ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ

13:37 | 30/03/2022

ຍສໝ - ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ຄະນະກຳມະການອາຊຽນຢູ່ ແຄນເບີຣາ (ACC) ມຸ່ງໄປເຖິງສະເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ, ວັນ​ທີ 27 ມີນາ, ສະຖານທູດຫວຽດນາມ ປະຈຳ ອົດສະຕຣາລີ ​ໄດ້​ເຂົ້າ​ຮ່ວມ​ລາຍການພົບປະແລກປ່ຽນ, ແຂ່ງຂັນ bowling ມິດຕະພາບ ອາ​ຊຽນ 2022.

ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ
ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ

ການແຂ່ງຂັນ bowling 2022 ມີການເຂົ້າຮ່ວມຂອງເອກ​ອັກຄະ​ລັດຖະທູດ​, ພະນັກງານ ແລະ ສະມາຊິກຄອບຄົວສະຖານທູດບັນດາປະເທດອາຊຽນ ປະຈໍາ ແຄນເບີຣາ.

ການພົບປະແລກປ່ຽນກິລາ ປະກອບສ່ວນເພີ່ມທະວີຄວາມສາມັກຄີ​ອາ​ຊຽນ ກັບ​ກະຊວງການຕ່າງປະເທດອົດສະຕຣາລີ
ສະຖານທູດຫວຽດນາມ ປະຈໍາ ອົດສະຕາລີ ເຂົ້າຮ່ວມລາຍການພົບປະແລກປ່ຽນ, ແຂ່ງຂັນ bowling ມິດຕະພາບອາຊຽນ 2022. ພາບ: baoquocte.vn.

ທ່ານ Zakaria Ahmad ຂ້າຫຼວງໃຫຍ່ບຣູໄນ, ປະທານໝູນວຽນຂອງ ACC ອາຍຸການ 6 ເດືອນຕົ້ນປີ 2022, ຢັ້ງຢືນວ່າ ການແຂ່ງຂັນ bowling ບໍ່ພຽງແຕ່ ເພີ່ມທະວີຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງພະນັກງານບັນດາ ສະຖານທູດອາຊຽນ, ເປັນຕົ້ນແມ່ນ​ພາຍຫຼັງ​ເກືອບ 2 ປີ ACC ຕ້ອງ​ຈຳກັດ​ການ ເຄື່ອນໄຫວ​ພົບປະແລກປ່ຽນ​ຫຼາຍ​ຄັ້ງ ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ໂອກາດ​ທີ່​ດີ​ເພື່ອພົບປະແລກປ່ຽນ, ຊຸກຍູ້​ການ​ພົວພັນ​ລະຫວ່າງ ACC ກັບ​ກະຊວງການຕ່າງປະເທດອົດສະຕຣາລີ.

ໃນ​ບັນຍາກາດ​ພົບປະ​ແລກປ່ຽນ​ຢ່າງ​ສະໜິດສະໜົມ​ ພາຍຫຼັງ​ການ​ແຂ່ງຂັນ, ພະນັກງານ ​ແລະ ສະມາຊິກຄອບຄົວສະຖານທູດຂອງ 10 ປະເທດ​ອາ​ຊຽນ ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ bowling ​ລ້ວນແຕ່ສະແດງຄວາມປິຕິຊົມຊື່ນ, ​ດີ​ໃຈ ​ແລະ ​ຄອງຄອຍ​ບັນດາ​ເຫດການສະເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ໃນ​ໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.