ເພີ່ມທະ​ວີ​ການ​ຮ່ວມ​ມື​ການ​ສຶກ​ສາ ລະ​ຫວ່າງ ຫວ​ຽດ​ນາມ ແລະ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຢູ່ ຮົ່ງ​ກົງ

13:11 | 31/07/2021

ຍ​ສ​ໝ - ວັນ​ທີ 28 ກໍ​ລະ​ກົດ, ທ່ານ ຟ້າມ​ບິ່ງດ່າມ ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ (ຈີນ) ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ບາງ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ຮົ່ງ​ກົງ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​​ດ້ານ​ກ​ານສຶກ​ສາ ລະ​ຫວ່າງ ຫວຽດ​ນາມ ກັບ ຮົ່ງ​ກົງ...

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ) ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ຮົ່ງ​ກົງ (ຈີນ)
ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ ທ່ານ ຫວູ ຊວນ ຮົ່ງ, ອະດີດ ປະທານ VUFO: ຕໍ່ສູ້ດ້ວຍຈິດໃຈປະຊາຊົນ ແລະ ຄວາມຊອບທຳ
ເພີ່ມທະ​ວີ​ການ​ຮ່ວມ​ມື​ການ​ສຶກ​ສາ ລະ​ຫວ່າງ ຫວ​ຽດ​ນາມ ແລະ ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຢູ່ ຮົ່ງ​ກົງ
ທີ່ການ​ເຮັດ​ວຽກ (ພາບ: TTXVN)

ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຮົ່ງ​ກົງ (HKUST), ທ່ານ​ສາດ​ສະ​ດາ​ຈານ Wei Shyy ອະ​ທິ​ການ​ບໍ​ດີ ມະ​ຫ​າ​ວິ​ທະ​ຍາ​ໄລ ໃຫ້​ຮູ້​ວ່າ ທ່ານ​ມີຄວາມ​ປະ​ທັບ​ໃຈ​ທີ່​ດີ​ກ່ຽວ​ກັບ​ປະ​ຫວັດ​ສາດ, ປະ​ເທດ​ຊາດ, ຊາວຫວຽດ​ນາມ ແລະ ​​ເຊື່ອ​ໝັ້ນ​, ​ຊົ​ມ​ຊື່ນບັນ​ດາ​ນັກ​ສຶກ​ສາ ຫວຽດ​ນາມ ທີ່​ສຸດທີ່ໄດ້ ແລະ ພວມ​ຮ່ຳ​ຮຽນ​ຢູ່ HKUST ຍ້ອນມີ​ຜົນ​ການ​ຮຽນ​ທີ່​ພົ້ນ​ເດັ່ນ ແລະ ປະ​ສົບ​ຜົນ​ສຳ​ເລັດ​ພາຍຫຼັງ​ຮຽນ​ຈົບ. ທ່ານ Wei Shyy ຢັ້ງ​ຢືນ​ວ່າ ພ້ອມ​ແລ້ວທີ່​ຈະ​ສະ​ຫງວນ​ໂຄ​ຕາຫຼາຍ​ພໍ​ສົມ​ຄວນ​ໃຫ້​ແກ່​ຫວຽດ​ນາມ ແລະ ປາດ​ຖະ​ໜາ​ວ່າ ທຸກໆ​ປີ ຈະ​ໄດ້​ຮັບ​ນັກ​ສຶກ​ສາ​ທີ່​ດີ​ເດັ່ນມ​າ​ຮຽນ​ຢູ່ຮາກ​ຖານ​ປັດ​ຈຸ​ບັນ ຢູ່​ຮົ່ງ​ກົງ ກໍ່​ຄື​ບັນ​ດາ​ຮາກ​ຖານ​ໃໝ່​ທີ່​ຈະ​ເປີດ​ສະ​ຫຼອງ ຢູ່ ກວາງ​ຕຸງ, ຈີນ.

ໂຮ​ງ​ຮຽນ​ກໍ່​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ, ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ ຫວຽດ​ນາມ ຜ່ານ​ບັນ​ດາ​ຮູບ​ແບບ​ຄື ແລກ​ປ່ຽນ​ນັກ​ສຶກ​ສາ, ເຊີນ​ບັນ​ດາ​ຄູ​ອາ​ຈານ ຫວຽດ​ນາມ ມາ​ຢ້ຽມ​ຢາມ ແລະ ພົວ​ພັນ​ແລກ​ປ່ຽນ.

