​ລິ​ເວນ​ໜູນ​ຊ່ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.