ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ

15:58 | 30/03/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 29 ມີ​ນາ, ຢູ່​ສຳນັກງານ​ກະຊວງ​ສຶກສາ​ທິ​ການ ​ແລະ ບຳລຸງ​ສ້າງ ຫວຽດ​ນາມ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວັນ​ຟຸກ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Ory Csaba, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ຮູງ​ກາຣີ ປະຈຳ ຫວຽດນາມ.

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ຍົກ​ລະດັບການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ຮູງ​ກາ​ຣີ
ພິທີ​ລົງ​ນາມ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: TT)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ຟຸກ ໄດ້​ຂອບ​ໃຈ​ລັດ​ຖະ​ບານ ຮູງ​ກາ​ຣີ ທີ່​ໄດ້ໃຫ້ຄວາມເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ​ຕໍ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ຂົງ​ເຂດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ພ້ອມ​ກັນ​ນັ້ນ, ທ່ານ​ກໍປາດ​ຖະໜາ​ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ​ຢ່າງ​ກ້ວາງ​ຂວາງ ​ແລະ ​ເລິກ​ເຊິ່ງ, ​ເພື່ອ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ການ​ໜູນ​ຊ່ວຍ​ການ​ຄົ້ນຄວ້າ ​ແລະ ບຳລຸງ​ສ້າງ​ວິທະຍາສາດ.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ລະຫວ່າງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດຕ່າງປະເທດ ຮູງ​ກາ​ຣີ ກ່ຽວ​ກັບ​ໂຄງການ​ໃຫ້​ທຶນການສຶກ​ສາ Stipendium Hungaricum ​ໄລຍະ 2022-2024; ຂໍ້​ຕົກ​ລົງການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະດັບປະລິນຍາຕີລະຫວ່າງ​ກະຊວງ​ສຶກສາທິ​ການ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ປ່ຽນ​ແປງ​ໃໝ່ ​ແລະ ​ເຕັກ​ໂນ​ໂລ​ຢີ ຮູງ​ກາຣີ ​ໄລຍະ 2022-2024.

​​ດ້ວຍ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະຫວ່າງ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ແລະ ​ເສດຖະກິດຕ່າງະເທດ ຮຸງ​ກາຣີ ກ່ຽວ​ກັບ​ໂຄງການ​ທຶນການສຶກສາ Stipendium Hungaricum ​ໄລຍະ 2022-2024, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ວັນ​ຟຸກ ​ໃຫ້​ຮູ້​ວ່າ: ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຈະປະສານງານຢ່າງໃກ້ຊິດກັບກະຊວງການຕ່າງປະເທດ ແລະເສດຖະກິດຕ່າງປະເທດ ຂອງຮູງກາລີ ເພື່ອປະຕິບັດຂໍ້ຕົກລົງໃຫ້ບັນລຸຜົນໄດ້ຮັບທີ່ດີທີ່ສຸດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.