ເສີມຂະຫຍາຍພື້ນຖານດິຈິຕອນ ໃນການປ່ຽນແປງໃໝ່ ວຽກງານຂໍ້ມູນຂ່າວສານຕ່າງປະເທດ

10:00 | 11/11/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງກອງປະຊຸມ “ເສີມຂະຫຍາຍພື້ນຖານດິຈິຕອນ ໃນການປ່ຽນແປງໃໝ່ວຽກງານຂໍ້ມູນຂ່າວສານຕ່າງປະເທດ ຂອງກະຊວງການຕ່າງປະເທດ” ດ້ວຍຮູບແບບໂດຍກົງ ແລະ ອອນໄລ.

ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ ເຜີຍແຜ່ຄວາມຮູ້ກ່ຽວກັບເສດຖະກິດດີຈີຕອນໃຫ້ກັບຊາວໜຸ່ມຫວຽດນາມ
ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO ນະໂຍບາຍການຄ້າລາວ ໃນຍຸກເສດຖະກິດດິຈິຕອນ ກັບການກ້າວເຂົ້າສູ່ ປີທີ 8 ຂອງສະມາຊິກ WTO

ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ປະ​ສົບ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແໜງ​ການ​ທັງ​ພາຍ​ໃນ ແລະ ສາ​ກົນ; ຈາກ​ນັ້ນ ສະ​ເໜີ​ທິດ​ທາງ ​ແລະ ວິທີ​ຜັນ​ຂະຫຍາຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ການຕ່າງປະເທດ ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຜູ້ຕາງໜ້າ​ຫວຽດນາມ ​ຢູ່​ຕ່າງປະ​ເທດ.

ທ່ານຮອງ​ຫົວໜ້າຄະນະໂຄສະນາສຶກສາສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕ່າງປະເທດ ​ເລ​ຫາຍ​ບິ່ງ; ຜູ້ຕາງໜ້າ​ການ​ນຳ VNPT ຫງວຽນ​ນາມ​ລອງ, ຕາໜ້າການ​ນຳ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ບັນດາອົງການ​ຂ່າວ​ສຳຄັນ​ຈຳນວນ​ໜຶ່ງ; ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວໜ້າ​ຫ້ອງ​ການ​ຜູ້​ຕາງໜ້າ, ຕາງໜ້າການ​ນຳຂອງ​​​ອົງ​ການ​ຕາງ​ໜ້າ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ 70 ກວ່າ​ທ່ານ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ເສີມຂະຫຍາຍພື້ນຖານດິຈິຕອນ ໃນການປ່ຽນແປງໃໝ່ ວຽກງານຂໍ້ມູນຂ່າວສານຕ່າງປະເທດ
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງຢ່າງ. (ພາບ: TTXVN)

ບັນດາ​ການປຶກສາຫາລື​ທີ່​ກອງ​ປະຊຸມ​ ໄດ້​ຢືນຢັນ​ວ່າ ການ​ຫັນເປັນ​ດີ​ຈີ​ຕອນ​ ແມ່ນ​ທ່າ​ອ່ຽງ​ທີ່​ບໍ່​ສາມາດຕ່າວ​ປີ້ນໄດ້​ໃນ​ໂລກ ​ກໍ​ຄື ​ຢູ່​ ຫວຽດນາມ. ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ປະສົບ​ການ​ຫຼາຍ​ດ້ານ ​ໃນ​ການ​ຫັນເປັນ​ດີ​ຈີ​ຕອນ​ຢູ່​ບັນດາ​ຫົວໜ່ວຍ​ ກໍ່​ຄື ​ຢູ່​ບັນດາ​ປະ​ເທດ, ສະ​ເໜີ​ບາງ​ຂໍ້​ສະ​ເໜີ​ລະອຽດ ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ພາຍ​ໃນ​ປະ​ເທດ ເພື່ອ​ສືບ​ຕໍ່​ເສີມຂະຫຍາຍ​ວຽກ​ງານຫັນເປັນດີຈີຕອນ​ໃນບັນດາ​ຂໍ້​ມູນ​ຂ່າວສານ​ການຕ່າງປະເທດໃຫ້ຫຼາຍກວ່າອີກ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ດັ້ງ​ຮ່ວາງຢ່າງ ຢືນຢັນ​ວ່າ: ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ການຜັນຂະຫຍາຍ ໃນ​ທົ່ວ​ຂະ​ແໜງ​ການ​ການ​ທູດ, ພິ​ເສດ​ແມ່ນ​ດ້ານ​ຂໍ້​ມູນ​ຂ່າວສານ ​ແລະ ການ​ໂຄສະນາ​​ເຜີຍແຜ່ການ​ຕ່າງປະ​ເທດ. ການ​ຜັນຂະຫຍາຍການນຳ​ໃຊ້​ເຄືອ​ຂ່າຍ​ສັງຄົມ ​ເຂົ້າ​ກັບ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ໄດ້​ສ້າງປະສິດທິ​ຜົນ​ຢ່າງຕັ້ງໜ້າ​ຕໍ່ຫາງສຽງສັງຄົມ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມ ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ຊ່ວຍ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ, ປະ​ຊາ​ຊົນ​ຫວຽດ​ນາມ ແລະ ບັນ​ດາ​ຜົນ​ສຳ​ເລັດ​ໃນ​ທຸກ​ດ້ານ​ຂອງ​ຫວຽດ​ນາມ ຕໍ່​ປະ​ຊາ​ຊົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້ຫຼາຍກວ່າອີກ.

ສະຫລຸບ​ກອງ​ປະຊຸມ, ທ່ານຮອງ​ຫົວໜ້າຄະນະໂຄສະນາສຶກສາສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ຕ່າງປະເທດ ​ເລ​ຫາຍ​ບິ່ງ ຢືນຢັນ​ວ່າ ຂະ​ແໜງ​ການ​ການ​ທູດ ​ແລະ ບັນດາຫົວໜ່ວຍ ​ຕ້ອງ​ມີ​ແນວ​ຄິດ​ຫັນ​ເປັນ​ດິຈິ​ຕອນ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຂ່າວ​ຕ່າງປະ​ເທດ​ມີຄວາມວ່ອງໄວ ​ແລະ ມີ​ປະສິດທິ​ຜົນທີ່ສຸດ. ທ່ານ ເລ​ຫາຍ​ບິ່ງ ​ສະ​ເໜີ​ບັນດາ​ອົງການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ຕ່າງ​ປະ​ເທດ, ​ໃນ​ນັ້ນ​ ມີ​ກະຊວງ​ການ​ຕ່າງປະ​ເທດ​ ຕ້ອງ​ລົງທຶນເຂົ້າໃນການ​ຄົ້ນຄວ້າ ​ແລະ ນຳ​ໃຊ້​ບັນດາ​ຜະລິດ​ຕະພັນ​ດີ​ຈີ​ຕອນ ​ແລະ ມີ​ຊ່ອງ​ທາງ​ເຜີຍ​ແຜ່​ບັນດາ​ຜະລິດ​ຕະພັນ​ດັ່ງກ່າວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ຕ່າງປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.