ກະຊວງຕໍາຫຼວດ ແລະ ກະຊວງການຕ່າງປະເທດ ສະເໜີບັນດາປະເທດສົມທົບກັນເພື່ອແກ້ໄຂຄວາມຫຍຸ້ງຍາກ, ອອກວີຊາໃຫ້ໜັງສືຜ່ານແດນແບບໃໝ່ໂດຍໄວ

08:04 | 17/08/2022

ຍສໝ - ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ສະເໜີບັນດາ​ປະ​ເທດສົມທົບກັບ ຫວຽດນາມ ໃນການ​ແກ້ໄຂ​ຄວາມ​ຫຍຸ້ງຍາກ, ​ ​ອອກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນ​ທໍາມະດາແບບ​ໃໝ່​ຂອງ ຫວຽດນາມ ໂດຍ​ໄວ.

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ
ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ
ກະຊວງຕໍາຫຼວດ ແລະ ກະຊວງການຕ່າງປະເທດ ສະເໜີບັນດາປະເທດສົມທົບກັນເພື່ອແກ້ໄຂຄວາມຫຍຸ້ງຍາກ,  ອອກວີຊາໃຫ້ໜັງສືຜ່ານແດນແບບໃໝ່ໂດຍໄວ
ໜັງສືຜ່ານ​ແດນ​ທໍາມະດາແບບ​ໃໝ່​ຂອງ ຫວຽດນາມ ( ພາບ: TTXVN)

ຫວ່າງແລ້ວນີ້, ທີ່​ກອງ​ປະຊຸມ​ຂ່າວ​ເປັນປະຈຳ​ ກະຊວງ​ການ​ຕ່າງປະ​ເທດ, ​ໄດ້ອັບເດດ​ສະພາບ​ການ​ທີ່​ບາງ​ປະ​ເທດ​ບໍ່​ຮັບ​ຮອງ​ໜັງສືຜ່ານ​ແດນ​ແບບ​ໃໝ່​ຂອງ​ຫວຽດນາມ ຍ້ອນ​ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​​ທີ່​ເກີດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ ເລທິທູຮັ່ງ ​ໃຫ້​ຮູ້​ວ່າ ໂດຍປະຕິບັດຕາມ​ການ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ​ໃນ​ວັນ​ທີ 9 ສິງຫາ, ກົມ​ກົງສຸນ (ກະຊວງ​ການ​ຕ່າງປະ​ເທດ) ​ແລະ ກົມ​ຄຸ້ມຄອງເຂົ້າອອກ​ເມືອງ (ກະຊວງ​ຕຳຫຼວດ) ​ໄດ້​ມີ​ການ​ເຮັດວຽກກັບ​ສະຖານທູດ​ເຢຍລະ​ມັນ, ​ເຊັກໂກ ແລະ ສະເປນ ຢູ່​ຮ່າ​ໂນ້ຍ, ​​ປຶກສາ​ຫາລື​ກ່ຽວ​ກັບ ບັນຫາທີ່ບັນດາ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ໂຈະ​ການ​ອອກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນທໍາມະດາຂອງ ​ຫວຽດນາມ ​ແບບ​ໃໝ່ ​ເພາະວ່າ​ໜ້າ​ຂອງ​ໜັງສືຜ່ານ​ແດນ​ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ທີ່​ເກີດ.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ກົມ​ກົງສຸນ ​ແລະ ຜູ້ຕາງໜ້າ​ກົມ​ຄຸ້ມຄອງເຂົ້າອອກ​ເມືອງ​ໄດ້​ຍົກ​ທັດສະນະ ​ແລະ ທິດ​ທາງ​ຂອງ ​ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້. ຕາມ​ນັ້ນ​ແລ້ວ, ບັນດາອົງການຮັບຜິດຊອບຂອງ ​ຫວຽດນາມ ​ໄດ້​ເຫັນ​ດີ​ເປັນ​ເອກະພາບ, ​ໃນເບື້ອງຕົ້ນ ​ ຈະໄດ້ຂຽນໄວ້ເຂົ້າໃນພາກໝາຍເຫດຂອງ​ໜັງສືຜ່ານ​ແດນ​ແບບໃໝ່​ເມື່ອ​ພົນລະ​ເມືອງ​ສະເໜີ. ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ ສະເໜີບັນດາ​ປະ​ເທດສົມທົບກັບ ຫວຽດນາມ ໃນການ​ແກ້ໄຂ​ຄວາມ​ຫຍຸ້ງຍາກ, ​ ​ອອກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນ​ທໍາມະດາແບບ​ໃໝ່​ຂອງ ຫວຽດນາມ ໂດຍ​ໄວ.

ທ່ານ​ນາງ ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ ສະຖານທູດ ​ເຢຍລະ​ມັນ, ເຊັກ​ໂກ ​ແລະ ​ສະເປນ ໄດ້ຢືນຢັນວ່າ ​​ພ້ອມ​ທີ່​ຈະ​ສົມທົບ​ກັບອົງການຮັບຜິດຊອບ ​ຫວຽດນາມ ​ເພື່ອແກ້​ໄຂ​ບັນດາຂໍ້ຄົງຄ້າງໃນການ​​ອອກ​ວີ​ຊາ​ໃຫ້​ໜັງສືຜ່ານ​ແດນທໍາມະດາ​ແບບ​ໃໝ່​ຂອງ ​ຫວຽດນາມ ດ້ວຍ​ເງື່ອນ​ໄຂ​ພົນລະ​ເມືອງ​ຕ້ອງ​ສະໜອງ​ຂໍ້​ມູນ​​ຢັ້ງຢືນທີ່ເກີດເພື່ອເຮັດໃຫ້ ສໍາເນົາເອກະສານທີ່ຂໍວີຊາໄປບັນດາປະເທດ ດັ່ງກ່າວໄດ້ສົມບູນແບບ.

ໂດຍກໍຕາມ​ທ່ານ​ນາງ ​ເລ​ທິທູ​ຮັ່ງ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ຕາງໜ້າ​ ຫວຽດນາມ ຢູ່​ຕ່າງປະ​ເທດ ຈະສືບ​ຕໍ່​ຕິດຕາມ​​ບັນຫາ​ນີ້, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ຕຳຫຼວດ ​ແລະ ອົງການຮັບຜິດຊອບ​ຢູ່ປະເທດປະຈໍາຖິ່ນ ໃນ​ການແກ້​ໄຂ​ບັນຫາທີ່ຍັງຄົງຄ້າງ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເດີນທາງໄປມາ​ສາ​ກົນ​ຂອງ​ພົນ​ລະ​ເມືອງ ​ຫວຽດ​ນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.