ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023

16:01 | 17/03/2022

ພິທີມອບ - ຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023 ຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈາກລັດຖະມົນຕີກະຊວງສຶກສາ ຟີລິບປິນ ໄດ້ຈັດຂຶ້ນແບບທາງໄກໃນຕອນບ່າຍວັນທີ 16 ມີນາ.

ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ​ດ້ານການ​ເງິນເພື່​ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ຮຽກ​ຮ້ອງ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ​ດ້ານການ​ເງິນເພື່​ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023
ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ (ພາບ: Thu Hang)

ໃນບົດກ່າວປາໄສທີ່ພິທີມອບ - ຮັບຕຳແໜ່ງປະທານການສຶກສາ ອາຊຽນ ອາຍຸການ 2022 – 2023 ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ແບ່ງປັນຄວາມເປັນກຽດທີ່ໄດ້ຮັບຕຳແໜ່ງດັ່ງກ່າວ. ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍສະແດງຄວາມປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມືໃນອາຍຸການນີ້, ເພາະວ່າການສຶກສາຕ້ອງອີງໃສ່ຫຼັກການຮ່ວມມື, ຮ່ວມງານ ແລະ ສາມັກຄີ.

ໃນບົດກ່າວປາໄສທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ເນັ້ນໜັກເຖິງການຮ່ວມມືດ້ານການສຶກສາໃນ ອາຊຽນ, ພິເສດແມ່ນໜ້າທີ່ສ້າງລະບົບສຶກສາຄືນໃໝ່ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງຫຼາຍກວ່າ, ຈະໄດ້ຮັບບູລິມະສິດໃນການຊຸກຍູ້ ແລະ ເພີ່ມທະວີພາຍໃຕ້ການນຳພາຂອງກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.