ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດຫວຽດນາມ - ລາວ

18:16 | 10/08/2023

ຍສໝ - ເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈິມີນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງ, ຜ່ານບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ໄດ້ກາຍເປັນຊັບສົມບັດສ່ວນລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ
ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ

ໄມຕິຈິດມິດຕະພາບຍິ່ງໃຫຍ່

ຫວຽດນາມ ແລະ ລາວເປັນສອງປະເທດບ້ານໃກ້ເຮືອນຄຽງ ມີສາຍພູ ແລະ ແມ່ນ້ຳຕໍ່ໃສ່ກັນ, ກິນນໍ້າຮ່ວມສາຍ, ເອື່ອຍຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ມີຄວາມເມດຕາ, ນ້ຳໃຈຜ່ອນຜັນ, ມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທໍາສະໜິດຕິດພັນກັນຕະຫຼອດໄລຍະປະຫວັດສາດແຫ່ງການການສ້າງສາ ແລະ ປົກປັກຮັກສາປະເທດຂອງສອງຊາດ.

ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ເສລີພາບໃຫ້ປະເທດຊາດທີ່ເຕັມໄປດ້ວຍຄວາມລໍາບາກ, ການເສຍສະລະໃນແຕ່ກອ່ນ, ກໍຄືໃນສະໄໝປ່ຽນແປງໃຫມ່, ການສ້າງສາ ແລະ ປົກປັກຮັກສາປະເທດທີ່ມີຄວາມທຸກຍາກລໍາບາກ, ສັບສົນໃນປະຈຸບັນ. ຫວຽດນາມ-ລາວ ລ້ວນແຕ່ເຂົ້າໃຈກັນວ່າເປັນສະຫາຍ, ເປັນໝູ່ເພື່ອນທີ່ຊື່ສັດບໍລິສຸດ, ສະເໝີຕົ້ນສະເໝີປາຍ, ຮ່ວມທຸກຮ່ວມສຸກນຳກັນ.

ວັນທີ 18 ກໍລະກົດ 1977 ເປັນວັນຂີດໝາຍໃນບາດກ້າວຂອງການພັດທະນາໃຫມ່, ຮອບດ້ານຂອງສາຍພົວພັນພິເສດລະຫວ່າງສອງປະເທດເມື່ອສອງຝ່າຍໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ຢັ້ງຢືນຄວາມສາມັກຄີທີ່ສະເໝີຕົ້ນສະເໝີບາຍ, ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດແຫ່ງການສ້າງສາ ແລະ ປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດຫວຽດນາມ - ລາວ

ນັບແຕ່ມື້ສອງຊາດໄດ້ສ້າງຕັ້ງສາຍພົວພັນທາງການທູດ ແລະ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສາຍພົວພັນພິເສດຫວຽດນາມ - ລາວໄດ້ມີບາດກ້າວພັດທະນາ, ຍົກສູງກວ່າເກົ່າ, ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນຢ່າງແທ້ຈິງ, ຍິ່ງໃຫຍ່ສຳລັບສອງປະເທດຢ່າງຕໍ່ເນື່ອງ.

ໃນທົ່ວໂລກບໍ່ຄ່ອຍເຫັນການແລກປ່ຽນຄະນະຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງເປັນປະຈຳຄືລະຫວ່າງຫວຽດນາມ ກັບລາວ. ບັນດາການຢ້ຽມຢາມມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ສອງຝ່າຍໄດ້ແລກປ່ຽນບົດຮຽນ, ຮຽນຮູ້ເຊິ່ງກັນແລະກັນໃນວຽກງານການນໍາພາຂະບວນການປ່ຽນໃຫມ່,ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແລກປ່ຽນກ່ຽວກັບບັນຫາທິດສະດີ ແລະ ຕົວຈິງທີ່ໄດ້ຕັ້ງຂຶ້ນໃຫມ່, ກ່ຽວກັບວຽກງງານກໍ່ສ້າງພັກ,ປັບປຸງອໍານາດການປົກຄອງພື້ນຖານ... ກໍ່ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ການນໍາສອງພັກ, ສອງລັດໄດ້ປືກສາຫາລື, ເອກະພາບກັນໄດ້ຫຼາຍບັນຫາມີລັກສະນະຍຸດທະສາດ ແລະ ກໍານົດທິດທາງລວມໃຫ້ສາຍພົວພັນລະຫວ່າງສອງຊາດໃນໄລຍະຍາວ, ກໍ່ຄືແກ້ໄຂຢ່າງທັນການບັນດາຂໍ້ຫຍຸ້ງຍາກ, ຄົງຄ້າງ, ເຮັດໃຫ້ສາຍພົວພັນລະຫວ່າງສອງປະທດນັບມື້ນັບເລິກເຊິ່ງ, ພັດທະນາຢ່າງແທດຈິງ, ມີປະສິທິຜົນໃນທຸກຂົງເຂດ.

ໃນຫຼາຍການພົບປະສອງຝ່າຍ, ການນໍາຂັ້ນສູງສອງປະເທດຫວຽນາມ ແລະ ລາວໄດ້ເນັ້ນໜັກເຖີງຄວາມໝາຍສໍາຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິດເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ເປັນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ; ຢືນຢັນ, ບໍ່ວ່າໃນສະພາບການໃດໆ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຈະ ພ້ອມກັນປົກປັກຮັກສາ, ເສີມສ້າງໃຫ້ສາຍພົວພັນພິເສດລາວ-ຫວຽດນາມນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງໃນທຸກຂົງເຂດ.

ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດຫວຽດນາມ - ລາວ

ພັດທະນາຢ່າງບໍ່ຢຸດຢັ້ງ, ແຕກດອກອອກຜົນ

ໃນສະພາບການພາກພື້ນ ແລະ ສາກົນມີຄວາມສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນ, ແຕ່ສາຍພົວພັນອັນປອດໃສ, ສະໜິດຕິດພັດລະຫວ່າງຫວຽດນາມ - ລາວ ຍັງບໍ່ເຄີຍຈືດຈາງ, ມັນຍັງໄດ້ເສີມຂະຫຍາຍ, ເຂົ້າໄປທາງກວ້າງ ແລະ ທາງເລິກ, ນັບມື້ນັບມີປະສິດທິຜົນ ແລະ ນໍາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

ສາຍພົວພັນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ-ເປັນບັນດາເສົາຄໍ້າທີ່ສໍາຄັນໃນສາຍພົວພັນຫວຽດນາມ-ລາວນັບມື້ນັບສະໜິດຕິດພັນຢ່າງແຫນ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກັບການປະສານສົມທົບທີ່ເປັນຈັງຫວະໃນການຮັກສາຜົນສໍາເລັດແຫ່ງການປະຕິວັດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ແລະ ຄວາມປອດໄພຂອງສັງຄົມຢູ່ແຕ່ລະປະເທດ, ພິເສດແມ່ນການປ້ອງກັນ, ຕ້ານອາດຊະຍາກອນຂ້າມຊາດ, ປັບປຸງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຄວາມສັນຕິພາບ ແລະ ການຮ່ວມມືໃນພາກພື້ນກໍ່ຄືສາກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.