ການນຳກະຊວງການຕ່າງປະເທດອວຍພອນບຸນສົງການປີ​ໃໝ່ຂອງຊົນຊາດລາວ

16:38 | 05/04/2022

ຍ​ສ​ໝ - ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ສົງ​ການ​ຂອງ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ 2022, ຕອນ​ບ່າຍ​ວັນ​ທີ 4 ເມ​ສາ​ນີ້ ທ່ານ ຫງວ໊ຽນ​ມິ່ງວູ໊ ຮອງ​ລັດ​ຖະ​ມົນ​ຕີ​, ຜູ້​ປະ​ຈຳ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ນຳ​ພາ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດມາ​ອວຍ​ພອນ​ປີ​ໃໝ່​ສະ​ຖານ​ທູດລາວ​ປະ​ຈຳ​ຫວຽດ​ນາມ.

VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ VUFO, ສະມາຄົມມິດຕະພາບຫວຽດນາມ - ລາວ ອວຍພອນບຸນປີໃໝ່ສະຖານທູດລາວປະຈຳຫວຽດນາມ
ຄະນະພະນັກງານການນຳຂັ້ນແຂວງ ຫົວພັນ ເຂົ້າຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ຫວຽດ ແຂວງເຊີນລາ ຄະນະພະນັກງານການນຳຂັ້ນແຂວງ ຫົວພັນ ເຂົ້າຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ຫວຽດ ແຂວງເຊີນລາ

ທ່ານ ຫງວ໊ຽນ​ມິ່ງວູ໊ ຮອງ​ລັດ​ຖະ​ມົນ​ຕີ​, ຜູ້​ປະ​ຈຳ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ມອບດອກ​ໄມ້ ແລະ ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ເຖິງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ພ້ອມ​ທັງ​ນັກ​ການ​ທູດ ແລະ ພະ​ນັກ​ງານ​ຂອງ​ສະ​ຖານ​ທູດ​ລາວ ແລະ ຄອບ​ຄົວ​ໃນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ສົງ​ການ​ຢູ່ຫວຽດ​ນາມ.

ໃນ​ວາ​ລະ​ການ​ພົບ​ປະຫຼັງ​ຈາກນັ້ນ​ ທ່ານຮອງ​ລັດ​ຖະ​ມົນ​ຕີ ຫງວ໊ຽນ​ມິ່ງວູ໊ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ພາກ​ພູມ​ໃຈ​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄື​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ ຫວຽດ​ນາມ-ລາວ ທີ່ໄດ້​ຮັບ​ການເສີມ​ສ້າງ, ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ນັບ​ມື້​ນັບ​ຍືນ​ຍົງ, ເລິກ​ເຊິ່ງ ແລະ ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ຍຸກ​ສະ​ໄໝ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ​ຕໍ່​ໜ້າ.

ການນຳກະຊວງການຕ່າງປະເທດອວຍພອນບຸນສົງການປີ​ໃໝ່ຂອງຊົນຊາດລາວ
ການນຳກະຊວງການຕ່າງປະເທດອວຍພອນບຸນສົງການປີ​ໃໝ່ຂອງຊົນຊາດລາວ. ພາບ: baoquocte.vn

ພິ​ເສດ, ໃນ​ໄລ​ຍະ​ເວ​ລາ​ທີ່​ຜ່ານນັ້ນ ເຖິງ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແຕ່​ສອງ​ປະ​ເທດ​ຍາມ​ໃດ​ກໍ​ຍັງ​ຄົງ​ມີ​ຄວາມເອົາ​ໃຈ​ໃສ່, ແລກ​ປ່ຽນ, ແບ່ງ​ປັນ ແລະ ຮ່ວມ​ມື​ກັນ​ໃນຫຼາຍ​ຂົງ​ເຂດ​ໂດຍ​ຜ່ານ​ການ​ຮັກ​ສາ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ, ໂທ​ລະ​ສານ​ປຶກ​ສາ​ຫາ​ລື, ປະ​ຊຸມ​ພົບ​ປະ​ໃນ​ແຕ່​ລະ​ຂັ້ນ ແລະ ເສີມ​ຂະ​ຫຍາຍ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ໄດ້​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ສຳ​ຄັນ​ທີ່​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ພາຍ​ໃນ​ຕ້​ການ​ນຳ​ພາ​ຂອງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ຈະ​ຍາດ​ໄດ້​ຜົນ​ງານ​ອັນ​ໃໝ່ ແລະ ຍິ່ງ​ໃຫຍ່ກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​​ບັນ​ດາ​ເປົ້າ​ໝາຍ​ສູ້​ຊົນ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ວາງ​ອອກ​ໃຫ້​ສຳ​ເລັດ​ຜົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແສງ​ເພັດ ຮຸ່ງ​ບຸນຍວງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫງວ໊ຽນ​ມິ່ງວູ໊ ແລະ ພະ​ນັກ​ງານ-ລັດ​ຖະ​ກອນ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ທີ່​ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະ​ຖານ​ທູດ​ລາວ​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ພັກ ແລະ ລັດ​ໄດ້​ມອບ​ໝາຍ​ໄດ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢືນ​ຢັນ​ວ່າ ສະ​ຖານ​ທູດ​ລາວ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຍດ​ນາມ​ໃນ​ການ​ຕິດ​ຕາມ ແລະ ຊຸກ​ຍູ້​ສົ່ງ​ເສີມ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ຂອງ​ການ​ນຳ​​ຂັ້ນສູງ​ສອງ​ຊາດ​ໃຫ້​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.