ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ: ຕິດຕາມສະພາບການພົນລະເມືອງຫວຽດນາມ ຢູ່ສີລັງກາ ຢ່າງໃກ້ຊິດ

13:17 | 25/07/2022

ຍສໝ - ໃນສະພາບການຢູ່ສີລັງກາ ມີການຜັນແປຢ່າງສັບສົນ, ສະຖານທູດຫວຽດນາມ ປະຈຳ ສີລັງກາ ໄດ້ເປັນເຈົ້າການຕິດຕາມສະພາບການຢູ່ປະເທດປະຈໍາຖິ່ນ ຢ່າງໃກ້ຊິດ ແລະ ພ້ອມທັງຮຽກຮ້ອງໃຫ້ອົງການເຈົ້າໜ້າທີ່ຂອງສີລັງກາ ຮັບປະກັນຄວາມສະຫງົບ, ປອດໄພໃຫ້ພົນລະເມືອງຫວຽດນາມ ຢູ່ໃນບໍລິເວນ.

ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ”
ປະທານາທິບໍດີ Donald Trump ກັບຄືນໂຮງແຮມ Marriott, ກຽມພ້ອມເຂົ້າຮ່ວມກອງປະຊຸມຂ່າວ ປະທານາທິບໍດີ Donald Trump ກັບຄືນໂຮງແຮມ Marriott, ກຽມພ້ອມເຂົ້າຮ່ວມກອງປະຊຸມຂ່າວ

ວັນທີ 21 ກໍລະກົດ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ແບ່ງປັນກ່ຽວກັບສະພາບການຂອງຊາວຫວຽດນາມ ອາໄສຢູ່ສີລັງກາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:

ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ: ຕິດຕາມສະພາບການພົນລະເມືອງຫວຽດນາມ ຢູ່ສີລັງກາ ຢ່າງໃກ້ຊິດ
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn

ໃນສະພາບການຢູ່ສີລັງກາ ມີການຜັນແປຢ່າງສັບສົນ, ສະຖານທູດຫວຽດນາມ ປະຈຳ ສີລັງກາ ໄດ້ເປັນເຈົ້າການຕິດຕາມສະພາບການຢູ່ປະເທດປະຈໍາຖິ່ນ ຢ່າງໃກ້ຊິດ ແລະ ພ້ອມທັງຮຽກຮ້ອງໃຫ້ອົງການເຈົ້າໜ້າທີ່ຂອງສີລັງກາ ຮັບປະກັນຄວາມສະຫງົບ, ປອດໄພໃຫ້ພົນລະເມືອງຫວຽດນາມ ຢູ່ໃນບໍລິເວນ.

ຕາມສະຖານທູດແລ້ວ, ກ່ອນນີ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສີລັງກາ ມີປະມານ 300 ຄົນ, ແຕ່ປະຈຸບັນມີຫຼາຍຄົນໄດ້ກັບຄືນປະເທດແລ້ວ. ຊີວິດການເປັນຢູ່ຂອງພົນລະເມືອງຫວຽດນາມ ໄດ້ຮັບຜົນກະທົບຈາກການ ຂາດແກັສ, ໄຟຟ້າ, ນ້ຳມັນເຊື້ອໄຟ ແລະ ຄ່າຄອງຊີບເພີ່ມຂຶ້ນສູງ.

ຄຽງຂ້າງນັ້ນ, ສະຖານທູດຫວຽດນາມ ປະຈຳ ສີລັງກາ ກໍໄດ້ໄປຢ້ຽມຢາມ ຖາມຂ່າວ ແລະ ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນໃຫ້ຜູ້ທີ່ປະສົບກັບຄວາມ ຫຍຸ້ງຍາກຈຳນວນໜຶ່ງຢ່າງເປັນປະຈໍາ, ຈັດຕັ້ງການມອບຂອງຂວັນ, ລະດົມກໍາລັງໃຈປະຊາຄົມ ຊາວຫວຽດນາມ ອາໄສຢູ່ ສີລັງກາ ສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນ ແລະ ພ້ອມກັນຜ່ານຜ່າໄລຍະຫຍຸ້ງຍາກນີ້. ພ້ອມກັນນັ້ນ ກໍ່ແຈ້ງເບີໂທລະສັບສາຍດ່ວນຂອງສະຖານທູດ ໃຫ້ພໍ່ແມ່ປະຊາຊົນ ເພື່ອຕິດຕໍ່ໃນກໍລະນີທີ່ຕ້ອງການຄວາມຊ່ວຍເຫຼືອ. ສະຖານທູດຫວຽດນາມ ປະຈຳສີລັງກາ ສືບຕໍ່ຮັກສາການແລກປ່ຽນກັບປະຊາຄົມ, ສ້າງແຜນການ ແລະ ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍພໍ່ແມ່ປະຊາຊົນຢ່າງທັນການ.

ບູນມີ

ເຫດການ
302 Found

Found

The document has moved here.