ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ໄດ້ພົບປະກັບການນຳກະຊວງການຕ່າງປະເທດ ອາເມລິກາ

16:14 | 30/03/2022

ຍສໝ - ຫວ່າງແລ້ວ​ນີ້, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຫງວຽນ​ກວກ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Wendy Sherman - ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ.

ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ
ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກຢຸງ ​ໄດ້ສະແດງຄວາມ​ຂອບ​ໃຈ​ລັດຖະບານ ອາ​ເມ​ລິ​ກາ ​ທີ່ໄດ້​ໜູນ​ຊ່ວຍ​ຢາ​ວັກ​ແຊງ​ໃຫ້​ຫວຽດນາມ ​ເພື່ອ​ຮັບ​ມື​ກັບ​ໂລກ​ລະບາດ​ໂຄ​ວິດ-19, ທ່ານປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ຈະສືບ​ຕໍ່​ໜູນ​ຊ່ວຍ​ດ້ານ​ຢາ, ອຸປະກອນ​ການ​ແພດ, ພິ​ເສດ​ແມ່ນ​ວັກ​ແຊງ​ໃຫ້​ແກ່​ເດັກ, ​ເພື່ອ​ໃຫ້ ຫວຽດນາມ ມຸ່ງໄປສູ່ການຄວບຄຸມໂລກລະບາດຢ່າງໄດ້ສິ້ນເຊີງ.

ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ໄດ້ພົບປະກັບການນຳກະຊວງການຕ່າງປະເທດ ອາເມລິກາ
ທ່ານເອກອັກຄະລັດຖະທູດ ຫງວຽນກວກຢຸງ ໄດ້ພົບປະກັບການນຳກະຊວງການຕ່າງປະເທດ ອາເມລິກາ. (ພາບ: VOV)

​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ບຸລິມະສິດ​ໃນ​ປີ 2022 ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ​ຮອງ​ລັດຖະມົນຕີ Sherman ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມ ​ແລະ ​ແງ່​ຫວັງ​ຂອງ ຫວຽດນາມ ​ໃນ ອາ​ຊຽນ, ທ່ານປາດ​ຖະໜາ​ຢາກ​ຍົກ​ການ​ພົວພັນ ອາ​ຊຽນ - ອາ​ເມ​ລິ​ກາ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. 2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.