ຍສໝ - ຕອນເຊົ້າວັນທີ 28 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຄຳໃບ ດຳລັດ.
ຍສໝ - ຫຼາຍປີມາແລ້ວ, ປະຊາຊົນຢູ່ບ້ານຊັັ໊ງຮັ່ງ, ຕາແສງອຽນເຄືອງ (ລາງແຈ້ງ) ແລະ ບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ປະ ເທດ ສປປ ລາວ) ໄດ້ຮັກສາການພົວພັນສາມັກຄີມິດຕະພາບ, ຊ່ວຍເຫຼືອກັນ ພ້ອມກັນພັດທະນາ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດ.
ຍສໝ - ນີ້ແມ່ນການຢ້ຽມຢາມມີຄວາມໝາຍທີ່ສຸດ ຍ້ອນວ່າທັງເປັນການຢ້ຽມຢາມລາວຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ, ທັງເຂົ້າຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ລາວ - ຫວຽດນາມ ແລະ ເຂົ້າຮ່ວມພິທີສະຫຼຸບປີມິດຕະພາບສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ສາມເຫດການນີ້ມີຄວາມໝາຍສຳຄັນຕໍ່ການພົວພັນຮ່ວມມືສອງປະເທດ, ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ປະເທດລາວ.
ຍສໝ - ສະຫາຍ ພົນໂທ ເລືອງດິ່ງຮົ່ງ ໃຫ້ຮູ້ວ່າ ບັນດາ ວິທະຍາຄານ, ໂຮງຮຽນຂອງກອງທັບປະຊາຊົນຫວຽດນາມ ເອກອ້າງທະນົງໃຈ ເມື່ອພັກ, ລັດ ແລະ ກອງທັນປະຊາຊົນລາວ ເຊື່ອໝັ້ນ, ສົ່ງບັນດາພະນັກງານ, ນັກຮົບທີ່ດີເດັ່ນມາກໍ່ສ້າງ, ບໍາລຸງສ້າງຢູ່ບັນດາຮາກຖານກໍ່ສ້າງຂອງຕົນ.
ໃນຊຸມວັນລະດູໜາວຢູ່ຮ່າໂນ້ຍ, ບັນດາເພື່ອນມິດລາວ ແລະ ຫວຽດນາມ ໄດ້ພົບປະກັນໃນພິທີມອບລາງວັນ ໃຫ້ຂອງທີ່ລະນຶກເລົ່າເລື່ອງ ໃນວັນທີ 13 ທັນວາ. ນະທີ່ນີ້, ບັນດາເລື່ອງລາວທີ່ຕື້ນຕັນໃຈ ຂອງເຂົາເຈົ້າ ໃນອະດີດໄດ້ເຊື່ອມຕໍ່ເຖິງປັດຈຸບັນ ແລະ ໄດ້ຈຸດປະກາຍແຈ້ງ, ມີຄວາມອົບອຸ່ນກວ່າອີກ ຍ້ອນບັນດາຄວາມດີໃຈ ແລະ ຮອຍຍິ້ມ.
ທ່ານ ຫງວຽນຈ້ອງ ເງັຍ ແລະ ທ່ານ ຄຳພັນ ເຜີຍຍະວົງ ເຫັນດີຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ນັບທັງດ້ານການເມືອງ, ແນວຄິດ ແລະ ຄຸນສົມບັດ, ວຽກງານພະນັກງານ, ສຸມໃສ່ສຶກສາການເມືອງ ແນວຄິດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້.
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 06 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ໄດ້ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດລາວ ແລະ ເຮັດວຽກກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ.
ຍສໝ - ໃນວັນທີ 22 ພະຈິກນີ້, ຢູ່ແຂວງສະຫວັນນະເຂດ, ສປປ.ລາວ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ປີ 2022. ສອງຝ່າຍໄດ້ແລກປ່ຽນ, ປຶກສາຫາລື ແລະ ເຫັນດີເອກະສັນກັນ ຕໍ່ທິດທາງ ແລະ ແຜນການສ້າງເສັ້ນຊາຍແດນມິດຕະພາບ ລາວ-ຫວຽດນາມ ໃນໄລຍະຈະມາເຖິງ. ໜັງສືພິມ ມະຫາສາມັກຄີ ໄດ້ລົງພິມຖະແຫຼງການຮ່ວມຂອງກອງປະຊຸມ.
ຍສໝ - ເຊິ່ງໄດ້ສ້າງຕັ້ງແຕ່ປີ 2009, ມາຮອດປະຈຸບັນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍງວຽນ ມີສະມາຊິກ 130.000 ກວ່າຄົນ ແລະ ນັບມື້ນັບເພີ່ມຂຶ້ນ ກັບບັນດາກິດຈະກໍາທີ່ຟົດເຟືອນ, ແທດຈິງ ແລະ ມີປະສິດທິຜົນ ເໝືອນສາຍໄຍໄຫຼຕໍ່ເນື່ອງເຊື່ອມຕໍ່ໄມຕີຈິດມິດຕະພາບລະຫວ່າງຫວຽດນາມ-ລາວ, ລະຫວ່າງ ແຂວງຖາຍງວຽນ ກັບບັນດາແຂວງ, ນະຄອນຂອງປະເທດເພື່ອນບ້ານ.
ວັນທີ 7 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບຄະນະຜູ້ແທນອະດີດນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ຢູ່ລາວ ນໍາໂດຍສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ລາວ ຢ່າງສະໜິດສະໜົມ.
ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.
