ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud

14:21 | 21/03/2022

ຍສໝ - ຕອນເຊົ້າວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ເຂົ້າຢ້ຽມຂ່ຳນັບ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ
ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ ທ່ານ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມບັນດາການນຳອາຊຽນ, ນີ້ແມ່ນການປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ຟ້າມມິງຈິງ ໃນຖານະຕຳແໜ່ງນາຍົກລັດຖະມົນຕີຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນ ການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ອາຣັບບິ ຊາອຸດິ ບັນລຸໄດ້ໃນ ໄລຍະຜ່ານມາ, ພ້ອມທັງສະແດງຄວາມປະທັບໃຈຕໍ່ການຫັນປ່ຽນຢ່າງໃຫຍ່ ຫຼວງຂອງ ອາຣັບບິ ຊາອຸດິ ພາຍຫຼັງປະຕິບັດແຜນການ “ວິໄສທັດ 2030” ກວ່າ 5 ປີ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud. ພາບ: TTXVN

ກ່ຽວກັບການຮ່ວມມືດ້ານການເມືອງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງ ປະເທດເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະພົບປະ ລະຫວ່າງການນຳສອງປະເທດ, ເພີ່ມທະວີການຮ່ວມມືລະຫວ່າງກະຊວງ ການຕ່າງປະເທດ ແລະການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ຝ່າຍ ອາຣັບບິ ຊາອຸດິ ຍົກເລີກຄຳສັ່ງຫ້າມນຳເຂົ້າສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ, ເພີ່ມທະວີການນຳເຂົ້າຜະລິດຕະພັນກະເສດຂອງ ຫວຽດນາມ, ເປີດກ້ວາງຕະຫຼາດສຳລັບຜະລິດຕະພັນສິນຄ້າຂອງກັນ.

ສ່ວນທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ ໄດ້ ເຫັນດີຕໍ່ການສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຖືນີ້ແມ່ນ ວິວັດການເພື່ອຊຸກຍູ້ການພົວພັນຮ່ວມມືລະຫ່ວາງສອງປະເທດ, ທ່ານກໍ່ຢັ້ງຢືນວ່າ ຈະສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຢ່າງແໜ້ນແຟ້ນ, ແລກປ່ຽນ ກັບກະຊວງ, ຂະແໜງການ, ວິສາຫະກິດຂອງ ອາຣັບບິ ຊາອຸດິ ຕັ້ງໜ້າຜັນ ຂະຫຍາຍວິວັດການດັ່ງກ່າວ ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມື ສອງຝ່າຍໃນບັນດາຂົງເຂດກ່ວາອີກ, ພິເສດແມ່ນເສດຖະກິດ.

ບູນມີ

ເຫດການ
302 Found

Found

The document has moved here.