ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ

11:38 | 25/10/2021

ຽສໝ - ຕາມການລາຍງານຢູ່ໃນກອງປະຊຸມ ເພື່ອຕີລາຄາໝາກຜົນການທູດວັກຊີນ ຂອງກະຊວງການຕ່າງປະເທດ ໄດ້ສະແດງໃຫ້ເຫັນໃນເດືອນກັນຍາ ຫາເດືອນຕຸລາ ແລະ ໃນທ້າຍປີ 2021, ປະລິມານວັກຊີນ COVID-19 ທີ່ສົ່ງມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດວັນທີ 13 ຕຸລານີ້, ຫວຽດນາມໄດ້ຮັບວັກຊີນປະມານ 90 ລ້ານໂດສ.

ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ ສ.ເກົາຫຼີ ມອບວັກຊີນ AstraZeneca ໃຫ້ຫວຽດນາມ 1,1 ລ້ານໂດສ
ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ ພິທີມອບ-ຮັບວັກຊິນກັນໂຄວິດ-19 ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ

ຫວຽດນາມ ຈະຍູ້ແຮງການຮ່ວມມືໃນດ້ານເຕັກໂນໂລຍີການຜະລິດວັກຊີນ ແລະ ໜູນຊ່ວຍຂະບວນວິວັດການຜະລິດ ແລະ ການທົດລອງວັກຊີນພາຍໃນປະເທດ, ການນຳເຂົ້າຢາບາງຊະນິດເພື່ອ​ປິ່ນ​ປົວ​ໂຄ​ວິດ 19.

ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ
ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ. (ພາບ: unicef)

ມີບໍລິສັດຂອງຫວຽດນາມຈຳນວນໜຶ່ງ ໄດ້ຮ່ວມມືກັບບັນດາບໍລິສັດຂອງອາເມຣິກາ, ຣັດເຊຍ ແລະ ຍີ່ປຸ່ນ ເພື່ອຮັບການຖ່າຍທອດເຕັກໂນໂລຍີ, ທົດລອງ ແລະ ຜະລິດວັກຊີນເຕັກໂນໂລຍີໃໝ່ mRNA, ບັນຈຸກ່ອງເປັນຜະລິດຕະພັນວັກຊີນ Sputnik V. ບໍລິສັດ Nanogen ຂອງຫວຽດນາມ ບັນລຸຂໍ້ຕົກລົງຮ່ວມມືກັບອິນເດຍ ກ່ຽວກັບການທົດລອງວັກຊີນ ແລະ ການຮ່ວມມືຜະລິດວັກຊີນ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກຢາວັກຊີນໂດສທຳອິດ ໃຫ້ຫຼາຍກວ່າ 54% ຂອງປະຊາກອນທີ່ອາຍຸ 18 ປີຂຶ້ນໄປ ແລະ ສັກຢາວັກຊີນ 2 ໂດສ ໃຫ້ປະມານ 22% ຂອງປະຊາກອນ.ຫວຽດນາມ ໄດ້ຮັບອຸປະກອນການແພດເປັນຈຳນວນຫຼວງຫຼາຍ ມີມູນຄ່າຫຼາຍສິບລ້ານໂດລາສະຫະລັດ ຈາກຫຼາຍຄູ່ຮ່ວມງານ, ອົງການຈັດຕັ້ງສາກົນ ແລະ ຊາວຫວຽດນາມຢູ່ຕ່າງປະເທດ, ໄດ້ປິ່ນປົວຢ່າງທັນການ ໃນໄລຍະທີ່ຈໍານວນຂອງກໍລະນີຕິດ​ເຊື້ອເພີ່ມຂຶ້ນສູງ, ປະກອບສ່ວນຫຼຸຸດຜ່ອນຄວາມກົດດັນຂອງລະບົບສາທາລະນະສຸກ.

ນັບແຕ່ນີ້ຈົນຮອດທ້າຍປີ, ຄະນະປະຕິບັດງານຂອງລັດຖະບານ ກ່ຽວກັບການທູດວັກຊີນຈະສືບຕໍ່ໃຫ້ການຂົນຂວາຍ, ຊຸກຍູ້ ແລະ ຮັບປະກັນໃຫ້ຄູ່ຮ່ວມງານຈັດສົ່ງວັກຊີນຖືກຕາມຄໍາໝັ້ນສັນຍາຂອງຕົນ, ເປັນເສນາທີການໃຫ້ລັດຖະບານ ກ່ຽວກັບແຜນການລວມວ່າດ້ວຍຄວາມຕ້ອງການວັກຊີນສໍາລັບປີ 2022.

ໜ່ວຍປະຕິບັດງານກໍ່ຊຸກຍູ້ການຮ່ວມມືສາກົນ ໃນການຜະລິດວັກຊີນ ເພື່ອໜູນຊ່ວຍການພັດທະນາວັກຊີນພາຍໃນປະເທດ, ຮັບປະກັນແຫຼ່ງສະໜອງທີ່ເປັນປົກກະຕິ ແລະ ເປັນເຈົ້າຕົນເອງໂດຍຍາວນານ, ຍູ້ແຮງການເຂົ້າເຖິງຢາປິ່ນປົວສະເພາະ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.