HKUST ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຊື່ສຽງ​ໃນ​ໂລກ, ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ 50 ມະ​ຫາ​ວິ​ທະ​ຍາ​ໄລ​ໃໝ່​ແຖວ​ໜ້າໂລກ ທີ່​ມີ​ອາ​ຍຸ​ໜ້ອຍ​ກ່​ວາ 50 ປີ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ໂລກ ຂອງ​ອົງ​ການ​ຈັດ​ລຳ​ດັບ Quacquarelli Symonds (QS) ປີ 2021 ແລະ ຢືນ​ຢູ່​ອັນ​ດັບ​ທີ 34 ໃນ​ຈຳ​ນວນ​ມະ​ຫາ​ວິ​ທະ​ຍາ​ໄລແຖວ​ໜ້າ​ໂລກ 1.300 ແຫ່ງ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ໂລກ ຂອງ QS ປີ 2022.

ປັດ​ຈຸ​ບັນມີ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ມານ 40 ຄົນ ຢູ່ HKUST ໃນ​ນັ້ນ​ມີລະ​ດັບ​ປະ​ລິນ​ຍາ​ຕີ 30 ຄົນ ແລະ ນັກ​ຄົ້ນ​ຄ້​ວາ 10 ຄົນ. ມີ​ນັກ​ສຶກ​ສາ ຫວຽດ​ນາມ ຫຼາຍ​ຄົ​ນ​ທີ່​ຮ່ຳ​ຮຽນ​ຢູ່ ໂຮງ​ຮຽນ​ເຄີຍ​ເປັນ​ນັກ​ສຶກ​ສາ​ທີ່​ດີ​ເດັ່ນ​ຄ້​ວາ​ໄດ້​ລາງວັນ​ໃນ​ການ​ສອບ​ເສັງ​ສາ​ກົນ.

ທ່ານ ຟ້າມ​ບິ່ງ​​ດ່າມ ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ໄດ້​ຕີ​ລາ​ຄາ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ຮົ່ງ​ກົງ​ດ້ວຍຫຼາຍ​ຂະ​ແໜງ​ທີ່​ນຳ​ໜ້າ​ໃນ​ພາກ​ພື້ນ ແລະ ມີ​ອັນ​ດັບ​​ຕົ້ນໆໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ໃນ​ໂລກ. ທ່ານ ໄດ້​ສະ​ເໜີ ທ່ານ ສາດ​ສະ​ດາ​ຈານ Wei Shyy ປະ​ກອບສຽງ​ເວົ້າ​ເພື່ອ​ອຳ​ນາດ​ການ​ປົກ​ຄອງ ຮົ່ງ​ກົງ​ຍົກ​ເວັ້ນ​ການ​ຈຳ​ກັດ​ວີ​ຊາ​ສຳ​ລັບ​ແຮງ​ງານ​ເຕັກ​ນິກສູງ ຂອງ ຫວຽດ​ນາມ ເຊິ່ງ​ພວມ​ແມ່ນ​ຮົ້ວ​ກີດ​ຂວາງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ ຫວຽດນາມ ແລະ ຮົ່ງ​ກົງ.

ກ່ອນ​ໜ້າ​ນັ້ນ, ທ່ານ ຟ້າມ​ບິ່ງ​ດ່າມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ການ​ນຳ​ມະ​ຫາ​ວິ​ທະ​ຍາ​ໄລ Baptist, ໂດ​ຍ​ແມ່ນ​ໜຶ່ງ​ໃນ 8 ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ຊົນ​ຢູ່ ຮົ່ງ​ກົງ. ທ່ານ ສາດ​ສະ​ດາ​ຈານ Alexander Wai ອະ​ທິ​ການ​ບໍ​ດີໂຮງ​ຮຽນ ໃຫ້​ຮູ້​ວ່າ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ທຶນ​ການ​ສຶກ​ສາ, ຫຼຸດ​​ຄ່າ​ຮຽນ, ໜູນ​ຊ່ວຍ​ບ່ອນ​ພັກ​ພາ​ອາ​ໄສ, ຫໍ​ພັກ ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ສຶກ​ສາ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.