ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ບຣູໄນ

19:00 | 20/06/2022

ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂອງລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດຢູ່ນະຄອນຫຼວງ ນິວເດລີ, ວັນທີ 16 ມິຖຸນາ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ.

ພົບ​ປະ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ພົບ​ປະ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ

ຍສໝ - ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ລະຫວ່າງ​ສອງ​ປະ​ເທດ​ຜ່ານ​ຊ່ອງການ​ທູດ​ລັດຖະສະພາ, ຄະນະປະຈໍາ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ດ້ວຍ ສະມາຊິກ 12 ທ່ານ.

ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ສົ່ງເສີມພາສາຫວຽດ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ

ຍສໝ - ໂຄງ​ການ​ດັ່ງ​ກ່າວ​ປະ​ກອບ​ສ່ວນ​​ຢືນ​ຢັນສີສັນຊາດ​ຫວຽດ​ນາມ ແລະ ຖານະຫວຽດ​ນາມ ເລີ່ມ​ຈາກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ມີຫຼາຍວັດທະນະທຳ​​ຮູບ​ປະທໍາ ​ແລະ ນາມມະທໍາປະເພດຕ່າງໆ​ຂອງ​ຫວຽດນາມ ຈະ​ໄດ້​ຮັບການໂຄສະນາ ​ແລະ​ແນະນຳ​ຢ່າງກວ້າງຂວາງໃນ​ທົ່ວ​ໂລກ.

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ  ອິນໂດເນເຊຍ ແລະ ບຣູໄນ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ມີການພົບປະສອງຝ່າຍກັບທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ. ພາບ: ກະຊວງການຕ່າງປະເທດ

ທີ່ການພົບປະກັບທ່ານ Retno Marsudi, ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນ, ກະກຽມໃຫ້ການຢ້ຽມຢາມຂັ້ນສູງ ແລະ ກອງປະຊຸມຄັ້ງທີ 4 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ - ອິນໂດເນເຊຍ ໃນປີ 2022 ໃຫ້ເປັນຢ່າງດີ. ລັດຖະມົນຕີສອງປະເທດ ກໍ່ເຫັນດີເປັນເອກະພາບຕໍ່ການສຳຜັດ ແລະ ແກ້ໄຂບັນດາບັນຫາພາກພື້ນ ແລະ ສາກົນບົນພື້ນຖານເຄົາລົບກົດໝາຍສາກົນເພື່ອເປົ້າໝາຍລວມແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ  ອິນໂດເນເຊຍ ແລະ ບຣູໄນ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມພົບປະສອງຝ່າຍກັບທ່ານ Dato Erywan Pehin Yusof ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ. ພາບ: ກະຊວງການຕ່າງປະເທດ

ໃນຂະນະນັ້ນ, ທີ່ການພົບປະກັບທ່ານ Dato Erywan Pehin Yusof, ລັດຖະມົນຕີກະຊວງການຕ່າງປະເທດ ບຣູໄນ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ບຣູໄນ (1992 – 2022) ໃຫ້ເປັນຢ່າງດີ; ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດ ແລະ ຈັດຕັ້ງກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຢູ່ ບຣູໄນ ໃນໄລຍະຈະມາເຖິງ; ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການຮ່ວມມືໃນຂົງເຂດຜະລິດຕະພັນກະເສດ, ສິນໃນນ້ຳ…

ບູນມີ

ເຫດການ
302 Found

Found

The document has moved here.