ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດຢູ່ນະຄອນຫຼວງ ນິວເດລີ, ວັນທີ 16 ມິຖຸນາ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ.
ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີ ໂອຕຣິດ, ຜູ້ຮັບຜິດຊອບວຽກງານເອີລົບ ແລະ ສາກົນ Alexander Schallenberg.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນເຊື່ອໝັ້ນວ່າ ປະເທດ ລາວ ຈະຟື້ນຟູເສດຖະກິດ - ສັງຄົມໂດຍໄວ ແລະ ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ ວາງອອກໄດ້ຢ່າງມີໄຊ.
ຍສໝ - ໃນໂອກາດບຸນປີໃໝ່ສົງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2022, ຕອນບ່າຍວັນທີ 4 ເມສານີ້ ທ່ານ ຫງວ໊ຽນມິ່ງວູ໊ ຮອງລັດຖະມົນຕີ, ຜູ້ປະຈຳການ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນປີໃໝ່ສະຖານທູດລາວປະຈຳຫວຽດນາມ.
ຍສໝ - ວັນທີ 31 ມີນາ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ເປັນປະທານເຜີຍແຜ່ບົດລາຍງານໄລຍະກາງສະໄໝຢ່າງການສະໝັກໃຈໃນການປະຕິບັດຂໍ້ສະເໜີ UPR Cycle III ທີ່ຫວຽດນາມໄດ້ຮັບຮອງ ແລະ ຂໍ້ມູນກ່ຽວກັບຜູ້ລົງສະໝັກຂອງຫວຽດນາມ ເຂົ້າຮ່ວມໃນສະພາສິດທິມະນຸດສະຫະປະຊາຊາດ ສະໄໝ 2023-2025.
ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ມີການພົບປະກັບທ່ານ Wendy Sherman - ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ.
ຍສໝ - ໃນຂອບເຂດການເຄື່ອນໄຫວຂອງຄະນະກຳມະການອາຊຽນຢູ່ ແຄນເບີຣາ (ACC) ມຸ່ງໄປເຖິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງອາຊຽນ, ວັນທີ 27 ມີນາ, ສະຖານທູດຫວຽດນາມ ປະຈຳ ອົດສະຕຣາລີ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນ, ແຂ່ງຂັນ bowling ມິດຕະພາບ ອາຊຽນ 2022.
ຍສໝ - ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ເຂົ້າຢ້ຽມຂ່ຳນັບ.
ຍສໝ - ຫວ່າງແລ້ວນີ້, ທີ່ການປະຊຸມຂ່າວສະໄໝສາມັນ ປະຈໍາຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງ ການຕ່າງປະເທດຫວຽດນາມ ຢັ້ງຢືນເທື່ອໜຶ່ງອີກວ່າ ການສົ່ງພົນລະເມືອງຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ມີຄວາມຕ້ອງການ, ມີສະພາບການທີ່ປະສົບຄວາມ ຫຍຸ້ງຍາກ ພິເສດ ກັບເມືອປະເທດໃນສະພາບການພະຍາດໂຄວິດ-19 ຜ່ານມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ ແລະມະນຸດສະທຳຂອງພັກ ແລະລັດ.
ຍສໝ - ວັນທີ 17 ກຸມພາ, ທີ່ກອງປະຊຸມຂ່າວປະຈຳໄລຍະກະຊວງການຕ່າງປະເທດ, ເມື່ອຕອບຄຳຖາມກ່ຽວກັບວຽກງານປົກປ້ອງພົນລະເມືອງໃນສະພາບການຢູ່ຢູແກຼນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຊາດປະເທດ ສປປ ລາວ (2-12-1975 / 2-12-2021) ແລະ 101 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2021), ຕອນບ່າຍວັນທີ 1 ທັນວາ, ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນກະຊວງການຕ່າງປະເທດໄປອວຍພອນສະຖານທູດລາວ ປະຈໍາ ຮ່າໂນ້ຍ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງກອງປະຊຸມ “ເສີມຂະຫຍາຍພື້ນຖານດິຈິຕອນ ໃນການປ່ຽນແປງໃໝ່ວຽກງານຂໍ້ມູນຂ່າວສານຕ່າງປະເທດ ຂອງກະຊວງການຕ່າງປະເທດ” ດ້ວຍຮູບແບບໂດຍກົງ ແລະ ອອນໄລ.
ຽສໝ - ຕາມການລາຍງານຢູ່ໃນກອງປະຊຸມ ເພື່ອຕີລາຄາໝາກຜົນການທູດວັກຊີນ ຂອງກະຊວງການຕ່າງປະເທດ ໄດ້ສະແດງໃຫ້ເຫັນໃນເດືອນກັນຍາ ຫາເດືອນຕຸລາ ແລະ ໃນທ້າຍປີ 2021, ປະລິມານວັກຊີນ COVID-19 ທີ່ສົ່ງມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດວັນທີ 13 ຕຸລານີ້, ຫວຽດນາມໄດ້ຮັບວັກຊີນປະມານ 90 ລ້ານໂດສ.
ຍສໝ - ທັງສອງຝ່າຍ ໄດ້ປຶກສາຫາລືຖອດຖອນບົດຮຽນ ເພື່ອຄວບຄຸມການລະບາດຂອງພະຍາດໂດຍໄວ, ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ເຮັດໃຫ້ປະເທດເຂົ້າສູ່ “ໄລຍະປົກກະຕິໃໝ່”.
ຍສໝ - ຕາມຜູ້ຮອງໂຄສົກຂອງກະຊວງການຕ່າງປະເທດ ດວ່ານຄັກຫວຽດ ແລ້ວ, ຫວຽດນາມພວມສົ່ງເສີມເພື່ອສາມາດນຳໃຊ້ໜັງສືຜ່ານແດນວັກຊີນໃນໄວໆນີ້.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.
ຍສໝ - ທີ່ການປະຊຸມຂ່າວປະຈຳ ຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 5 ສິງຫາ, ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທອງລຸນ ສີສຸລິດ, ປະທານປະເທດຫງວຽນຊວນຟຸກ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 9 ຫາ 10 ສິງຫາ 2021.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢູງ , ປະທານຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ).
ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Blinken ໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ສະແດງຄວາມປາດຖະໜາ ຢາກຮ່ວມມືກັບທ່ານ Blinken ເພື່ອຊຸກຍູ້ການພົວພັນຫວຽດນາມ - ອາເມລິກາ ໃຫ້ເລິກເຊິ່ງຕື່ມອີກ.