ຍສໝ - ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຄື່ອນໄຫວການທູດປະຊາຊົນຫຼາຍຝ່າຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງສອງປະເທດ, ພາກພື້ນ, ສາກົນ ແລະ 2 ຄະນະກຳມະການ; ໜູນຊ່ວຍການຝຶກອົບຮົມ, ຍົກສູງລະດັບວິຊາສະເພາະໃຫ້ແກ່ພະນັກງານທີ່ເຮັດວຽກງານການທູດປະຊາຊົນ... ນີ້ແມ່ນບາງເນື້ອໃນຂອງທິດທາງການຮ່ວມມື ລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ.
ຍສໝ - ອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໄດ້ໄຂງານວາງສະແດງວິຈິດສິນ ຫວຽດນາມ - ລາວ 2022. ສະມາຄົມວິຈິດສິນ 2 ປະເທດ ໄດ້ສົມທົບກັນຈັດຕັ້ງລາຍການ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈກ່ຽວກັບພາບພົດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ - ລາວ ຢ່າງເລິກເຊິ່ງກວ່າອີກ.
ຍສໝ - ງານບຸນມະໂຫລານມີຫົວຂໍ້ວ່າ: “ຮ່ວມເດີນຂະບວນຢູ່ເສັ້ນທາງ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ”. ຜ່ານບັນດາການເຄື່ອນໄຫວ, ງານບຸນມະໂຫລານ ຫວັງວ່າບັນດາຜູ້ແທນຈະມີຄວາມຮັບຮູ້ເຖິງຄວາມໝາຍປະຫວັດສາດຂອງເສັ້ນທາງໂຮ່ຈີມິນ ຢ່າງເລິກເຊິ່ງກວ່າອີກ, ໂຄສະນາເຜີຍແຜ່ຢ່າງກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ; ລາວ-ຫວຽດນາມ.
ຍສໝ-ສືບຕໍ່ມູນເຊື້ອມິດຕະພາບທີ່ມີມາແຕ່ດົນນານ, ປະຊາຊົນ ຫວຽດນາມ ຫຼື ລາວໃນທຸກວັນນີ້ລ້ວນແຕ່ປາດຖະໜາຢາກມີສັນຕິພາບອັນດຽວກັນ, ຮ່ວມມືສ້າງສາປະເທດຊາດ ແລະ ການພົວພັນລະຫວ່າງ ຫວຽດນາມ - ລາວ.
ຍສໝ-ທ່ານ ເຈີ່ນກວກເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຜູ້ປະຈໍາການຄະນະກຳມະການຮ່ວມມື ຫວຽດນາມ - ລາວ ຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນໃນການຮ່ວມມືພັດທະນາລະຫວ່າງສອງປະເທດ ແລະ ທິດທາງໃນຕໍ່ໜ້າ.
ຍສໝ - ເມື່ອເວົ້າເຖິງສາຍພົວພັນມິດຕະພາບທີ່ສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງ ຫວຽດນາມ - ລາວ ນັ້ນຄົງຈະບໍ່ອາດບໍ່ເວົ້າເຖິງສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງກໍາລັງປ້ອງກັນຊາຍແດນຂອງສອງປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວາລະສານ ຍຸກສະໄໝ ໄດ້ມີການພົບປະແລກປ່ຽນກ່ຽວກັບບັນດາຜົນງານໃນການສົມທົບກັນລະຫວ່າງທະຫານປ້ອງກັນຊາຍແດນສອງປະເທດ ແລະ ບັນດາແຜນການຮ່ວມມືໃນໄລຍະຈະມາເຖິງກັບ ທ່ານ ພົນຈັດຕະວາ ຫງວຽນແອງຕັ໋ວນ, ເລຂາຄະນະພັກ, ຜູ້ຮັບຜິດຊອບການເມືອງທະຫານປ້ອງກັນຊາຍແດນ.
ຍສໝ - ຖ້າຫາກຄົ້ນຫາດ້ວຍ keyword ທີ່ມີຄໍາ ຫວຽດນາມ - ລາວ ໃນສື່ສັງຄົມອອນໄລ ເຊັ່ນ Facebook, Line, WhatsApp ແລະ Twiter... ຜູ້ຊົມໃຊ້ຈະເຫັນເວທີສົນທະນາຫຼາຍກຸ່ມ, ສະມາຄົມ, ສະໂມສອນ... ຂອງຊຸມຊົນສື່ສັງຄົມອອນໄລເຂົ້າຮ່ວມ. ເນື້ອໃນ ແລະ ຮູບແບບຂອງກິດຈະກໍາແມ່ນອຸດົມສົມບູນ, ຟົດຟື້ນ ແລະ ແທດຈິງ. ແລະ ພິເສດແມ່ນບໍລິສຸດຜຸດຜ່ອງ, ໂປ່ງໃສ ແລະ ເບີກບານມ່ວນຊື່ນຄືຈິດວິນຍານແຫ່ງນໍ້າໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.
ຕອນບ່າຍວັນທີ 13 ກັນຍາ, ຢູ່ທີ່ສຳນັກງານສູນກາງຊາວໜຸ່ມ (ຮ່າໂນ້ຍ), ສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມີການພົບປະກັບສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ.
ວັນທີ 13 ກັນຍາ, ທີ່ຮ່າໂນ້ຍ, ສະຫາຍ ໂດ໊ວັນຈ໊ຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍ ຄໍາເຜີຍ ບຸດດາວຽງ ຮອງປະທານຜູ້ປະຈໍາການຄະນະກໍາມະການສູນກາງແນວລາວສ້າງຊາດ.