ຫວຽດ​ນາມ ເລື່ອນ​ຂຶ້ນ 5 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ການ​ສຶກ​ສາ​ດີ​ທີ່​ສຸດ

06:38 | 09/05/2022

ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.

SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ
ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ພາບປະກອບ
ພາບປະກອບ

ຕາມຂໍ້ມູນຈາກກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ໃຫ້ຮູ້ວ່າ ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020 (ເຖິງວ່າຍັງຕາມຫຼັງບາງປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ກໍ່ຕາມ). ນີ້ແມ່ນການຫັນປ່ຽນທີ່ຕັ້ງໜ້າຂອງຂະແໜງການສຶກສາ ຫວຽດນາມ ໂດຍໄດ້ຮັບການຮັບຮອງ ແລະ ຈັດອັນດັບຈາກອົງການຈັດຕັ້ງສາກົນ.

ການຈັດອັນດັບດັ່ງກ່າວໄດ້ປະຕິບັດໂດຍອີງໃສ່ໝາກຜົນການສຳຫຼວດໃນທົ່ວໂລກກ່ຽວກັບ 3 ປັດໄຈຄື: ລະບົບການສຶກສາພາກລັດມີການພັດທະນາດີ; ອັດຕາຜູ້ເລືອກຮຽນມະຫາວິທະຍາໄລຢູ່ປະເທດນັ້ນ ແລະ ຄຸນນະພາບການສຶກສາຂອງປະເທດນັ້ນ.

10 ປະເທດແຖວໜ້າໃນຕາຕະລາງຈັດອັນດັບປີນີ້ ລວມມີ ອາເມລິກາ, ລາຊະອານາຈັກອັງກິດ, ເຢຍລະມັນ, ການາດາ, ຝລັ່ງ, ສະວິດ, ຍີ່ປຸ່ນ, ອົດສະຕາລີ, ຊູແອັດ, ໂຮນລັງ ຕາມລຳດັບ.

vovworld.vn

ເຫດການ
302 Found

Found

The document has moved here.