ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ ຝລັ່ງ ແລະ ອົດ​ສະ​ຕາ​ລີ

09:07 | 27/10/2021

ຍ​ສ​ໝ - ກະ​ຊວງ​ການ​ສຶກ​ສາ ຫວຽດ​ນາມ, ສະ​ຖານ​ທູດ ຝ​ລັ່ງ ປະ​ຈຳ ຫວຽດ​ນາມ, ສະ​ຖານ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ ຫາກໍ່​ແລກ​ປ່ຽນ, ເຫັນ​ດີ​ເປັນ​ເອ​ກະ​ພາບບາງ​ເນື້ອ​ໃນ ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ…

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ
ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ ອີຕາ​ລີ ປາດ​ຖະ​ໜາຢ​າກຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການສຶກ​ສາ ແລະ ບຳ​ລຸງ​ສ້າງ​ລະ​ຫວ່າງ ຫວຽດ​ນາມ ກັບ ຝລັ່ງ ແລະ ອົດ​ສະ​ຕາ​ລີ
ພິ​ທີ​ລົງ​ນາມ ຂໍ້​ຕົກ​ລົງລະ​ຫວ່າງ​ສອງ​ປະ​ເທດ (ພາບ: moet.gov.vn)

ທີ່​ການ​ເຮັດວຽກ​ລະ​ຫວ່າງ ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ກັບ ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ Nicolas Warnery, ສອງຝ່າຍໄດ້ແລກປ່ຽນ, ເຫັນດີເປັນເອກະພາບ ຮັບຮອງໃບປະກາດສະນິຍະບັດ ແລະ ວິວັດການບຳລຸງສ້າງ, ປ່ຽນແທນຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອປີ 2015 ແລະ ພ້ອມແລ້ວທີ່ຈະລົງນາມເນື່ອງໃນໂອກາດການຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ ຝລັ່ງ ໃນໄລຍະຈະມາເຖິງ.

ກະຊວງສຶກສາ ຫວຽດນາມ ມີຄວາມປາດຖະໜາຢາກໃຫ້ ສະຖານທູດ ຝລັ່ງ ເອົາໃຈໃສ່ໜູນຊ່ວຍບາງເນື້ອໃນໃຫ້ແກ່ການສຶກສາ ຫວຽດນາມ ຄືການຮຽບຮຽງປຶ້ມສອນພາສາຝລັ່ງ ຕາມຫຼັກສູດການສຶກສາສາມັນໃໝ່, ຈັດສົ່ງຄູສອນ/ຜູ້ອາສາສະໝັກ ຊາວຝລັ່ງ ມາຫວຽດນາມ ເພື່ອສອນພາສາຝລັ່ງ, ສືບຕໍ່ສະຫງວນທຶນການສຶກສາ ໃຫ້ແກ່ນັກສຶກສາຫວຽດນາມ ໄປ ຮ່ຳຮຽນຢູ່ຝລັ່ງ…

ທີ່ການຕ້ອນຮັບ ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນວັນຟຸກ ໄດ້ເນັ້ນໜັກເຖິງ ວິວັດການຮ່ວມມືໃນການສຶກສາ, ບຳລຸງສ້າງຢ່າງມີປະສິດທິຜົນ ລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ສະແດງຄວາມຫວັງຢາກໃຫ້ ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ແມ່ນຄູ່ຮ່ວມມືຍຸດທະສາດໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍເສດຖະກິດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ໃນຂອບເຂດເຫດການ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈະປະກາດໂຄງການພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ ໄລຍະ 2021 – 2025, ທີ່ມີມູນຄ່າກ່ວາ 50 ລ້ານ AUD.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.