ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings

12:14 | 03/05/2022

ຍ​ສ​ໝ - ຫວ່າງແລ້ວນີ້, ວາ​ລະ​ສານ Times Higher Education (THE) ໄດ້​ປະ​ກາດ​ໝາກ​ຜົນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings. ນີ້​ແມ່ນ​ຕາ​ຕະ​ລາງ​ຖືເອົາ​ການ​ນຳ​ໜ້າ​ໃນການປະ​ຕິ​ບັດ 17 ເປົ້​າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG) ຂອງ ສ​ປ​ຊ ເປັນມາດຖານ​ຈັດ​ອັນ​ດັບ​ບັນ​ດາ​ອົງ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ທົ່ວ​ໂລກ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຄັດ​ຄ້ານ​ເລື່ອງ ຈີນ ປະ​ກາດ​ໃຊ້​ຄຳ​ສັ່ງ​ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ
ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ
ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ຫວຽດ​ນາມ 7 ແຫ່ງ​ມີ​ໜ້າ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ THE Impact Rankings
ພາບ​ປະ​ກອບ: Hust

ຖ້າ​ຫາກວ່າ ປີ 2010, ຫວຽດ​ນາມ ມີ 4 ຮາກ​ຖານ​ການ​ສຶກ​ສາ ໄດ້​ຈັດ​ເຂົ້າໃນອັນ​ດັບ​, ໃນ​ປີ 2022 ຫວຽດ​ນາມ ມີ 7 ພື້ນ​ຖານ​ການ​ສຶກ​ສາ​ທີ່​ມີ​ຊື່​ໃນ​ຕາ​ຕະ​ລາງ​ນີ້. ລະ​ອຽດ​ແມ່ນ, ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ (ອັນ​ດັບແຕ່ 601 - 800), ມະ​ຫາ​ວິ​ທະ​ຍາ​ໄລ​ໂຕນ​ດຶກ​ທັ້ງ (ອັນ​ດັບແຕ່ 601 - 800), ມ​ະ​ຫາ​ວິ​ທະ​ຍາ​ໄລ ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ (ອັນ​ດັບແຕ່ 601 - 800) ແລະ ​ມະ​ຫາ​ວິ​ທະ​ຍາ​ໄລ Phenikaa (ອັນ​ດັບແຕ່ 801 - 1000). ມະ​ຫາ​ວິ​ທະ​ຍາ​ໄລ 3 ແຫ່ງ​ທີ່ຫາກໍໄດ້​ຈັດ​ອັນ​ດັບ​ໃນ​ປີ 2022 ແມ່ນ: ມະ​ຫາ​ວິ​ທະ​ຍາ​ໄລ ຢຸຍ​ເຕິນ (ອັນ​ດັບແຕ່ 601 - 800), ມະ​ຫາ​ວິ​ທະ​ຍາ​ເສດ​ຖະ​ກິດ​ແຫ່ງ​ຊາດ (ອັນ​ດັບແຕ່ 601 - 800) ແລະ ມະ​ຫາ​ວິ​ທະ​ຍາ​ໄລ FPT (ລະ​ດັບ 801 - 1000).

ທັງ 7 ຮາກ​ຖານ​ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ ຫວຽດ​ນາມ ລ້ວນ​ແຕ່​ຈັດ​ອັນ​ດັບ​ຢູ່​ລະ​ດັບ​ສູງ ໃນ SDG ເລກ​ທີ 8 (ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ), ໃນ​ນັ້ນ ມີ​ມະ​ຫາ​ວິ​ທະ​ຍາ​ສັບ​ພະ​ວິ​ຊາ ມີ​ລະ​ດັບ​ສູງ​ທີ່​ສຸດ​ດ້ວຍ 70.3 ຄະ​ແນນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.