ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022

07:24 | 30/05/2022

ທ່ານນາງໂຕມິງທູ ໃຫ້ຮູ້ວ່າໃນສະພາບການເກີດພະຍາດໂຄວິດ - 19, ຫວຽດນາມ ຖືການເຫັນການສຶກສາເປັນດີຈີຕອນແມ່ນໜ້າທີ່ແຖວໜ້າ, ຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສຶ່ສານ (ICT), ຫັນຫຼັກສູດການຮຽນເປັນດີຈີຕອນ, ຍົກສູງລະດັບ ICT ໃຫ້ແກ່ຄູສອນ ແລະ ນັກຮຽນໃນການຮຽນການສອນ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການຕ່າງປະເທດ ຟ້າມ​ກ໋​ວາງ​ຫ້ຽວ ແລກ​ປ່ຽນ​ກັບ​ສະ​ມາ​ຄົມ​ປັນ​ຍາ​ຊົນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ການຕ່າງປະເທດ ຟ້າມ​ກ໋​ວາງ​ຫ້ຽວ ແລກ​ປ່ຽນ​ກັບ​ສະ​ມາ​ຄົມ​ປັນ​ຍາ​ຊົນ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ອາ​ໄສ​ຢູ່​ສະ​ວິດ
ສົ່ງ​ເສີມ​ການ​ສອນ ແລະ ຮຽນ​ພາ​ສາ ຫວຽດ​ ຢູ່​ອົດ​ສະ​ຕາ​ລີ ສົ່ງ​ເສີມ​ການ​ສອນ ແລະ ຮຽນ​ພາ​ສາ ຫວຽດ​ ຢູ່​ອົດ​ສະ​ຕາ​ລີ
ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ຢູ່​ເວ​ທີ​ປາ​ໄສ​ການ​ສຶກ​ສາ​ໂລກ 2022
ພາບປະກອບ: vietnam+

ໃນຂອບເຂດເວທີປາໄສການສຶກສາໂລກ (EWF) 2022 ຢູ່ລອນດອນ ປະເທດອັງກິດ, ທ່ານນາງອທີ່ປຶກສາທູດ, ຮອງເອກອັກຄະລັດຖະທູດ ຫວຽດນາມ ປະຈຳອັງກິດ ໂຕມິງທູ ແລະ ທ່ານນາງ ເລຂາເອກຮັບຜິດຊອບວຽກງານການສຶກສາ ເຈິ່ນເຮືອງລີ ໄດ້ເຂົ້າຮ່ວມກອງປະຊຸມ “ປ່ຽນແປງໃໝ່ການສຶກສາດ້ວຍຄ່າໃຊ້ຈ່າຍຕ່ຳຢູ່ອາຊີ” ແລະ “ນະໂຍບາຍການສຶກສາດິນຟ້າອາກາດ”, ແບ່ງປັນບົດຮຽນຂອງ ຫວຽດນາມ ເພື່ອແນໃສ່ຮັບປະກັນການຮ່ຳຮຽນໃຫ້ແກ່ເດັກນ້ອຍ ຢູ່ໃນ ແລະ ຫຼັງພະຍາດໂຄວິດ - 19, ກໍ່ຄືບັນດານະໂຍບາຍເພື່ອການສຶກສາດິນຟ້າອາກາດແຫ່ງຊາດ.

ທ່ານນາງໂຕມິງທູ ໃຫ້ຮູ້ວ່າໃນສະພາບການເກີດພະຍາດໂຄວິດ - 19, ຫວຽດນາມ ຖືການເຫັນການສຶກສາເປັນດີຈີຕອນແມ່ນໜ້າທີ່ແຖວໜ້າ, ຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສຶ່ສານ (ICT), ຫັນຫຼັກສູດການຮຽນເປັນດີຈີຕອນ, ຍົກສູງລະດັບ ICT ໃຫ້ແກ່ຄູສອນ ແລະ ນັກຮຽນໃນການຮຽນການສອນ. ຫວຽດນາມ ຕັ້ງເປົ້າໝາຍຈົນຮອດປີ 2025, ທຸກຮາກຖານການສຶກສາຈະນຳໃຊ້ລະບົບຄຸ້ມຄອງບໍລິຫານໂຮງຮຽນໂດຍອີງໃສ່ຂໍ້ມູນຂ່າວສານ ແລະ ເຕັກໂນໂລຢີເຕັກນິກດີຈີຕອນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ແລະ ຮັບປະກັນການອຸປະຖຳໃຫ້ແກ່ຂະແໜງການສຶກສາ, ສະໜອງງົບປະມານ ແລະ ບ້ວງເງິນກູ້ຢືມ ໃຫ້ບັນດາຮາກຖານການສຶກສາ ແລະ ນັກສຶກສາ, ຮັບປະກັນວ່າ ງົບປະມານການສຶກສາ ກວມເອົາຢ່າງໜ້ອຍສຸດ 20% ຍອດລາຍຈ່າຍງົບປະມານແຫ່ງລັດ.

ສ່ວນທ່ານນາງ ເລຂາເອກ ເຈິ່ນເຮືອງລີ ຢັ້ງຢືນວ່າ ການສຶກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາເປົ້າໝາຍພັດທະນາການສຶກສາແບບຍືນຍົງຂອງ ຫວຽດນາມ, ຊີ້ໃຫ້ເຫັນວ່ານະໂຍບາຍສິ່ງແວດລ້ອມໄດ້ທີ່ສ້າງຂຶ້ນຢູ່ ຫວຽດນາມ ນັບແຕ່ລະດັບຊາດລົງຮອດ ໂຮງຮຽນ, ລວມມີການກໍ່ສ້າງກອບຄວາມຮູ້ ແລະ ທັກສະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດຢູ່ບັນດາໂຮງຮຽນໃນທຸກຊັ້ນຮຽນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.