ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂອຕຣິດ ໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ

09:45 | 05/06/2022

ຍສໝ - ຕອນ​ບ່າຍ​ວັນ​ທີ 1 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ ທ່ານ​ລັດຖະມົນຕີ ໂອຕຣິດ, ຜູ້​ຮັບຜິດຊອບ​ວຽກ​ງານ​ເອີ​ລົບ ​ແລະ ສາກົນ Alexander Schallenberg.

ສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະໂອຕຣິດ ສົ່ງເສີມການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ ແລະໂອຕຣິດ
ວິສາຫະກິດຫຼາຍແຫ່ງຂອງ ໂອຕຣິດ ເປັນເຈົ້າການເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ໂອຕຣິດ ວິສາຫະກິດຫຼາຍແຫ່ງຂອງ ໂອຕຣິດ ເປັນເຈົ້າການເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ໂອຕຣິດ

ທ່ານ​ລັດຖະມົນຕີ ບຸ່ຍແທັງເຊີນ ​ແລະ ທ່ານ​ລັດຖະມົນຕີ Schallenberg ​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ທຸກ​ຂັ້ນ, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ - ການ​ລົງທຶນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດທີ່ໂອຕຣິດ ​ມີ​ທ່າແຮງ, ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ​ເຊັ່ນ: ພະ​ລັງ​ງານ​ທົດ​ແທນ, ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ແກ້ໄຂ​ສິ່ງ​ເສດ​ເຫຼືອ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ...

ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂອຕຣິດ ໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂອຕຣິດ ໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. (ພາບ: TTXVN)

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະຫຍາຍ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ຫວຽດນາມ - ໂອຕຣິດ, ຍາດ​ແຍ່ງ​ກາລະ​ໂອກາດ ​ແລະ ຜົນ​ປະ​ໂຫຍ​ດທີ່​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - EU (EVFTA) ນຳ​ມາ​ໃຫ້.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ປາດຖະໜາວ່າ ລັດຖະບານ ໂອຕຣິດ ຈະມີສຽງສະໜັບສະໜູນ ແລະ ຊຸກຍູ້ສະພາແຫ່ງຊາດ ໂອຕຣິດ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ EU - ຫວຽດນາມ (EVIPA).

2 ຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຄື ສປຊ, ASEM, ແລະ ອາຊຽນ - EU.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.